LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ໄປທ່ຽວປະເທດເກົາຫຼີກັນເທາະ !


Veteran Member

Status: Offline
Posts: 53
Date:
ໄປທ່ຽວປະເທດເກົາຫຼີກັນເທາະ !
Permalink   


ປິດພັກພາກຮຽນ ເກືອບສອງອາທິດ ເລີຍຖືໂອກາດບິນໄປທ່ຽວເກົາຫຼີ ແບບພາຍກະເປົ່າໃບດຽວ

ກ່ອນຈະໄປ ບໍ່ຄ່ອຍໄດ້ສືກສາລາຍລະອຽດ ຂອງປະເທດນີ້ຫຼາຍປານໃດ ຮູ້ພຽງແຕ່ວ່າ ອາຫານຖືກ ແລະ ແຊບ ບວກກັບຄ່າຄອງຊີບ ທີ່ຖູກກ່ວາຢີ່ປຸ່ນຫຼາຍເທ່ົາ

ຫຼາຍຄົນອາດສົງໃສວ່າ ເກົາຫຼີ ແລະຢີ່ປຸ່ນ ມີຫຍັງຄືກັນແລະແຕກຕ່າງກັນແນ່ ?

1. ໄປຊື່ເຄື່ອງຕາມຮ້ານຕ່າງໆ ໃຊ້ພາສາອັງກິດ ຄົນເກົາຫຼື ສ່ວນຫຼາຍແມ່ນບໍ່ເຂົ້າໃຈ ແຕ່ຖ້າເວົ້າ ພາສາຢີ່ປຸ່ນໄປ 80ສ່ວນຮ້ອຍແມ່ນເຂົ້າໃຈ

2. ອາກາດບໍ່ສະອາດ ຄືກັນກັບປະເທດຢີ່ປຸ່ນ ໂດຍສະເພາະ ມີລົມທີ່ນໍາເອົາເມັດຊາຍມາຈາກທາງພາກກາງຂອງຈີນ ເຮັດໃຫ້ຖະຫນົນຫົນທາງເຕັມໄປດ້ວຍຝຸ່ນ

3. ມີຕືກອາຄານສູງ ແລະ ທັນສະໄຫມ ຫຼາຍກ່ວາຢີ່ປຸ່ນ

3. ຄວາມມີລະບຽບວິໄນ ແມ່ນຍັງເປັນຮອງຢີ່ປຸ່ນຫຼາຍດ້ານ ເຊັ່ນ ບໍ່ມີການລຽນແຖວເມື່ອຈະຂຶ້ນລົດໄຟ ຫຼື ລົດບັດສ

4. ອາຫານເກົາຫຼີ ລາຄາຖືກ ປະລິມານຫຼາຍ ແລະ ຄິມຈິ ເປັນອາຫານທີ່ຂາດບໍ່ໄດ້ ຂອງປະເທດນີ້. ເວລາໄປປະເທດອື່ນໆ ທ່ານອາດຈະມີປັນຫາເລື່ອງຖ່າຍບໍ່ອອກ ເພາະອາດບໍ່ຄຸ້ນກັບອາຫານການກິນ ແຕ່ກິນອາຫານເກົາຫຼີິ ລົງໄປແລ້ວ ລະບົບການຍ່່ອຍອາຫານແມ່ນດີເລີດ

5. ຄາເດີນທາງແມ່ນຖືກຫຼາຍ ຖ້າທຽບໃສ່ຢີ່ປຸ່ນ ເສັ້ນທາງລົດໄຟບໍ່ສັບສົນວຸ້ນວາຍ

6. ແຟຣຊັນເກົາຫຼີ ແຕກຕ່າງກັບ ແຟຣຊັນຢີ່ປຸ່ນ ແບບຂາດລອຍ ບໍ່ເຂົ້າໃຈ ດຽວນີ້ ສາວເກົາຫຼີ ກໍາລັງນິຍົມ ຊົງຜົມຫນ້າມ້າ

ເກັບຕົກພາບທີ່ປະເທດເກົາຫຼີ ມາໃຫ້ເບິ່ງ


ໃຊ້ບໍລິການສາຍການບິນອາເຊີຍນາ


ອາຫານເທິງເຄື່ອງບິນ


ວັດໂບຮານ ແລະຂຶ້ນບັນຊີເປັນມໍລະດົກໂລກຂອງເກົາຫຼີ


ພິທີສາທິດການເດີນສະຫນາມຂອງພະລາຊາ


ຜັກດອງຫຼາກຫຼາຍຊະນິດຂອງເກົາຫຼີ

ສະຖານທີ່ຊື່ເຄືອງ ແລະ ທ່ອງທ່ຽວ ຂອງໄວລຸ້ນ ແລະບໍ່ລຸ້ນ ເກົາຫຼີ

ເອົາເທົ່ານີ້ກ່ອນແລ້ວມື້ຫນ້າຈະມາຕໍ່ໃຫມ່

biggrinbiggrinbiggrin



__________________
http://samakomlao.blogspot.com
http://www.laoshare.com
http://www.25thseagames.blogspot.com


Anonymous

Date:
Permalink   

Oh!!! Which city have you been?

__________________


Veteran Member

Status: Offline
Posts: 53
Date:
Permalink   

I visited only the capital city, Seoul.
Next time, I plan to visit Busan and Jejudo island

__________________
http://samakomlao.blogspot.com
http://www.laoshare.com
http://www.25thseagames.blogspot.com


Anonymous

Date:
Permalink   

ຂອບໃຈ! ສຳລັບຊື່ເມືອງທີ່ໄປ
ເວົ້າເລື່ອງເກົາຫລີໃຕ້ ຂ້ອຍກໍ່ສົນໃຈ
ຕາມປະສົບການທີ່ເຈົ້າເຄີຍໄປແລ້ວມີຫຍັງເວົ້າສູ່ຟັງຕື່ມອີກບໍ
ຕ້ອງກຽມໂຕພິເສດແນວໃດ ກ່ອນເຂົ້າເກົາຫລີໃຕ້ ສຳລັບຄົນລາວ
ທີ່ພັກອາໃສ ການໄປການມາ ມີຫຍັງແນະນຳອີກບໍ
ດີແທ້ບອກລາຄາ ທີ່ພັກ ອາຫານເພີ້ມຕື່ມກະດີ (ສຳລັບຄົນເງິນຫນ້ອຍຢ່າງຜູ້ຂ້ານີ້)biggrin

__________________


Veteran Member

Status: Offline
Posts: 53
Date:
Permalink   


1. ຄ່າເຮັດວີຊ້າ 4,000 yen ສໍາຫຼັບຄົນລາວ ແມ່ນແລ່ນວີຊາມື້ດຽວໄດ້ ສິ່ງທີ່ຕ້ອງຕຽມ ແມ່ນ
ປາສປອດ ຮູບ2ໃບ ເອລຽນກາດ ເອກະສານການຈອງປີ້ຍົນ ທີ່ພັກໃນເກົາຫຼິ
2. ຄ່າປີຍົນ ແມ່ນແລ້ວແຕ່ລະດູການ ຖືກກ່ວາປີຍົນບິນໄປຄິວຊູຈາກໂຕກ້ຽວ
ຂ້ອຍໄປເທື່ອນີ້ ແມ່ນໄດ້ປີ້ຍົນຟຣີ ຈາກການສະສົມແຕ້ມ ຈາກການໃຊ້ບໍລິການຂອງ ANA ແລະ Starllianz (Millage card)
3. ຄ່າລົດບັດຈາກສະຫນາມບິນໄປຕົວເມືອງ 800 ເຢັນ
4. ຄ່າໂຮງແຮມ ຢ່າງດີ 3,000 yen ຕໍ່ຄືນ ສະດວກສະບາຍ ແລະໃກ້ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ
5. ອາຫານຕໍ່ຄາບ 400-600 ເຢັນ ກິນເຕັມອີ່ມໄປເລີຍ
6. ຂອງທີ່ລະລືກຫຼາກຫຼາຍຢ່າງໄວ້ໃຫ້ເລືອກຊື້

ສົນໃຈສອບຖາມລາຍລະອຽດອື່ນ ໂພດກັນເຂົ້າມາໄດ້

__________________
http://samakomlao.blogspot.com
http://www.laoshare.com
http://www.25thseagames.blogspot.com


wow gold

Date:
cheap wow gold
Permalink   


buy wow gold,cheap wow gold,wow gold.wow gold,wow gold,Sof Gold,SilkRoad Gold,Anarchy Online CreditsEQ2 Plat,FFXI Gil,Gaia Gold,GW Gold,L2 Adena,Lotro Gold,MS Mesos,Ro Zeny,RF Currency,ROSE Zuly,EQ Power Leveling,EQ2 Power Leveling,VS Power Leveling,WOW EU Power Leveling,WOW US Power Leveling,FFXI Power Leveling,GW Power Leveling,L2 Power Leveling,Lotro Power Leveling,Maple Story Power Leveling,RF Power Leveling,Silkroad Power Leveling,SWG Power Leveling,SWG Credits,Vs Gold,WoW Gold EU,WoW Gold US,MS Power Leveling,COV Power Leveling,CoV Infamy,Ddo plat,Eve ISK,EQ Plat,DDO Power Leveling
09.07.14T.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard