LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ສິ່ງທ້າທາຍຕໍ່ລະບົບການສຶກສາ
Anonymous

Date:
ສິ່ງທ້າທາຍຕໍ່ລະບົບການສຶກສາ
Permalink   


 ໃຜໆກໍເວົ້າວ່າ: ການສຶກສາແມ່ນສິ່ງສຳຄັນທີ່ສຸດຕໍ່ມວນມະນຸດຊາດ ເພາະການສຶກສາແມ່ນສິ່ງຄ້ຳປະກັນໃຫ້
ມີການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ ແລະ ເສດຖະກິດ.
               ສະເພາະຢູ່ບ້ານເຮົາ... ພັກ-ລັດຖະບານ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ແມ່ນໄດ້ຖືວຽກງານການ
ສຶກສາແມ່ນບູລິມະສິດໜຶ່ງໃນວຽກງານການພັດທະນາດ້ວຍການລົງທຶນລົງຮອນໃສ່ມະຫາສານ ໃນແຕ່ລະປີ ໂດຍຈະ
ເຫັນໄດ້ການກໍ່ສ້າງ ແລະ ສ້ອມແປງອາຄານຮຽນໃໝ່-ເກົ່າ ການຍົກລະດັບໃຫ້ແກ່ຄູ-ອາຈານ ການຕອບສະໜອງທາງ
ດ້ານສະຫວັດດີການ ຕຳລາຮຽນ ແລະ ອື່ນໆ.
               ຍ້ອນສະພາບເສດຖະກິດ-ສັງຄົມ ນະຄອນຫຼວງວຽງຈັນ ມີການຂະຫຍາຍຕົວໃນລະດັບສູງ ປະຊາຊົນມີທ່າ
ແຮງທາງດ້ານເສດຖະກິດ ແລະ ວັດທະນະທຳ ກໍນັບມື້ສູງຂຶ້ນ ເຊິ່ງສິ່ງດັ່ງກ່າວລ້ວນແຕ່ແມ່ນສິ່ງເອື້ອອຳນວຍຄວາມສະ
ດວກໃຫ້ແກ່ການສຶກສາ ໂດຍສະເພາະກໍແມ່ນເປັນໄມ້ງັດ ຫຼື ຊຸກຍູ້ໃຫ້ລູກຫຼານຂອງຕົນໄດ້ເຂົ້າຮ່ຳຮຽນ ນັບແຕ່ອະນຸບານ
ຈົນເຖິງລະບົບສາມັນສຶກສາ ອາຊີວະສຶກສາ ແລະ ມະຫາວິທະຍາໄລ ໃນນີ້ສະເພາະລະບົບສາມັນສຶກສາຢູ່ນະຄອນຫຼວງ
ວຽງຈັນ ຈຳນວນນັກຮຽນແມ່ນນັບມື້ເພີ່ມຂຶ້ນ.
               ການເພີ່ມຂຶ້ນຂອງນັກຮຽນແມ່ນຕົວຊີ້ບອກເຖິງການບັນລຸເປົ້າໝາຍແຫ່ງການພັດທະນາ ແຕ່ສິ່ງເຫຼົ່ານັ້ນພັດ
ຄວບຄູ່ກັບສິ່ງທ້າທາຍຫຼາຍປະການ ດັ່ງທ່ານ ຈັນດີ ພົມມະບຸດ ຫົວໜ້າພະແນກສຶກສານະຄອນຫຼວງວຽງຈັນ ໄດ້ກ່າວໃນ
ໂອກາດເຂົ້າຮ່ວມປະກອບຄຳເຫັນໃນກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ-ວັດທະນະທຳ ເມື່ອບໍ່ດົນຜ່ານມານີ້ວ່າ:
ຄຽງຄູ່ກັບສິ່ງທີ່ດີ ແລະ ເອື້ອອຳນວຍແກ່ການສຶກສາແລ້ວ ພວກເຮົາກໍຍັງປະສົບບັນຫາສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ການ
ນຳໃຊ້ພາຫະນະທຽວໂຮງຮຽນ ແມ່ນນັບມື້ເພີ່ມຂຶ້ນ ແລະ ນັກຮຽນສ່ວນໃຫຍ່ຍັງບໍ່ມີໃບຂັບຂີ່ (ໜັງສືລົດ) ແລະ ບໍ່ທັນຮູ້ກົດ
ລະບຽບຈະລາຈອນ ພວກເຮົາຍັງບໍ່ມີມາດຕະການທີ່ຈະໄປສະກັດກັ້ນ ຫຼື ກວດການັກຮຽນໂດຍກົງຕາມຮ້ານກິນດື່ມ ບັນ
ເທີງຕ່າງໆ ເພາະມັນແມ່ນນອກເໜືອຈາກຂອບເຂດໂຮງຮຽນໄປແລ້ວ ສິ່ງສຳຄັນອີກປະການໜຶ່ງ ຜູ້ປົກຄອງບໍ່ທັນໃຫ້
ຄວາມຮ່ວມໄມ້ຮ່ວມມືກັບໂຮງຮຽນເທື່ອ ໃນການສຶກສາອົບຮົມລູກເຕົ້າຂອງຕົນດ້ວຍການໄຈ້ແຍກຄວາມຖືກຄວາມຜິດ
ສິ່ງໃດຄວນ ແລະ ສິ່ງໃດບໍ່ຄວນ ນອກຈາກນີ້ ປະກົດການຫຍໍ້ທໍ້ຈາກພາຍນອກ (ສັງຄົມ) ກໍກະທົບໃສ່ ເຊັ່ນ: ບັນຫາຢາ
ເສບຕິດ ເກມ ແລະ ການພະນັນອື່ນໆ.
               ສຳນັ້ນ ເພື່ອຢາກແກ້ໄຂ ແລະ ຮັບປະກັນໄດ້ຄວາມສະຫງົບໃນຂອດການສຶກສານີ້ ແມ່ນຮຽກຮ້ອງໃຫ້ທຸກພາກ
ສ່ວນໃນສັງຄົມ ອຳນາດການປົກຄອງທຸກຂັ້ນ ຕະຫຼອດສະຖາບັນຄອບຄົວຕ້ອງໄດ້ຮ່ວມໄມ້ຮ່ວມມືກັນເປັນເຈົ້າການແກ້
ໄຂບັນຫາດັ່ງກ່າວຢ່າງຈິງຈັງ. 

ໂດຍ: ໂກ້ ໄຊຍົນຕີ
ຄໍລັມ: ພັດທະນານະຄອນຫລວງ
ຫນັງສືພິມ: ວຽງຈັນໃຫມ່
22-10-2008, 12:53:48

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard