LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: LSAJ ສ້າງມາໄດ້ຈັກປີ ແລ້ວ ?


Veteran Member

Status: Offline
Posts: 53
Date:
LSAJ ສ້າງມາໄດ້ຈັກປີ ແລ້ວ ?
Permalink   




ມີໃຜຮູ້ບໍ່ວ່າ LSAJ ສ້າງມາໄດ້ຈັກປີແລ້ວ
ແມ່ນໃຜເປັນຜູ້ສ້າງຕ້ັງ LSAJ
ແລະມີການວາງແຜ່ນພັດທະນາ LSAJ ໃນອະນາຄົດແນວໃດແດ່ ?


__________________
http://samakomlao.blogspot.com
http://www.laoshare.com
http://www.25thseagames.blogspot.com


President of LSAJ

Date:
Permalink   

ຂໍອະໄພທີ່ຕອບຊ້າ,ເພາະຫາກໍ່ມີເວລາເຂົ້າມາຊ່ອຍເພີ່ມເຕີມຂໍ້ມູນ.

(1)ສະມາຄົມນັກສຶກສາລາວທີ່ປະເທດຢີ່ປຸ່ນສ້າງຕັ້ງຂື້ນຕັ້ງແຕ່ປີ2003.
(2)ໂດຍແມ່ນປະທານສີສະຫວາດ ພ້ອມດ້ວຍຄະນະໃນສະໃໝນັ້ນເປັນຜູ້ສ້າງຕັ້ງ.
(3) ປະຈຸບັນແມ່ນຂ້າພະເຈົ້າສຶບຕໍ່ເປັນປະທານໄດ້ສອງສະໃໝແລ້ວແລະຄິດວ່າ
    ສະໃໝທີ່ສາມຈະບໍ່ລົງເລືອກຕັ້ງຢ່າງແນ່ນອນ.
 ຜ່ານການບໍລິຫານງານມາສອງປີກັບທີມງາມທ່ີຢູ່ທົ່ວປະເທດຢີ່ປຸ່ນ ໄດ້ພົບພໍ້ບັນຫາ
ຫຼາຍຢ່າງທີ່ສັ່ງສົມມາດົນນານ ແຕ່ຈາກການຮ່ວມມືແລະຊ່ອຍເຫຼືອຈາກຫຼາຍພາກສ່ວນ
ເຮັດໃຫ້ບັນຫາທີ່ຄົງຄ້າງທີ່ຜ່ານມາໄດ້ຖືກແກ້ໄຂ.ແຜນໃນອານາຄົດ ຄິດວ່າຈະສ້າງ
ໃຫ້ເວບໄຊຂອງພວກເຮົາເປັນສູນແລກປ່ຽນຂໍ້ມູນຂ່າວສານລະຫວ່າງນັກສຶກສາທີ່
ຮ່ຳຮຽນຢູ່ປະເທດຢີ່ປຸ່ນແລະນັກສຶກສາຜູ້ທີ່ສົນໃຈ. ນອກນັ້ນ,ຢາກຈະສ້າງໃຫ້
ສະມາຄົມນັກສຶກສາລາວທີ່ປະເທດຢີ່ປຸ່ນພວກເຮົາເປັນບ່ອນເຕົ້າໂຮມຄວາມສາ
ມັກຄີ ແລກປ່ຽນຄວາມຄິດເຫັນແບບອ້າຍຮູ້ສອງນ້ອງຮູ້1 ແລະຊ່ອຍເຫຼືອເຊິ່ງກັນແລະກັນ.
ປາດສະຈາກຄວາມຮ່ວມມືແລະຊ່ອຍເຫຼືອຈາກນັກສຶກສາໝົດທຸກຄົນ ສນລຍພວກເຮົາ
ຈະບໍ່ສາມາດຄົງຢູ່ແລະເຕີບໃຫຍ່ຂະຫຍາຍໂຕໄດ້.​ດັ່ງນັ້ນ,ຮຽກຮ້ອງໃຫ້ສະມາຊິກໝົດທຸກຄົນ
ຊ່ອຍປະກອບສ່ວນໃນກິດຈະກັມແລະການເພີ່ມເຕີມຂໍ້ມູນໃນເວບໄຊຂອງພວກເຮົາດ້ວຍ.
                                                        ໂຕກຽວ 2 ເດືອນ 9 ປີ 2008
                                                           ປະທານສະມາຄົມນັກສຶກສາລາວ
                                                              ດວງມາລາ ກຸນຊະນະ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard