LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: “ຄອບຄົວ” ຄຳສັ້ນໆ ຄວາມສຳຄັນຍິ່ງໃຫຍ່
-tae

Date:
“ຄອບຄົວ” ຄຳສັ້ນໆ ຄວາມສຳຄັນຍິ່ງໃຫຍ່
Permalink   


ເຮົາອາດຈະເປີດຫົວເລື່ອງບໍ່ໄດ້ ຖ້າປາສະຈາກການກ່າວເຖິງທີ່ມາຂອງຄອບຄົວ ນັ້ນກໍ່ຄື ຄວາມຮັກ ແລະ ການແຕ່ງດອງ. ຄົນສ່ວນໃຫຍ່ເມື່ອມີຄວາມຮັກ ກໍ່ຫວັງຢາກໃຫ້ຄວາມຮັກນັ້ນ ນຳໄປສູ່ການແຕ່ງດອງ ສ້າງຄອບຄົວ ຫລື ຢູ່ກິນນຳກັນ, ແຕ່ວ່າການແຕ່ງດອງກໍ່ບໍ່ແມ່ນວ່າຈະເປັນຄຳຕອບ ແລະ ປາຍທາງຂອງຊີວິດຄູ່ ດັ່ງທີ ດວງແຂ ບຸນຍາວົງ ຂຽນ ໄວ້ວ່າ: “…..ການແຕ່ງດອງຕາມຮີດຄອງລາວ (ໃນປຶ້ມຮີດສິບສອງ ຄອງສິບສີ່, ໂດຍມະຫາສີລາ) ກໍ່ເປັນພຽງ ລຳດັບຊີວິດຂັ້ນທີ3 ເຊິ່ງຫມາຍເຖິງການສົມສູ່ຢູ່ຮ່ວມກັນຂອງຊາຍກັບຍິງ ເວົ້າງ່າຍໆ ກໍ່ຄືການເອົາກັນເປັນຜົວເປັນເມຍ ເພື່ອໃຫ້ມີລູກເຕົ້າສືບເຊື້ອສາຍເປັນຫນໍ່ແຫນງຂອງຕົນ ຕາມວິຖີທາງຂອງສັດຕະໂລກ……”. ເຖິງວ່າຄອບຄົວຈະຖືກສ້າງຂຶ້ນດ້ວຍຮູບການໃດກໍ່ຕາມ ຄອບຄົວມີຄວາມຫມາຍ ແລະ ຄຸນຄ່າສູງທີ່ພວກເຮົາຄວນໃຫ້ການເອົາໃຈໃສ່.

ໃນປີ 2005, ຈາກການສຳຫລວດຂອງ Will Lester ພົບວ່າ 75% ຂອງຄົນອາເມລິກາ ແລະ 60% ຂອງຄົນຍີ່ປຸ່ນເຊື່ອວ່າ ຄອບຄົວແມ່ນປັດໃຈສຳຄັນ ທີ່ນຳໄປສູ່ຄວາມສຸກຂອງຕົນ. Ruth Katz and Yoav Lavee ພົບວ່າ 60% ຂອງຄົນອິສລາເອລ ເຫັນວ່າ ການບໍ່ມີລູກນຳໄປສູ່ການມີຊີວິດທີຫວ່າງເປົ່າ. Taghi Azadarmaki ພົບວ່າ 81.3% ຂອງຄົນອີຣານ ຖືວ່າ ການມີພໍ່ ແລະ ແມ່ ຢູ່ຮ່ວມກັນ ແມ່ນປັດໄຈຕົ້ນ ຕໍທີ່ເຮັດໃຫ້ເດັກນ້ອຍມີຄວາມສຸກ. ເຮົາເຫັນໄດ້ວ່າ ຄອບຄົວ ແມ່ນມີຄວາມສຳຄັນຫລາຍ ຕໍ່ກັບຄົນເຮົາ ບໍ່ວ່າຊົນຊາດໃດໃນໂລກ, ຍ້ອນແນວນັ້ນ ສະມາຊິກທຸກຄົນໃນຄອບຄົວ ພະຍາຍາມຕິດຕໍ່ພົວພັນກັນ ບໍ່ໄດ້ຂາດ (ພົບຫນ້າ, ໂທຫາ ຫລື ສົ່ງຈົດຫມາຍ), ອາໄສຢູ່ໃນເຂດທີ່ໃກ້ກັນ, ດູແລເອົາໃຈໃສ່, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນຍາມມີບັນຫາ. ນອກຈາກ ພໍ່ແມ່ ລູກເຕົ້າ ອ້າຍເອື້ອຍນ້ອງ ປູ່ຍ່າ ພໍ່ເຖົ້າແມ່ເຖົ້າ ແລະ ພີ່ນ້ອງສາຍເລືອດດຽວກັນແລ້ວ, ຄອບຄົວ ໃນຄວາມຫມາຍກວ້າງ ຍັງລວມໄປເຖິງບຸກຄົນທີ່ ເຮົາຜູກພັນ ຮັກແພງ ແລະ ມີຄວາມປາຖະຫນາດີໃຫ້ກັນນຳອີກ. ຄອບຄົວເປັນສະຖາບັນທຳອິດ ແລະ ບ່ອນສຸດທ້າຍຂອງຊີວິດຄົນເຮົາ, ມັນຄົງເປັນເລື່ອງທີ່ຫນ້າເສຍດາຍ ຫາກຄົນຜູ້ ຫນຶ່ງຫລົງລືມ ບໍ່ເຫັນຄວາມສຳຄັນຂອງຄົນໃນຄອບຄົວ ແລະ ຜູ້ຢູ່ໃກ້ຊິດ. ທ່ານຄິດວ່າແນວໃດ?


ແຫລ່ງຂໍ້ມູນ:
1.      http://www.pobronson.com/factbook/pages/431.html#1075
2.      ວາລະສານລານຄຳ, ປີທີ 1 ສະບັບທີ 2, ມັງກອນ-ມີນາ 2008. ຄວາມຮັກ ກັບການແຕ່ງດອງກ່ຽວຂ້ອງກັນ ແນວໃດ, ຫນ້າ 6.



__________________
Anonymous

Date:
Permalink   

ເຄີຍຮຽນມາຕັ້ງແຕ່ຕອນສະໄຫມມັດທະຍົມ ມີຕອນຫນຶ່ງກ່າວວ່າ
ຄອບຄົວປຽບເຫນຶອນຈຸລັງຫນຶ່ງຂອງສັງຄົມ
ສັງຄົມຈະເຂັ້ມແຂງ ເມື່ອສະຖາບັນຄອບຄົວເຂັ້ມແຂງ
ແຕ່ຂ້ອຍຄິດວ່າ ເມື່ອສັງຄົມມີການຂະຫຍາຍຕົວເປັນສັງຄົມໃຫຍ່
ບັນຫາຄອບຄົວກໍ່ຈະເລີ້ມປະກົດມີໃຫ້ເຫັນ ຍົກຕົວຢ່າງເຊັ່ນ ພໍ່ກິນແຕ່ເຫຼົ້າ ແມ່ຫຼຶ້ນແຕ່ໄພ້
ລູກເຕົ້າຕິດຢາ ກາຍເປັນໂສເພນີ ແລະອື່ນໆ

ປັນຫາເຫຼົ່ານີ້ ຄວນເລັ່ງເປັນປັນຫາສໍາຄັນຂອງສັງຄົມລາວໃນອານາຄົດອັນໃກ້ໆນີ້

ຈົບຄວາມເຫັນເທົ່ານີ້ກ່ອນ ມື້ຫນ້າຈະມາຝອຍໃຫມ່ aww

__________________
Anonymously

Date:
Permalink   

yes, i am aprreciated your opinion. that is what i wanna poin: changes in our society and changes in people's mind.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard