LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານ​ແຫ່ງ ​ສປປລາວ
Anonymous

Date:
ທະນາຄານ​ແຫ່ງ ​ສປປລາວ
Permalink   


ກະແສຂ່າວ ທ້ອງຖີ່ນ ຣາຍງານວ່າ ທະນາຄານແຫ່ງ ສປປລາວ ງົດປ່ອຍເງິນໃບພັນກີບ​ ທີ່ໄດ້ຮັບການປັບປຸງ​ ພິມໃໝ່ ອອກຈໍຣະຈອນ ໃນສັງຄົມ​-ໄວ້ຊົ່ວຄາວ ຍ້ອນຫາງສຽງ ວິພາກວິຈານ ທີ່ນັບມື້ ມີຫລາຍເພີ່ມຂຶ້ນ​​ ກ່ຽວກັບຮູບຂອງນາງສາວ ສາມຄົນ​ ໃນໃບເງິນ ພາຍຫລັງ​ ປະຊາຊົນ​ ຊາບວ່າເປັນຮູບຂອງຄົນແທ້.

ມາຮອດມື້ນີ້ ທາງທະນາຄານ ແຫ່ງສປປລາວ ກໍຍັງບໍ່ທັນ ອະທິບາຍ​ ​ໃຫ້ສັງຄົມຊາບເທື່ອ ເຖິງເຫດຜົນໃນການເລືອກເອົາ ​ຮູບຄົນແທ້ ​ໃສ່,  ນາງສາວ ທັງ 3 ​ເປັນໃຜ ​ແລະ​ ມີຄວາມສໍາຄັນ ແນວໃດ​ ຕໍ່ສັງຄົມ.

ແຕ່ເຖິງແນວໃດ ທ່ານ ສຸພັດ ​ໂຄດໂຍທາ ຫົວໜ້າກົມ ເງິນຕຣາ ທະນາຄານແຫ່ງສປປລາວ ກໍໄດ້ກ່າວ​ ໂດຍທີ່ ພວກທ່ານ​ ຍອມຮັບວ່າ ເປັນຮູບຖ່າຍຂອງຄົນແທ້ ​ແລະ ກໍເປັນ ພະນັກງານ ໃນທະນາຄານແຫ່ງສປປລາວແຕ່ຮູບນັ້ນ ​ໄດ້ຜ່ານ​ ການເອົາໄປແຕ້ມ ຄືນອີກເທື່ອນຶ່ງ ຢູ່ປະເທດ ຣັດເຊັຽ.

ທ່ານສຸພັດ​ ກ່າວອີກວ່າ ຕົນບໍ່ຄິດ ເລີຍວ່າ ຈະມີຫາງສຽງ ວິຈານ ຈາກສັງຄົມ ຫລາຍປານນີ້ ​ເພາະຄິດວ່າ ທາງທະນາຄານ​ ໄດ້ເຮັດອອກມາ ດີທີ່ສຸດແລ້ວ.ບັນຫານີ້ ບໍ່ພຽງແຕ່​ ໄດ້ນໍາ​ ໄປຖົກຖຽງກັນ ຢູ່ຕາມພື້ນຖານ​ ສັງຄົມ-ຊຸມຊົນຕ່າງໆ ​ແຕ່ຫາກຍັງ ໄປເຖິງຣະດັບ ຣັຖບານ ​ແລະ ສະພາ ແຫ່ງຊາດ​ ​ແລ້ວ. 

ການປ່ອຍ​ ເງິນກີບໃໝ່​ ໃບພັນ ຈະຖືກງົດໄປ​ ຈົນກວ່າ ຈະໄດ້ຮັບການພິຈາຣະນາ ມີຂໍ້ຕົກລົງຈາກຣັຖບານ ອີກເທື່ອນຶ່ງ ​ເສັຽກ່ອນສ່ວນທີ່ຖືກນໍາອອກ​​ໃຊ້ແລ້ວ ກໍສາມາດ​​ ໃຊ້ຈັບຈ່າຍໄດ້ ຕາມປົກກະຕິ.

ເມື່ອວັນທີ 30 ຕຸລາ 2008 ນີ້ ທະນາຄານ​ ແຫ່ງສປປລາວ ​ໄດ້ອອກແຈ້ງການ ນໍາເອົາທະນະບັດ​-ໃບພັນກີບ ທີ່ໄດ້ຮັບການປັບປຸງ ແລະ ພິມໃໝ່ ​ໃນປີ 2008ອອກສູ່ສັງຄົມ ​ເລີ່ ​ແຕ່ເດືອນພຶສຈິກາ ​ເປັນຕົ້ນໄປ ​ເພື່ອປັບປຸງ ຄຸນນະພາບ ຂອງໃບເງິນ ​ໃນການຈໍຣະຈອນ​​, ສົ່ງເສີມ ການນໍາ​​ໃຊ້ເງິນກີບໃຫ້ນັບມື້ກວ້າງຂວາງ, ​ໃຫ້ການຊໍາຣະ ຣາຄາສີນຄ້າ​ ແລະ​ ຄ່າບໍຣິການ ມີຄວາມສດວກ ​ຍີ່ງຂຶ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard