LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫ່ວງການນຸ່ງຖື...
P

Date:
ເປັນຫ່ວງການນຸ່ງຖື...
Permalink   


               ເພື່ອນຜູ້ອ່ານຈາກບ້ານວຽງຈະເລີນ ນະຄອນຫຼວງເຮົານີ້ເອງ! ສົ່ງຂ່າວແບບເປັນຫ່ວງເປັນໄຍເຖິງການນຸ່ງຖື
ເຂົ້າມາຄໍລຳພວກເຮົາ ໃນວັນສຸກ ທີ 17/10/2008 ນີ້ວ່າ:
               ເວລາເບິ່ງຄົນໄປພິທີທາງການ ຈະເຫັນວ່າ ການນຸ່ງຖືຈົບງາມ ສຸພາບຮຽບຮ້ອຍ... ໜ້ານັບຖື... ເຫຼື້ອມໃສ?
ແຕ່ວ່າເວລາໄປບຸນສິນກິນທານ ບາງເທື່ອກໍຢູ່ວັດ ພັດແຕ່ງຕົວບໍ່ເໝາະສົມກັບຮີດຄອງປະເພນີ ເຊັ່ນວ່າ: ຜູ້ຍິງນຸ່ງສົ້ງຂາ
ສັ້ນ ນຸ່ງເສື້ອເກາະເອິກ ເປີດຫຼັງ ສາຍດ່ຽວ ທັງແມ່ທັງລູກກໍມີ ໂດຍສະເພາະບຸນອອກພັນສາຜ່ານມາກໍເຫັນ ວ່າຊັ້ນ! ສ່ວນ
ວ່າໄປກິນດອງ ໄປບຸນເຮືອນ ສູ່ຂວັນນັ້ນ ກໍແຮ່ງຫຼາຍ... ຫວ່າງມໍ່ໆນີ້ໃນພິທີໃດໜຶ່ງຂອງບໍລິສັດຫ້າງຮ້ານ ກໍນິຍົມນຸ່ງແບບ
ທີ່ວ່າໄປຢ່າງຫຼວງຫຼາຍ ສ່ວນວ່າກະໂປ່ງເຂີນ ກະໂປ່ງບາງນັ້ນ ກໍເລີ່ມກັນແລ້ວ! ...
               ໃນຖານະຜູ້ຮັບຜິດຊອບຄໍລຳ "ແນວລາວ" ກໍຟັງຫຼາຍຄົນຫຼາຍວ່າກ່ຽວກັບການນຸ່ງຖືສະໄໝນີ້ ບໍ່ອາດມີຄຳເຫັນ
ນໍ? ພຽງແຕ່ຢາກເວົ້າວ່າ ນຸ່ງແນວໃດຈຶ່ງເໝາະສົມ ແລະ ສຸພາບຮຽບຮ້ອຍ ກໍຖືວ່າໃຊ້ໄດ້ ທີ່ຜ່ານມາກໍເຄີຍໄດ້ຍິນຫຼາຍຄົນ
ສົນທະນາກັນວ່າ ໄປວັດໄປວາຄວນນຸ່ງຖືໃຫ້ຖືກ ແລະ ເໝາະສົມກັບຮີດຄອງປະເພນີລາວ ເຊັ່ນວ່າ ຜູ້ຍິງກໍຕ້ອງນຸ່ງສີ້ນ
ນຸ່ງເສື້ອມິດຊິດ... ເກົ້າຜົມ ບ່ຽງແພ ເປັນຕົ້ນ... ສ່ວນວ່າໃນເວທີອື່ນໆນັ້ນ ກໍແລ້ວແຕ່ຄວາມເໝາະສົມນໍ? ບັນຫາການນຸ່ງ
ຖືນີ້ເວົ້າອີກຢ່າງໜຶ່ງມັນກໍແມ່ນສິດທິສ່ວນບຸກຄົນ ເວົ້າກັນຍາກ... ເວົ້າແຕະຕ້ອງສິດທິ... ມັນຕ້ອງຂຶ້ນກັບຂໍ້ວິນິໄສຂອງ
ແຕ່ລະຄົນ ແຕ່ລະຄອບຄົວນໍ? ບາງຄອບຄົວມັກໃຫ້ລູກນຸ່ງເຄື່ອງຈົບງາມແບບສຸພາບອ່ອນໂຍນແດ່? ບາງຄອບຄົວກໍຢາກ
ໃຫ້ທັນຍຸກທັນສະໄໝ ເອົາແບບນາງເອກໃນລະຄອນໂທລະພາບກໍຫາກມີ ແລ້ວແຕ່ນໍ?.
               ອັນສຳຄັນເລື່ອງການນຸ່ງຖືນີ້ ຢາກໃຫ້ເບິ່ງກາລະ-ເທສະ ແລະ ສະຖານທີ່ສຳຄັນ ບໍ່ແມ່ນວ່າໝົດພິທີນັ້ນ ງານ
ນັ້ນ ບຸນນັ້ນ ໃຜກໍແນມເບິ່ງ ຫຼື ຈ້ອງສາຍຕາເບິ່ງແຕ່ໂຕເອງ ມັນກໍບໍ່ຄັກ? ເບິ່ງແບບດີກໍບໍ່ວ່າ... ແຕ່ເບິ່ງແບບອື່ນ ຫຼືວ່າປະ
ເຈີດປະເຈີ້ເກີນໄປ ມັນກໍບໍ່ຄັກປານໃດ?.
               ທາງອອກຂອງເລື່ອງນີ້ ຄົງແມ່ນສະຖາບັນຄອບຄົວເປັນຫຼັກ ຈະໃຫ້ການຈັດຕັ້ງອອກມາວາງລະບຽບກໍບໍ່ໄດ້...
ຕ້ອງເບິ່ງວ່າ ມາດຖານສັງຄົມເປັນແບບໃດ? ຮັບໄດ້ຊ່ຳໃດ ຈາກຄອບຄົວແລ້ວ ຈຶ່ງມາເຖິງຕົນບຸກຄົນເອງວ່າຈະວາງທ່າ
ທາງການນຸ່ງຖືແນວໃດຈຶ່ງຈະເໝາະສົມ ໃນເວລາໄປຮ່ວມພິທີ ຮ່ວມບຸນສິນກິນທານຕ່າງໆ ອັນນີ້ເຂົາເອີ້ນວ່າ ຄວາມຮູ້
ຮອບຕົວ ໃຜສອນໃຜບໍ່ໄດ້ ຕ້ອງຊອກຮູ້ຮ່ຳຮຽນດ້ວຍຕົນເອງ... ເພື່ອເພີ່ມຄວາມສະຫງ່າງາມໃຫ້ແກ່ຕົນເອງ ເວລາໄປຮ່ວມ
ພິທີ ຫຼືງານບຸນສິນກິນທານຕ່າງໆ... ເຖົ້າແກ່ບູຮານເພິ່ນວ່າ: ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ ແຕ່ຈະແຕ່ງຢ່າງໃດ
ໃຫ້ມັນພໍດີພໍງາມ ຍັງແມ່ນຂຶ້ນກັບໃຈມັກຂອງແຕ່ລະຄົນນໍ?.

Source:
ນ.ສ.ພ ວຽງຈັນໃຫມ່
ນານາສາລະ
21-10-2008, 10:08:54


__________________
Anonymous

Date:
Permalink   

ອາກາດມັນຮ້ອນ ຊິເຮັດແນວໃດ
ຈໍາເປັນມັນກໍ່ຕ້ອງນຸ່ງສັ້ນໆ ເປັນບາງເວລາ
ຢ່າໄປຄິດຫຼາຍ ເອົາເວລາໄປຄິດວຽກບ້ານການເມືອງອື່ນໆ ຈະດີກ່ວາ

__________________
Anonymous

Date:
Permalink   

Anonymous wrote:

ອາກາດມັນຮ້ອນ ຊິເຮັດແນວໃດ
ຈໍາເປັນມັນກໍ່ຕ້ອງນຸ່ງສັ້ນໆ ເປັນບາງເວລາ
ຢ່າໄປຄິດຫຼາຍ ເອົາເວລາໄປຄິດວຽກບ້ານການເມືອງອື່ນໆ ຈະດີກ່ວາ



ຄໍລຳນີ້ ກໍ່ຍ້ອນເພິ່ນຄິດເຖິງບ້ານເຖິງເມືອງ ຫັ້ນແລ້ວ ເພິ່ນຈື່ງເປັນຫວ່ງ
ອາດກາດມັນຮ້ອນ ແລ້ວນຸ່ງສັ້ນ ຊັ້ນດອກຫວາ? ການແກ້ຕົວແນວນີ້ ຟັງບໍ່ຂື້ນ.
ຄັນຊັ້ນ ເປັນຫຍັງຜູ້ຊາຍລາວ ເວລາໄປອອກງານ ຄືບໍ່ນຸ່ງສັ້ນ ໂຊກ້າມ ຊັ້ນນາ?
ຂ້ອຍເຫັນໃຜກໍ່ໃສ່ເສື້ອແຂນຍາວ ມັດກາລະວັດ ອີກຕ່າງຫາກ.
ຂ້ອຍວ່າວັດທະນະທຳອັນດີງາມໃນການນຸ່ງຫົ່ມ ທີ່ເປັນເອກະລັກແບບລາວແທ້
ຄວນອະນຸລັກຮັກສາໄວ້ເປັນດີທີ່ສຸດ. ເພາະມັນແມ່ນ ສະເໜ່ ທີ່ແທ້ຈິງ ຂອງ
ແມ່ຍິງລາວ. ຄົນຕ່າງດ້າວ ເຂົ້າມາລາວ ກໍ່ຢາກເຫັນຄົນລາວ ນຸ່ງຫົ່ມແບບລາວ
ຂ້ອຍວ່າເຈົ້າ ມາຍີ່ປຸ່ນ ກໍ່ຕ້ອງຢາກເຫັນຄົນຍີ່ປຸ່ນ ນຸ່ງ ກິໂມໂນ. ແຕ່ເປັນແນວໃດລະ?
ຢາກເຫັນ ກໍ່ຊອກເບິ່ງຍາກ ແມ່ນບໍ່ລະ? ຖ້າຫາກເຮົາ ບໍ່ມີແນວຄິດຢາກອະນຸລັກໄວ້
ມັນກໍ່ຈະກາຍເປັນຄື ຄົນຍີ່ປຸ່ນບໍ່ນຸ່ງ ກິໂມໂນ.
ວັດທະນະທຳມີໄວ້ໃຫ້ອະນຸລັກ ຖ້າບໍ່ອະນຸລັກ ມັນກໍ່ບໍ່ແມ່ນວັດທະນະທຳ !
 



__________________
Anonymous

Date:
Permalink   


ຜູ້ຫຍິງເຂົ້າເຈົ້າມີດີໃຫ້ໂຊ ກາເບິ່ງໄປເທາະ ຢ່າຄິດຫຼາຍ

ໂບຮານລາວເພິ່ນກ່າວວ່າ ມີດີ ຢ່າເກັບໄວ້ ໂຊມັນອອກມາ

__________________
Anonymous

Date:
Permalink   

້ເຫັນດີນຳຜູ້ຕັ້ງກະທູ້ ການແຕ່ງກາຍຄວນຈະໃຫ້ເໝາະສົມ
ກັບກາລະເທສະ. ບໍ່ມີອີ່ຫຍັງງາມໄປກ່ວາການນຸ່ງສິ້ນແຕ່ງໂຕ
ຮຽບຮ້ອຍໃນສາຍຕາຂອງຄົນລາວອີກແລ້ວ.
ຮັກຊາດຈົ່ງຊ່ອຍກັນປົກປ້ອງແລະຮັກສາຄວາມເປັນຊາດ,ພາສາ
ແລະວັດທະນາທຳທີ່ດີງາມຂອງຊາດລາວຊ່ອຍກັນ.

__________________
Anonymous

Date:
Permalink   

Anonymous wrote:


ຜູ້ຫຍິງເຂົ້າເຈົ້າມີດີໃຫ້ໂຊ ກາເບິ່ງໄປເທາະ ຢ່າຄິດຫຼາຍ

ໂບຮານລາວເພິ່ນກ່າວວ່າ ມີດີ ຢ່າເກັບໄວ້ ໂຊມັນອອກມາ



ຂຽນພາສາລາວ ຍັງບໍ່ຕົກຄືເຈົ້າ ໃຫ້ຄວາມເຫັນແນວນີ້ ກໍ່ພໍຮູ້ແລ້ວວ່າ ມີລະດັບຄວາມຄິດຊໍ່າໃດ !!!




__________________
Anonymous

Date:
Permalink   

ຫມວດເຈົ້າພາກັນໃສ່ສິ້ນຢູ່ຢີ່ປຸ່ນສະເດີ້

__________________
Anonymous

Date:
Permalink   

Anonymous wrote:

ຫມວດເຈົ້າພາກັນໃສ່ສິ້ນຢູ່ຢີ່ປຸ່ນສະເດີ້



ນອກຈາກຂຽນພາສາລາວບໍ່ຕົກແລ້ວ ຍັງອ່ານພາສາລາວບໍ່ອອກອີກເນາະ!
ເຂົາເວົ້າກັນ ເຖິງເລື່ອງຢູ່ລາວພຸ້ນ ສະຫາຍເອີ້ຍ......



__________________
Anonymous

Date:
Permalink   

Anonymous wrote:

ຫມວດເຈົ້າພາກັນໃສ່ສິ້ນຢູ່ຢີ່ປຸ່ນສະເດີ້



       ເຂົາເຈົ້າເວົ້າເຖີງຢູ່ລາວ ແລະເວົ້າໃຫ້ຄົນລາວຄວນຈະນຸ່ງຖືໃຫ້ຖືກກາລະເທສະ
       ເຊັ່ນການໄປວັດ,ການໄປງານບຸນ.... ອ່ານໃຫ້ເຂົ້າໃຈກ່ອນໃຫ້ຄວາມເຫັນ.

 



__________________
NUOL-Student No work to do

Date:
Permalink   

Anonymous wrote:

Anonymous wrote:

ຫມວດເຈົ້າພາກັນໃສ່ສິ້ນຢູ່ຢີ່ປຸ່ນສະເດີ້



       ເຂົາເຈົ້າເວົ້າເຖີງຢູ່ລາວ ແລະເວົ້າໃຫ້ຄົນລາວຄວນຈະນຸ່ງຖືໃຫ້ຖືກກາລະເທສະ
       ເຊັ່ນການໄປວັດ,ການໄປງານບຸນ.... ອ່ານໃຫ້ເຂົ້າໃຈກ່ອນໃຫ້ຄວາມເຫັນ.

 





It is not your Work and do not relate to you **** and DUM
Shut up
Because lao Teenager known that there are not any Work at Department of Culture(do not know well how to write in English) and they want to create some work for the Officer who are working at Department of Culture and costumes or some Org that relate about Culture and costume.
One way of thinking

__________________
Anonymous

Date:
Permalink   

Poor you!
you should not use the name of NUOL to represent where you are belong to. As i know, students from NUOL are very active and reasonable, they scientifically learn what is right and wrong for the developing the country.
what a shame of you if we are from same institute "NUOL"!
Be positive, kind and sincere for Lao society as your motherland!

__________________
Anonymous

Date:
Permalink   

NUOL-Student No work to do wrote:

 

Anonymous wrote:

 

Anonymous wrote:

ຫມວດເຈົ້າພາກັນໃສ່ສິ້ນຢູ່ຢີ່ປຸ່ນສະເດີ້



       ເຂົາເຈົ້າເວົ້າເຖີງຢູ່ລາວ ແລະເວົ້າໃຫ້ຄົນລາວຄວນຈະນຸ່ງຖືໃຫ້ຖືກກາລະເທສະ
       ເຊັ່ນການໄປວັດ,ການໄປງານບຸນ.... ອ່ານໃຫ້ເຂົ້າໃຈກ່ອນໃຫ້ຄວາມເຫັນ.

 




 


It is not your Work and do not relate to you **** and DUM
Shut up
Because lao Teenager known that there are not any Work at Department of Culture(do not know well how to write in English) and they want to create some work for the Officer who are working at Department of Culture and costumes or some Org that relate about Culture and costume.
One way of thinking

 



    ການເປັນຫ່ວງເລື່ອງວ/ທຂອງຊາດຕົນເອງແມ່ນຫນ້າທີ່ຂອງຄົນລາວໝົດທຸກຄົນ ຜູ້ທີ່ຮັກປະເທດ
    ຊາດຂອງຕົນເອງ. ຄົນທີ່ຊອດກະຈາບໍ່ຮັກແລະບໍ່ຫວງແຫນວັດທະນາທຳຂອງຊາດຕົນເອງຄືຄົນທີ່
    ບໍ່ມີຄວາມຮັກຊາດແລະບໍ່ມີລະດັບວ/ທ. ອີກຢ່າງການນຸ່ງຖືໃຫ້ຖືກຕ້ອງຕາມກາລະເທຊະ  
      ບໍ່ໄດ້ໝາຍຄວາມວ່າຈະຕ້ອງສະເພາະເຮັດວຽກແຕ່ກັບກະຊວງວັດທະນາທຳແມ່ນບໍ່? 
    ຄວາມຄິດຂອງເຈົ້າຄິດໄດ້ແຕ່ວ່າໄວລຸ້ນທີ່ຈະບໍ່ໄດ້ເຮັດວຽກະຊວງຢາກນຸ່ງແນວໃດກະນຸ່ງໂລດແມ່ນບໍ່?
    ຢາກນຸ່ງສົ້ງສັ້ນຈົນເຫັນສະະລິບໄປຕັກບາດກະຊິເປັນຫຍັງແມ່ນບໍ່?ລອງອ່ານຄືນຄວາມຄິດຂອງເຈົ້າຄືນ
    ເບິ່ງວ່າມັນຕາອີ່ດູຕົນໃນຄວາມຄິດທີ່ມັນຊອດກະຈາຂອງເຈົ້າເດ້.
     ບໍ່ວ່າເທົ່ານີ້ເຈົ້າກະຍັງບໍ່ຮູ້ ອົດສາຮຽນຢູ່ມະຫາໄລຈົບດີ? ບໍ່ແມ່ນແຕ່ຊິຮຽນແຕ່
     ເລກ1+2ຢູ່ ຮຽນຮູ້ເລື່ອງການນຳໃຊ້ພາສາ ມາລະຍາດທາງສັງຄົມ ຮີດຄອງປະເພນີຂອງລາວນຳແດ່ເດີ້.
     ພາສາບອກຊາດມາລະຍາດບອກສະກຸນ. ຢ່າໃຊ້ຄຳສັບທີ່ມັນບົ່ງບອກເຖີງລະດັບວ/ທຂອງຕົນເອງວ່າ
      ຕ່ຳຊ່ຳໃດໃຫ້ຜູ້ອື່ນໄດ້ດູຖູກ.
   

 



__________________
Anonymous

Date:
Permalink   

NUOL-Student No work to do wrote:

 

Anonymous wrote:

 

Anonymous wrote:

ຫມວດເຈົ້າພາກັນໃສ່ສິ້ນຢູ່ຢີ່ປຸ່ນສະເດີ້



       ເຂົາເຈົ້າເວົ້າເຖີງຢູ່ລາວ ແລະເວົ້າໃຫ້ຄົນລາວຄວນຈະນຸ່ງຖືໃຫ້ຖືກກາລະເທສະ
       ເຊັ່ນການໄປວັດ,ການໄປງານບຸນ.... ອ່ານໃຫ້ເຂົ້າໃຈກ່ອນໃຫ້ຄວາມເຫັນ.

 




 


It is not your Work and do not relate to you **** and DUM
Shut up
Because lao Teenager known that there are not any Work at Department of Culture(do not know well how to write in English) and they want to create some work for the Officer who are working at Department of Culture and costumes or some Org that relate about Culture and costume.
One way of thinking

 



        ຂຽນພາສາລາວບໍ່ຖືກແລ້ວຍັງຂຽນພາສາອັງກິດບໍ່ຕົກອີກ.​555555555

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard