LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: 3 women in 1000 kip bank note
Anonymous

Date:
3 women in 1000 kip bank note
Permalink   


ໄດ້ຍິນວ່າ ທ/ຄ ກາງ ພິມໃບ 1000 ກີບອອກມາໃຫມ່, ເທິງໃບເງິນມີຮູບຜູ້ຍິງ 3 ຄົນ ເຊິ່ງເປັນຮູບແທ້ (ບໍ່ແມ່ນກຣາບຟິກ), ມີການວິພາກວິຈານກັນຢ່າງກວ້າງຂວາງໃນແງ່ຄວາມເຫມາະສົມ. ມີໃຜມີຮູບເງິນດັ່ງກ່າວບໍ່? ເອົາມາເບິ່ງແດ່ດູ້.



__________________
Anonymous

Date:
Permalink   

Anonymous wrote:

 

ໄດ້ຍິນວ່າ ທ/ຄ ກາງ ພິມໃບ 1000 ກີບອອກມາໃຫມ່, ເທິງໃບເງິນມີຮູບຜູ້ຍິງ 3 ຄົນ ເຊິ່ງເປັນຮູບແທ້ (ບໍ່ແມ່ນກຣາບຟິກ), ມີການວິພາກວິຈານກັນຢ່າງກວ້າງຂວາງໃນແງ່ຄວາມເຫມາະສົມ. ມີໃຜມີຮູບເງິນດັ່ງກ່າວບໍ່? ເອົາມາເບິ່ງແດ່ດູ້.

 



        ຖ້າວ່າເອົາຮູບຄົນແທ້ມາໃຊ້ອິ່ຫຼີ ມັນກໍ່ເປັນຕາວິພາກຢູ່.​ ເພາະວ່າເງີນທີ່ນຳໃຊ້ທົ່ວປະເທດ
        ຮູບທີ່ຈະເອົາມາໃຊ້ຄວນຈະເປັນຮູບຂອງວິລະບຸລຸດຫຼືບຸກຄົນທາງປະຫວັດສາດທີ່ມີຜົນງານ
        ທີ່ດີເດັ່ນໃຫ້ແກ່ປະເທດ ບໍ່ແມ່ນຈະເອົາຮູບຂອງຜູ້ຍິງທີ່ມີຫນ້າຕາດີຊື່ໆມາໃຊ້ແລະໃຫ້ຄົນທັງ
        ປະເທດນຳໃຊ້ນຳກັນ. ຄວາມເຫັນສ່ວນໂຕຄິດວ່າບໍ່ເໝາະສົມຢ່າງຍິ່ງ ຜູ້ຮັບຜິດຊອບຄວນເບີ່ງຄືນ
        ແລະແກ້ໄຂ.
             

 



__________________
Samakomlao

Date:
Permalink   

Here it is...



Photo took from
http://samakomlao.blogspot.com


__________________
Anonymous

Date:
Permalink   

ເງີນຂອງປະເທດໃດຫນຶ່ງ ແມ່ນສັນຍາລັກຂອງປະເທດນັ້ນໆທີ່
ປ/ຊທົ່ວປະເທດຕ້ອງໄດ້ນຳໃຊ້.​ ຜູ້ທີ່ຈະມີຄຸນນະວຸດແລະສົມຄວນຖືກລົງໃນ
ທັນນະບັດ ຄວນຈະເປັນວິລະຊົນຫຼືເປັນວິລະບຸລຸດຂອງປະເທດນັ້ນໆ
ບໍ່ເຄີຍໄດ້ຍິນ ບໍ່ເຄີຍເຫັນເງີນຂອງປະເທດໃດ ເອົາຮູບໂຕຈິງຂອງຄົນທຳມະດາ
ລົງໃນໃບເງີນ ຖ້າວ່າຈຸດປະສົງແມ່ນເພື່ອຈະໂຄສະນາສາມຊົນເຜົ່າຂອງລາວ ກໍ່ຄວນເອົາ
ຮູບແຕ້ມເອົາ ຂະໜາດວ່າຮູບຂອງອະດີດປະທານໄກສອນ ຍັງໃຊ້ຮູບແຕ້ມ.
ບໍ່ຮູ້ວ່າຜູ້ອອກໄອເດຍນີ້ ໄດ້ສຶກສາຢ່າງຖີ່ຖ້ວນຫຼືບໍ່ ແລະຜູ້ຮັບຜິດຊອບຄິດແນວໃດ
ຈຶ່ງອານຸຍາດໃຫ້ພິມອອກມາໄດ້.


__________________
Anonymous

Date:
Permalink   

Samakomlao wrote:

Here it is...



Photo took from
http://samakomlao.blogspot.com




      1. ຈຸດປະສົງຂອງການເອົາຮູບແທ້ຜູ້ຍິງສາມຄົນມານຳໃຊ້ເພື່ອຫຍັງ?

      2. ສາມຄົນນີ້ແມ່ນໃຜ?

          ມີບົດບາດແນວໃດຕໍ່ກັບປະເທດລາວເຖິງຈະໃຫ້ໄປຢືນຢູ່ຫນ້າພຮະທາດຫຼວງແລະຢືນຄຽງ

          ຄູ່ກັບກາລາດຊະການ.



__________________
Anonymous

Date:
Permalink   

ຖຽງກັນໄປ ກໍ່ບໍ່ໄດ້ປະໂຫຍດ
 ເພາະເພິ່ນພິມອອກມາແລ້ວ ຫຼາຍລ້ານໃບ ແລະ ແກ້ບໍ່ໄດ້ອີກແລ້ວ

ທາງທີ່ດີ ມາລົມກັນດີກ່ວາວ່າ ຖ້າເທື່ອຫນ້າ ເພິ່ນພິມພັນທະບັດເງິນ ອອກມາໃຫມ່
ຄວນຈະເອົາຮູບຜູ້ໃດລົງດີ

ຂ້ອຍຂໍໂວດໃຫ້ເອົາຮູບລູງ ສຸພານຸວົງ


__________________
Anonymous

Date:
Permalink   

ໄດ້ຍິນຫາງສຽງມາວ່າເພີ່ນຊິຮຽກເກັບຄືນຊັ້ນເດ້ ແມ່ນໃຜຖືຄອງຢູ່ໃຫ້ເອົາໄປປ່ຽນນຳທະນາຄານ.
ທີ່ຈິງແລ້ວກໍ່ບໍ່ຮູ້ວ່າຊິພິມອອກມາໃຫມ່ເຮັດຫຍັງນໍ້ ເພາະໃບ 1000 ກີບໂຕເກົ່າກະຍັງມີຢູ່ confused

__________________
Anonymous

Date:
Permalink   

ຖ້າເພີ່ນຖອດຖອນບົດຮຽນຈາກຄວາມຜິດພາດໃນຄັ້ງນີ້ກະຊິດີ
ເຮັດຫຍັງຕ້ອງໄດ້ຮອບຄອບ ບາງອັນເຮັດໄປແລ້ວເອົາຄືນບໍ່ໄດ້
ກໍ່ມີ ພິມອອກໄປຫຼາຍລ້ານໃບ ເສຍງົບປະມານແລະລາຍໄດ້ຂອງ
ປະເທດຫຼາຍພັນລ້ານກີບ ຍ້ອນຄວາມບໍ່ຮອບຄອບ.
ຂ້ອຍຂໍໂວດຮູບເຈົ້າໄຊເສດຖາ,ເຈົ້າອານຸ.

__________________
Anonymous

Date:
Permalink   

 ກາຄວາຍອີກເບື້ອງຫນຶ່ງເບິ່ງແລ້ວຮູ້ສຶກວ່າບໍ່ເໝາະສົມຄືກັນ
 ການທີ່ຈະບອກວ່າປະເທດເຮົາເປັນປະເທດກະສິກຳຄືດັ່ງໆຫຼາຍໆ
 ປະເທດຂ້ອຍຄິດວ່າບໍ່ຈຳເປັນຕ້ອງໃຊ້ຄວາຍມາໃສໃນເງີນເຕັມໆໃບ
 ຂະໜາດນີ້ກະໄດ້. ບັນດາປະເທດອາຊີເຂົາເຈົ້າກໍ່ເປັນປະເທດກະສິກຳ
 ແຕ່ບໍ່ມີໃຜເອົາຄວາຍມາເປັນສັນຍາລັກ ຄວນຈະເອົາສັນຍາລັກອີ່ຫຍັງ
 ທີ່ເປັນຄວາມຮຸ່ງເຮືອງສີວິໄລຂອງປະເທດມາໃສ່ ເຊັ່ນ: ພາບວາດຊ້າງເຜືອກ,
  ພະຍານາກຕ່າງໆທີ່ເປັນສັນຍາລັກຄູ່ບ້ານຄູ່ເມືອງປະເທດເຮົາມາຕັ້ງແຕ່ດຶກ
  ດຳບັນ.​ເຫັນຮູບຄວາຍຢືນຢູ່ຂ້າງຮູບເທວະດາແລ້ວຮູ້ສຶກເຖີງຄວາມບໍ່ເໝາະສົມເປັນຢ່າງຍິ່ງ.
 ບໍ່ຮູ້ວ່າຜູ້ໃດເປັນຜູ້ອອກແບບແລະແມ່ນໃຜອະນຸຍາດ ຫນ້າຈະອອກແບບໃຫ້ດີແລະເໝາະສົມ
 ກ່ວານີ້.

__________________
Anonymous

Date:
Permalink   

Anonymous wrote:

ໄດ້ຍິນຫາງສຽງມາວ່າເພີ່ນຊິຮຽກເກັບຄືນຊັ້ນເດ້ ແມ່ນໃຜຖືຄອງຢູ່ໃຫ້ເອົາໄປປ່ຽນນຳທະນາຄານ.
ທີ່ຈິງແລ້ວກໍ່ບໍ່ຮູ້ວ່າຊິພິມອອກມາໃຫມ່ເຮັດຫຍັງນໍ້ ເພາະໃບ 1000 ກີບໂຕເກົ່າກະຍັງມີຢູ່ confused



      ສ້າງຜົນງານແລະປັບປຸງຄຸນນະພາບຂອງໃບເຈ້ຍພິມເງີນທີ່ນຳໃຊ້.​ແຕ່ເພີ່ນບໍ່ໄດ້ປັບປຸງຄວາມສາມາດ
      ໃນການອອກແບບ ເລີຍກາຍເປັນການສ້າງຈຸດບົກຜ່ອງໄປເຕັມໆ biggrin

 



__________________
Anonymous

Date:
Permalink   

ພີມທົດແທນເງິນຂາດຫມູນ  



__________________


Veteran Member

Status: Offline
Posts: 64
Date:
Permalink   

Wholesale NFL Jerseys


Cheap NFL Jerseys


NFL Jerseys


NFL Football Jerseys


Women NFLJerseys


Kid NFL Jerseys


Super Bowl Jerseys


Super Bowl NFL Jerseys


Throwback Jerseys


Throwback NFL Jerseys

Cheap Throwback Jerseys


Wholesale Throwback Jerseys


Cheap Super Bowl Jerseys


Wholesale Super Bowl Jerseys


nfl youth jerseys wholesale


nfl youth jerseys cheap


Baltimore Ravens Jerseys


Chicago Bears Jerseys


Cincinnati Bengals Jerseys


Denver Broncos Jerseys


Dallas Cowboys Jerseys


Green Bay Packers Jerseys


Indianapolis Colts Jerseys


Minnesota Vikings Jerseys


New England Patriots Jerseys


New Orleans Saints Jerseys


New York Jets Jerseys


Arizona Cardinals Jerseys


Buffalo Bills Jerseys


Atlanta Falcons Jerseys


Carolina Panthers Jerseys


Cleveland Browns Jerseys


Houston Texans Jerseys


Detroit Lions Jerseys


Jacksonville Jaguars Jerseys


Kansas City Chiefs Jerseys


Miami Dolphins Jerseys


New York Giants Jerseys


Philadelphia Eagles Jerseys


San Francisco 49ers Jerseys


Oakland Raiders Jerseys


Seattle Seahawks Jerseys


Pittsburgh Steelers Jerseys


St Louis Rams Jerseys


San Diego Chargers Jerseys


Tampa Bay Buccaneers Jerseys


Tennessee Titans Jerseys


Washington Redskins Jerseys






__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard