LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກສຶກສາລາວເກັ່ງແຕ່ທິດສະດີ
Anonymous

Date:
ນັກສຶກສາລາວເກັ່ງແຕ່ທິດສະດີ
Permalink   

ເຂົ້າເຈົ້າເວົ້າວ່າ ນັກສຶກສາລາວ ປະຈຸບັນ ແມ່ນເກັ່ງແຕ່ພາກທິດສະດີ ແຕ່ບໍ່ເກັ່ງດ້ານປະຕິບັດ

ອັນນີ້ມັນແມ່ນຄວາມຈິງຫຼືບໍ່

ແມ່ນໃຜເຫັນດີ

__________________
Anonymous

Date:
Permalink   

Anonymous wrote:

      ລວມທັງຜູ້ຕັ້ງກະທູ້ນຳບໍ່?

__________________
Kick

Date:
ເວົ້າຖືກ
Permalink   

 ການສຶກສາຢູ່ລາວແມ່ນຖືເອົາການທ່ອງຈຳເປັນສ່ວນໃຫ່ຍ.
ບໍ່ວ່າຈະເປັນການທົດລອງ,ໄດ້ເຂົ້າຮຽນຢູ່ ມ.ຊ ຈຶ່ງເລີ່ມໄດ້ເຮັດທົດລອງເປັນຊິ້ນເປັນອັນ.
ອີກຢ່າງໜຶ່ງປຶ້ມບົດຮຽນ,ເອກະສານທີ່ໃຊ້ກໍ່ບໍ່ຫຼາຍ,ບາງອັນກໍ່ຕ້ອງຮຽນຈາກປຶ໊ມຂອງໄທ.

ຖືກປະເດັນຢູ່ບໍ່ນິ?

__________________
Anonymous

Date:
RE: ນັກສຶກສາລາວເກັ່ງແຕ່ທິດສະດີ
Permalink   

         ຕາມຄວາມຈິງແລ້ວ, ນັກສຶກສາທີ່ເກັ່ງທັງພາກທິດສະດີ ແລະ ພາກປະຕິບັດກໍ່ຫາກມີຢູ່, ແຕ່ວ່າຜູ້ທີ່ເກັ່ງແຕ່ພາກທິດສະດີຄືຊິມີຫລາຍຢູ່. ຖ້າໃຊ້ຄຳວ່າ "ນັກສຶກສາສ່ວນໃຫຍ່" ຂ້າພະເຈົ້າເຫັນດີ. ເຮັດແນວໃດຈື່ງຮູ້ໄດ້ແນວນັ້ນ? ຖ້າຫາກວ່າສັງຄົມໃດມີປັນຍາຊົນຈຳນວນຫລາຍ ທີ່ມີປະສົບການ ແລະ ເກັ່ງໃນການນຳເອົາ ຄວາມຮູ້ໃນພາກທິດສະດີມາປັບໃຊ້ໃຫ້ເກີດປະໂຫຍດ ແລະ ເຫມາະສົມໃນພາກປະຕິບັດ ແລ້ວ==>ມັນກໍ່ຈະເຮັດໃຫ້ເກີດມີນະວັດຕະກຳໃຫມ່ໆ ການຄົ້ນຄິດປະດິດສ້າງ ແລະ ທິດສະດີໃຫມ່ໆ ທີ່ເປັນ ປະໂຫຍດຕໍ່ປະເທດຊາດ ກໍ່ຄື ສັງຄົມຂອງຕົນ (ບໍ່ແມ່ນການເອື່ອຍອີງ COPY ຂໍຢືມ ສິ່ງທີ່ປະເທດອື່ນຄິດ ຄົ້ນມາໃຊ້ ເຊີ່ງມັນບໍ່ໄດ້ແທດເຫມາະກັບເງື່ອນໄຂປະເທດຕົນ.)
        - ຄຳຕອບກໍ່ຂື້ນກັບວ່າ "ທ່ານເຫັນວ່າດຽວນີ້ສະພາບສັງຄົມລາວສະແດງອອກໃຫ້ເຫັນແນວໃດ?"
        - ມີອີກປັນຫາຫນຶ່ງ"ນັກສຶກສາທີ່ເກັ່ງທັງພາກທິດສະດີ ແລະ ພາກປະຕິບັດອາດຈະມີຢູ່ຫລາຍ ແຕ່ໄປເຮັດວຽກໃຫ້ຕ່າງຊາດຈົນຫມົດບໍ?" 

  ຂ້າພະເຈົ້າເຫັນດີໃນຄວາມຄິດຂອງທ່ານ. ຄວາມຈິງແລ້ວຜູ້ທີ່ເກັ່ງທັງພາກທິດສະດີ ແລະ ພາກປະຕິບັດ
ແມ່ນສ່ວນຫຼາຍຈະເຮັດວຽກໃຫ້ກັບອົງການສາກົນ ຫຼືບໍ່ກໍ່ເຮັດວຽກຢູ່ຕ່າງປະເທດ ເຊັ່ນດຽວກັນກັບສະພາບ
ຕົວຈິງຕັ້ງແຕ່ເມື່ອກ່ອນ ກໍ່ຄືປະຈຸບັນ. ຕົວຢ່າງ: ນັກສຶກສາລາວທີ່ຮຽນຈົບຢູ່ຍີ່ປຸ່ນສ່ວນຫຼາຍ ແມ່ນບໍ່ກັບເມືອ ປະເທດລາວ ແລະ ເຮັດວຽກຢູ່ພີ້ເລີຍ.
  ຂໍອະນຸຍາດ ຕັ້ງຄຳຖາມ ຖາມວ່າ: ປະເທດລາວ ຫຼື ລັດຖະບານລາວ ຄວນມີມາດຕະການ ຫຼື ນະໂຍ
ບາຍແນວໃດດີ ຈຶ່ງຈະເຮັດໃຫ້ບັນດານັກສຶກສາທີ່ຮຽນຈົບ ຜູ້ທີ່ມີຄວາມສາມາດ ກັບເມືອໄປປະກອບສ່ວນ
ໃນການຊ່ອຍພັດທະນາປະເທດຊາດ?

        ມາດຕະການກໍ່ຄືຈະມີຢູ່ ແຕ່ວ່າການບັງຄັບໃຊ້ຄືຊິບໍ່ມີຜົນປານໃດ, ມາຮອດນີ້ ເຮົາຄົງຈະຕ້ອງໄດ້ອາໄສ ການກະຕຸ້ນຄຳວ່າ "ຈັນຍາທຳ ແລະ ສາມັນສຳນຶກ" ຂອງພວກກ່ຽວ ໄປພ້ອມໆກັນ. ອັນວ່າເປັນມະນຸດນັ້ນ ໃຜໆກໍ່ເຫັນແກ່ຜົນປະໂຫຍດສ່ວນຕົວກ່ອນ, ແລ້ວແຕ່ວ່າ ເພີ່ນຈະຫາ "ເມືອງພໍ" ພົບບໍ? ແລະ ເພີ່ນຈະມີຄວາມສຸກກັບຊ່ວຍເຫລືອປະເທດຊາດ(ເວົ້າລວມ)-ຊ່ວຍຄົນທີ່ທຸກຍາກຮ່ວມຊາດ (ເວົ້າສະເພາະ) ຫລືບໍ່ຫັ້ນຕິ. ຄັນໂຊກດີ ປະເທດລາວ ດິນລາວກໍ່ຈະສູງຂື້ນຫລາຍເຕີບ, ຖາມວ່າປະຈຸບັນນີ້ ມີຄົນທີ່ເວົ້າຫລືບໍ່-ມັນກໍ່ຫາກມີຢູ່ທ່ານເອີ່ຍ, ແຕ່ຍັງບໍ່ຫລາຍພໍ.

ທ່ານວ່າ :”ມາດຕະການກໍ່ຄືຈະມີຢູ່ ແຕ່ວ່າການບັງຄັບໃຊ້ຄືຊິບໍ່ມີຜົນປານໃດ”
ຂໍຖາມທ່ານວ່າ: ມາດຕະການນັ້ນ ມັນມີຄືແນວໃດແດ່? ຊ່ອຍເລົ່າໃຫ້ຟັງແດ່. ເປັນຫຍັງທ່ານຈຶ່ງເວົ້າ
ໄດ້ວ່າການບັງຄັບໃຊ້ບໍ່ມີຜົນປານໃດ? ຖ້າມາດຕະການ ຫຼື ນະໂຍບາຍນັ້ນມັນດີ ໜ້າສົນໃຈ
 ມັນກໍ່ອາດມີຄວາມເປັນໄປໄດ້. ແລະ ຄວາມຄິດທີ່ທ່ານວ່າ ໃຜໆກໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ
ແລ້ວ ທ່ານບໍ່ຮູ້ສຶກບໍ່?ວ່າມັນຄັດກັບ ຄຳເວົ້າຂອງທ່ານເອງທີ່ວ່າ ”ຈັນຍາທຳ ແລະ ສາມັນສຳນຶກ”.

__________________
ຂໍລົມນຳ

ຕາມທັດສະນະສ່ວນຕົວ.
1. ຄັນເວົ້າເລື່ອງຄົນໄປຮຽນຕ່າງປະເທດ ກໍ່ມີຫລາຍປະເພດ:
   1.1. ອົບພະຍົບໄປ ແລະ ໄປທຶນຕົນເອງ
   1.2. ໄດ້ທຶນການສຶກສາຜ່ານກະຊວງສຶກສາ
   ປະເພດ 1.1. ຄືຊິແລ້ວແຕ່ຂະເຈົ້າເອງວ່າຈະກັບມາຫລືບໍ່.
   ປະເພດ 1.2. ຂຶ້ນຊື່ວ່າໃຫ້ທຶນໃນນາມທີ່ເຈົ້າເປັນຄົນລາວ ເຂົາກໍ່ຫວັງຢາກໃຫ້ມາພັດທະນາລາວຫັ້ນແລ້ວ, ຍິ່ງຖ້າເປັນພະນັກງານລັດແລ້ວເຂົາຕ້ອງມີການເຮັດສັນຍາກັບ ພະແນກຈັດຕັ້ງ ແລະ ພະນັກງານຂອງເຈົ້າເປັນຢ່າງດີຄ່ອຍໄປຕ່າງປະເທດໄດ້. ກ່ອນຊິໄປຮຽນ ເພີ່ນກໍ່ມີຂໍ້ຕົກລົງໃຫ້ໄປຮຽນຕໍ່ ແລະ ໃຫ້ກັບມາພາຍຫລັງຮຽນຈົບແລ້ວ. ສ່ວນຜູ້ຮຽນຈົບແລ້ວ ແລະ ກັບໄປລາວ ກໍ່ຕ້ອງເຮັດວຽກຢູ່ໃນລາວເປັນເວລາຢ່າງນ້ອຍ 2 ປີ ພຸ້ນຕົ໋ວຈຶ່ງສາມາດສະມັກທຶນໄດ້ອີກ.
   ສ່ວນທີ່ໄປຢູ່ເຮັດວຽກເລີຍຫັ້ນ ຂ້າພະເຈົ້າຄິດວ່າມັນເປັນສິດຂອງເຂົາເຈົ້າ ເພາະປະເທດເຮົາປົກຄອງກັນດ້ວຍລະບອບປະຊາທິປະໄຕ, ແລະ ກໍ່ແລ້ວແຕ່ວ່າຂະເຈົ້າຈະມີ ”ຈັນຍາທຳ ແລະ ສາມັນສຳນຶກ” ໃນການກັບມາຫລືບໍ່. ຫລືວ່າແນວໃດ?

2. ຄັນເຈົ້າອ່ານປະໂຫຍກຂອງຜູ້ປະກອບຄຳເຫັນຜູ້ນັ້ນດີໆ, ລາວກໍ່ຫມາຍຈຸດ ແລະ ເວົ້າຕໍ່ໄປເດ້ວ່າ: "...., ແລ້ວແຕ່ວ່າ ເພີ່ນຈະຫາ "ເມືອງພໍ" ພົບບໍ? ແລະ ເພີ່ນຈະມີຄວາມສຸກກັບຊ່ວຍເຫລືອປະເທດຊາດ(ເວົ້າລວມ)-ຊ່ວຍຄົນທີ່ທຸກຍາກຮ່ວມຊາດ (ເວົ້າສະເພາະ) ຫລືບໍ່ຫັ້ນຕິ. ຄັນໂຊກດີ ......." ບໍ່ເຫັນຊິຂັດກັນນ້າ!

3. ພາສາລາວ
    "ທ່ານບໍ່ຮູ້ສຶກບໍ່?ວ່າມັນຄັດກັບ ຄຳເວົ້າຂອງທ່ານເອງທີ່ວ່າ" 
    ຖ້າແມ່ນຄຳທີ່ຫມາຍເຖິງ "contrast with" ເຈົ້າຕ້ອງຂຽນວ່າ "ຂັດ" ບໍ່ແມ່ນ "ຄັດ"

ຂໍຂອບໃຈ

__________________
Anonymous

Date:
Permalink   

Anonymous wrote:

ເຂົ້າເຈົ້າເວົ້າວ່າ ນັກສຶກສາລາວ ປະຈຸບັນ ແມ່ນເກັ່ງແຕ່ພາກທິດສະດີ ແຕ່ບໍ່ເກັ່ງດ້ານປະຕິບັດ

ອັນນີ້ມັນແມ່ນຄວາມຈິງຫຼືບໍ່

ແມ່ນໃຜເຫັນດີ

       ການທີ່ຊິວິພາກແທນຜູ້ອື່ນວ່າເປັນແນວໃດມັນອາດຈະເປັນເລື່ອງທີ່ຫາຄຳຕອບທີ່ຖືກຕ້ອງໄດ້ຍາກ
       ທຸກຄົນລອງຖາມຕົນເອງຄືນເບິ່ງວ່າໂຕເຮົາເອງເປັນແນວໃດເກັ່ງແທ້ຫຼືບໍ່ ຫຼືດີແຕ່ເວົ້າແລະນັ່ງວິຈານຜູ້
       ອື່ນ ຖ້າເຮົາເປັນເຈົ້າການເຮົາເອງພັດທະນາຕົນເອງກ່ອນ ຂ້ອຍເຊື່ອວ່າພວກເຮົາຈະໄດ້ຍິນປະເທດອ້ອມຂ້າງ
       ຍົກຍ້ອງຄວາມເກັ່ງຂອງຄົນລາວເຮົາເອງ ບໍ່ວ່າຊິຢູ່ນອກຫຼືຢູ່ໃນປະເທດລາວເອງ.
       ຖ້າຍັງຫວັດຄວາມເກັ່ງແຕ່ລົມປາກຊື່ໆຄິດວ່າຍັງອີກໄກຢູ່.
     
        ທ່ານເວົ້າຖືກ ແຕ່ຂໍຖາມອີກຫນ້ອຍຫນຶ່ງວ່າ "ຖ້າເກັ່ງແລ້ວບໍ່ເຮັດຫຍັງເພື່ອປະເທດຊາດ ແລະ ຄົນອ້ອມຂ້າງໃນສັງຄົມຂອງຕົນ ມີແຕ່ເຮັດເພື່ອໂຕເອງ" ທ່ານຄິດວ່າລາວຊິມີຄວາມຫມາຍຫຍັງ? ການໄດ້ມາຊຶ່ງກຽດສັກສີ ແລະ ການຍົກຍ້ອງເປັນສິ່ງທີ່ດີ ແຕ່ການເຮັດຄວາມດີນັ້ນເຖິງບໍ່ມີໃຜຍ້ອງ ກໍ່ມີຄວາມສຸກ.
      ອີກປະການຫນຶ່ງ, ການໂອ້ລົມໃນທີ່ນີ້ ແມ່ນການອອກຄຳຄິດເຫັນແລກປ່ຽນກັນ. ເຖິງເປັນການຕຳຫນິວິຈານ ມັນກໍ່ເພື່ອ ກໍ່ສ້າງກັນໃຫ້ດີຂຶ້ນ, ມັນແມ່ນຈຸດປະສົງຂອງຜູ້ສ້າງ Web ນີ້ ບໍ່ແມ່ນບໍທ່ານ Webmaster?

    ຄິດວ່າເຈົ້າຄືຊິເຂົ້າໃຈຜິດໃນສິ່ງທີ່ຂ້ອຍຂຽນ ເພາະເຈົ້າຂຽນວ່ານ/ສລາວເກັ່ງແຕ່ທິດສະດີນັ້ນກໍ່ໝາຍ
    ຄວາມວ່ານ/ສລາວໝົດທຸກຄົນທັງໃນແລະນອກປະເທດແມ່ນບໍ່?ດັ່ງນັ້ນຂ້ອຍເຖີງບອກວ່າຖ້າຈະໄປຕອບ
    ແທນຫຼືຕີລາຄາແທນຜູ້ອື່ນທັງໝົດມັນເປັນການຍາກແລະຫາຄຳຕອບທີ່ຖືກຕ້ອງຍາກ.  
    ເຈົ້າເອົາມາດຕະຖານໃດມາວັດແທກວ່ານ/ສລາວເປັນແນວນັ້ນໝົດ ເຈົ້າໄປເກັບກຳມາຈັກຄົນ.
    ບໍ່ມີໃຜຫ້າມບໍ່ໃຫ້ຍົກບັນຫາຂື້ນມາວິພາກວິຈານ ແຮງດີໃຈທີ່ທຸກຄົນມາປະກອບສ່ວນຢູ່ແລ້ວ ເພາະສ້າງ
    ມາໃຫ້ທຸກຄົນໄດ້ນຳໃຊ້ ເພື່ອຜົນປະໂຫຍດຂອງສ່ວນລວມ.
    ແມ່ນໃຜທີ່ເຈົ້າວ່າເກັ່ງແລ້ວບໍ່ເຮັດເພື່ອປະເທດຊາດ?ການເຮັດເພື່ອປະເທດຊາດຂອງເຈົ້າແມ່ນສະເພາະ
    ແຕ່ຕ້ອງຢູ່ພາຍໃນປະເທດ?ໃນຄວາມຄິດຂອງຂ້ອຍ ບໍ່ໍວ່າຊິລາວນອກລາວໃນຕາບໃດທີ່ຍັງຄິດຮັກປະເທດ
   ນຳເອົາຜົນປະໂຫຍດແລະຊື່ສຽງສູ່ປະເທດຊາດໄດ້ ຢູ່ໃສກະໄດ້ ບໍ່ແມ່ນບໍ່? ຕົວຢ່າງ  ຄືນ/ສລາວ
  ຢູ່ນີ້ເວລາເກີດນ້ຳຖ້ວມຢູ່ລາວເຂົາກໍ່ຍັງມີນ້ຳໃຈສົ່ງເງີນເມື່ອຊ່ອຍຄືກັນ.......ເວບໄຊ/ສທີ່ສ້າງຂື້ນນີ້ກໍ່ເຊັ່ນ
  ດຽວກັນເປັນເວບໄຊທີ່ສ້າງຜົນປະໂຫຍດໃຫ້ນ/ສທີ່ຢູ່ທົ່ວທຸກມຸມໂລກ ເອົາຂໍ້ມູນທີ່ເປັນສາລະມາແບ່ງປັນກັນ
  ເປັນການໂຄສະນາຄວາມເກັ່ງຂອງນ/ສລາວ ແລ້ວຈຸດໃດທີ່ເຈົ້າວ່າເກັ່ງແລ້ວບໍ່ເຮັດເພື່ອປະເທດຊາດ?
   ອັນນັ້ນກໍ່ເປັນສິ່ງຫນຶ່ງທີ່ສະແດງເຖີງວ່າບໍ່ວ່າຊິຢູ່ໃສຖ້າມີໃຈຢາກຊ່ອຍເຫຼືອປະເທດຊາດກໍ່ຊ່ອຍໄດ້ຄືກັນ.​ 
   ຢ່າຄິດໃນແງ່ຮ້າຍໃຫ້ຜູ້ອື່ນຫຼາຍ.
   ເຮົາມາເລີ່ມຈາກການພັດທະນາຂອງໂຕເຮົາເອງຊະກ່ອນ ເຮົາເກັ່ງແທ້ລະບໍ່ ເຮົາເຮັດເພື່ອປະເທດຊາດອີ່ຫຼີ
   ລະບໍ່ ຫຼືເກີດເປັນມື້ມານັ່ງຖ້າຈັບຜິດແລະອິດສາແຕ່ໝູ່ ຢ້ານຜູ້ອື່ນລື່ນຕົນເອງຢູ່.​
  
__________________
Anonymous

Date:
Permalink   

ບັນດາທ່ານຊິຖ້າຖຽງກັນຍາກຫຍັງ ກໍ່ເບິ່ງຈາກສະພາບຕົວຈິງເອົາຕິ, ກະຊິມີຢູ່ດອກຜູ້ທີ່ປະກອບສ່ວນອີ່ຫລີ ຢ່າງຫລວງຫລາຍຫັ້ນນະ! ບໍ່ແມ່ນແປະແປະບາງໆໃດ. ປະກອບສ່ວນ ຫລືບໍ່ ມັນກໍ່ເປັນເລື່ອງຫນຶ່ງ ແຕ່ວ່າປະກອບຫລາຍຫລືຫນ້ອຍຫັ້ນຕິມັນສຳຄັນ. ແຮງຫລາຍຄົນອອກແຮງ ແລະ ມັນສະຫມອງ (ອັນນີ້ບໍ່ໄດ້ເວົ້າແຕ່ເລື່ອງເງິນເດີ້ ຍັງມີເລື່ອງເວລາ, ຫົວຄິດປະດິດສ້າງ ແລະ ອື່ນໆອີກ) ມັນກໍ່ເຮັດໃຫ້ປະເທດກ້າວໄວຂຶ້ນ. ຕົວຢ່າງ: ຄົນເກັ່ງ 2 ຄົນ ແກ້ເລກ 10 ຂໍ້, ກັບ, ຄົນເກັ່ງ 10 ຄົນ ແກ້ເລກຈຳນວນເກົ່າ (10 ຂໍ້) ເຈົ້າວ່າກໍລະນີໃດທີ່ແກ້ໄດ້ໄວ ແລະ ມີປະສິດທິຜົນ?

ກລນ ຢ່າໃຊ້ອາລົມເວລາອອກຄຳເຫັນ

       ຄົນທີ່ເວົ້າຫຍັງບໍ່ຄິດຫນ້າຄິດຫຼັງມັນກະເຮັດໃຫ້ຜູ້ອື່ນເສຍຄວາມຮູ້ສຶກ ເສຍກຳລັງໃຈໄດ້ຄືກັນ.
       ຊິຢູ່ໃສກະຊ່ອຍປະກອບຄວາມເຫັນແລະມັນສະໝອງໄດ້ໝົດ ແລ້ວແຕ່ເວລາ  ຄວາມເໝາະສົມ
       ແລະສະພາບຂອງແຕ່ລະຄົນ.
       ຖ້າຮູ້ວ່າບັ້ງເລກແມ່ນຫຍັງທີ່ຈະຕ້ອງແກ້ ນັ່ງແກ້ຢູ່ໃສກະໄດ້ແມ່ນບໍ່?ຈຳເປັນບໍ່ທີ່ຕ້ອງນັ່ງແກ້ເລກແຕ່
       ຢູ່ໂຮງຮຽນ?ບາງບັນຫາອາດຈະຈຳເປັນຕ້ອງແກ້ກັບທີ່ ແຕ່ອີກຫຼາຍຮ້ອຍບັນຫາ ແກ້ຢູ່ໃສກະໄດ້
       ຂໍພຽງມີຈິດໃຈທີ່ຢາກຈະແກ້ຊ່ອຍ ດີບໍ່ດີ ການຢືນຢູ່ທາງນອກແຮງສາມາດເຫັນບັນຫາໄດ້ຈະແຈ້ງ
       ແລະແກ້ໄຂໄດ້ດີກ່ວາອີກ ແມ່ນບໍ່? ຊິໄປໃຫ້ຄົນແກ້ບັນຫາແຕ່ມຸມດຽວທາງດຽວ ຈະແກ້ໄດ້ດີບໍ່?
      
ຈຸດພິເສດຂອງເຈົ້າ ມັກໃຊ້ອາລົມຕອບບັນຫາເນາະ ເວົ້າຫຼາຍລ້າໆໆໆໆ.......ຊອກຫາເຫດຜົນບໍ່ມີ.....
(ຈັກໜ່ອຍກະດ່າຍາວອີກແຫຼະ ຕາມນິດໃສຜູ້ກ່ຽວທະນັດ)

       ຂ້ອຍບໍ່ໄດ້ມີອາລົມຫຍັງກັບຄົນທີ່ເວົ້າບໍ່ມີມູນແລະເຂົ້າມາຫາເລື່ອງຜູ້ອື່ນຄືເຈົ້າດອກ  
       ເພາະມຸມມອງເຈົ້າຍັງອ່ອນຫຼາຍຈຶ່ງຄິດວ່າຜູ້ອື່ນບໍ່ມີເຫດຜົນ. ອ່ານຄືນເບີ່ງເອງເດີ້
       ເພາະຂ້ອຍໃຫ້ຄວາມເຫັນແຕ່ສາມອັນໃນນີ້. ຄັນມີເວລາກະໃຊ້ເວລາໃນການພັດທະນາ
       ຄວາມຮູ້ແດ່ກະດີ ດີກ່ວາຊີມານັ່ງອິດສາແລະຫາເລື່ອງຜູ້ອື່ນຢູ່ນີ້.

__________________
Anonymous

Date:
Permalink   

Anonymous wrote:

Anonymous wrote:

ຄົນທີ່ເວົ້າຫຍັງບໍ່ຄິດຫນ້າຄິດຫຼັງມັນກະເຮັດໃຫ້ຜູ້ອື່ນເສຍຄວາມຮູ້ສຶກ ເສຍກຳລັງໃຈໄດ້ຄືກັນ.
ຊິຢູ່ໃສກະຊ່ອຍປະກອບຄວາມເຫັນແລະມັນສະໝອງໄດ້ໝົດ ແລ້ວແຕ່ເວລາ ຄວາມເໝາະສົມ
ແລະສະພາບຂອງແຕ່ລະຄົນ.
ຖ້າຮູ້ວ່າບັ້ງເລກແມ່ນຫຍັງທີ່ຈະຕ້ອງແກ້ ນັ່ງແກ້ຢູ່ໃສກະໄດ້ແມ່ນບໍ່?ຈຳເປັນບໍ່ທີ່ຕ້ອງນັ່ງແກ້ເລກແຕ່
ຢູ່ໂຮງຮຽນ?ບາງບັນຫາອາດຈະຈຳເປັນຕ້ອງແກ້ກັບທີ່ ແຕ່ອີກຫຼາຍຮ້ອຍບັນຫາ ແກ້ຢູ່ໃສກະໄດ້
ຂໍພຽງມີຈິດໃຈທີ່ຢາກຈະແກ້ຊ່ອຍ ດີບໍ່ດີ ການຢືນຢູ່ທາງນອກແຮງສາມາດເຫັນບັນຫາໄດ້ຈະແຈ້ງ
ແລະແກ້ໄຂໄດ້ດີກ່ວາອີກ ແມ່ນບໍ່? ຊິໄປໃຫ້ຄົນແກ້ບັນຫາແຕ່ມຸມດຽວທາງດຽວ ຈະແກ້ໄດ້ດີບໍ່?

I agreed with this comments, as long as we are willing to do it doesn't matter where we are going to do it, but what matter is when are we going to do it...
Interesting topic..

__________________

Member

Status: Offline
Posts: 10
Date:
Permalink   

Mother: Mary, why do you yell and scream so much? Play quietly like Eddie. See, he doesn't make a sound.
Mary: Of course he doesn't. Mom, it's part of the game we are playing. He is Daddy coming home late, and I'm you.
www.aliexpress.com/store/product/2013-Taurababe-summer-girl-dress-pleated/109717_917665419.html

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard