LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ເພີ່ນເຮັດຫຍັງແດ່ໃນ “ບຸນປີໃຫມ່ລາວ”
-tae

Date:
ເພີ່ນເຮັດຫຍັງແດ່ໃນ “ບຸນປີໃຫມ່ລາວ”
Permalink   


ບຸນປີໃຫມ່ລາວ
ເປັນລະດູປິໃຫມ່ລາວ ອີງຕາມວິທີໄລ່ທາງໂຫລາສາດ ຈະຕົກຢູ່ໃນເດືອນຫ້າ ຫາ ເດືອນຫົກ (ປີລາວ) ແຕ່ຕົກຖືກວັນທີ 13, 14, 15 ຂອງເດືອນເມສາ. ບັນດາປະເທດເພື່ອນບ້ານ ເຊັ່ນ: ພະມ້າ, ກຳປູເຈຍ ແລະ ໄທ ກໍ່ສະເຫລີມສະຫລອງປີໃຫມ່ໃນໄລຍະດຽວກັນ, ເພື່ອສົ່ງທ້າຍປີເກົ່ານີ້ ພວກ ເຮົາມີກິດຈະກຳຫລາຍຢ່າງດັ່ງລຸ່ມນີ້:
1.      ມື້ສັງຂານລ່ວງ:ແຕ່ລະວັດຈະອັງເຊີນພະພຸດທະຮູບມາຕັ້ງໄວ້ຢູ່ຜາມໄຊກາງເດີ່ນວັດ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ ຫົດສົງດ້ວຍນ້ຳອົບນ້ຳຫອມ ຂໍຄວາມຢູ່ເຢັນເປັນສຸກ ແລະ ສຸກສົມຫວັງຕາມຄວາມມຸ່ງມາດປາຖະ ຫນາ, ແຕ່ລະຫົວຫນ້າຄອບຄົວກໍ່ໄດ້ນຳພາລູກຫລານອັງເຊີນພະພຸດທະຮູບທີ່ຮ້ານພະປະຈຳບ້ານ ຂອງຕົນລົງມາຫົດສົງ ຫລັງຈາກຫົດສົງດ້ວຍນ້ຳອົບນ້ຳຫອມແລ້ວ ກໍ່ແຕ່ງຂັນຫ້າ-ຂັນແປດ ເພື່ອ ຄາລະວະ ແລະ ນິມົນເພີ່ນຂຶ້ນສະຖິດຢູ່ທີ່ເດີມໃນມື້ຂຶ້ນປີໃຫມ່.

2.      ມື້ເນົາ:ແມ່ນມື້ຢຸດລະຫວ່າງລືກຂອງປີເກົ່າ ກັບ ປີໃຫມ່ ຊຶ່ງເປັນມື້ພັກຜ່ອນ ຄົນທັງຫລາຍພາກັນແຕ່ງນ້ຳ ຫອມໄປຫົດສົງພະພຸດທະຮູບຕາມວັດຕ່າງໆ ຕາມປະເພນີ. ສໍາລັບຢູ່ຫລວງພະບາງ ກໍ່ມີການແຫ່ ພະບາງ ທີ່ເປັນພະມິ່ງບ້ານມິ່ງເມືອງ, ພ້ອມທັງມີການແຫ່ນາງສັງຂານ, ຟ້ອນປູ່ເຍີຍ່າເຍີ ແລະ ປ່ອຍນົກປ່ອຍປາ ເປັນການເສຍເຄາະເສຍເຂັນ ໃຫ້ຕົກໄປນຳປີເກົ່າ, ຂໍໃຫ້ປີໃຫມ່ຈົ່ງມີແຕ່ໂຊກແຕ່ ລາບ ແລະ ຄວາມຮັ່ງມີສີສຸກ (ເວົ້າລວມແລ້ວທົ່ວປະເທດກໍ່ມີກິດຈະກຳຄ້າຍຄືກັນ)

 

3.      ມື້ຂຶ້ນປີໃຫມ່:

ເປັນມື້ສົມມາຄະລະວະຜູ້ໃຫຍ່ (ພໍ່ແມ່ ປູ່ຍ່າ ຕາຍາຍ ແລະ ຜູ້ມີພະຄຸນທັງຫລາຍ) ດ້ວຍດອກໄມ້ ທູບທຽນ ແລະ ຫົດສົງດ້ວຍນ້ຳອົບນ້ຳຫອມ ເພື່ອຂໍພອນ 10 ປະການ. ອີກອັນຫນຶ່ງ ເພື່ອໃຫ້ເພີ່ນ ຫລຸດບາບຫລຸດໂທດໃຫ້ ໃນໄລຍະຜ່ານມາ “ຖ້າຫາກວ່າລູກຫລານ ໄດ້ສະຫລັງພັ້ງພາດ ໄປບໍ່ຊ່າງ ຍ່າງບໍ່ງາມ, ໄດ້ປະພຶດບໍ່ຊອບ ໄດ້ຕອບຖ້ອຍຖຽງຄວາມ ໄດ້ຖິ້ມບຸງການຫນ້າໄດ້ຖິ້ມຊ້າກາຍຕາ ໂດຍເຈດຕະນາ ແລະ ບໍ່ເຈດຊຕະນາກໍ່ດີ ຂໍໃຫ້ພໍ່ແມ່ ຈົ່ງອະໂຫສິກຳໃຫ້ພວກລູກຫລານແດ່ເທີ້ນ”, ສ່ວນຜູ້ທີ່ເປັນພໍ່ແມ່ ກໍ່ອວຍພອນໃຫ້ລູກຫລານ ຂໍໃຫ້ມີຄວາມສຸກກາຍສະບາຍໃຈ ຂໍໃຫ້ຄຸນສິນຄຸນ ທຳຄຸ້ມຄອງ ໃຫ້ປະພຶດໃນທາງທີ່ຊອບປະກອບໃນທາງທີດີ ໃຫ້ໄດ້ສົມນັກສົມປາຖະຫນາທຸກສິ່ງທີ່ ປະກອບຊອບທຳ ທັງອະໂຫສິກຳໃຫ້ທຸກຄົນເບີກບານມ່ວນຊື່ນ ຕ້ອນຮັບປີໃຫມ່. ທຸກວັດ ກໍ່ມີການ ຕັກບາດຢາດນ້ຳ ແຈກສັງຄະທານ ເພື່ອເປັນນິມິດຫມາຍໃນວາລະດີປີໃຫມ່.


       ນອກນັ້ນ, ຍັງມີກິດຈະກຳອື່ນໆ ເຊັ່ນ: ພິທີສູດສັກອານິຈາຫາດວງວິນຍານຂອງຜູ້ທີ່ລ່ວງ ລັບໄປແລ້ວ, ການຕົບພະທາດຊາຍໃນວັດ, ການຈັດພິທີບາສີ ແລະ ພາເຂົ້າສາມັກຄີຕາມກະຊວງ ທະບວກົມຕ່າງໆ ເປັນຕົ້ນ. ສ່ວນການຫົດນ້ຳຕາມຖະຫນົນຫົນທາງນັ້ນ ແມ່ນເປັນປະເພນີນິຍົມ ຂອງຄົນລຸ້ນໃຫມ່ເພື່ອຄວາມມ່ວນຊື່ນ.
ຄັດຈາກ: ປື້ມມາລະຍາດດີ ກິລິຍາຄ່ອງ, ໂດຍ ວຽງໄຊ ຈຸລາມະນີ, ທະບຽນ: 61 ພຈ 28022006 ຈຳຫນ່າຍ ມີນາ 2006
ຮູບພາບ: ອົງການທ່ອງທ່ຽວແຫ່ງຊາດ & EJA


__________________


Veteran Member

Status: Offline
Posts: 53
Date:
Permalink   

ເປັນບົດຄວາມທີ່ດີຫຼາຍເດີ້ ແຕ້
ຂ້ອຍຫາກໍ່ຮູ້ຄວາມຫມາຍຂອງແຕ່ລະມື້ໃນວັນບຸນປີໃຫມ່ລາວ

ແມ່ນແທ້ບໍ່ທີ່ວ່າ ມື້ເນົາແມ່ນບໍ່ໃຫ້ຢູ່ບ້ານ ເພາະຈະເນົ່າຈະເຫມັນ
ແລະ ຫ້າມບໍ່ໃຫ້ທໍາຄວາມສະອາດບ້ານ ເພາະໂຊກລາບຈະເຂົ້າບ້ານໃນມື້ນ້ັນ ?





__________________
http://samakomlao.blogspot.com
http://www.laoshare.com
http://www.25thseagames.blogspot.com


Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard