LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ໃກ້ຈະຈົບແລ້ວ ເຮັດຫຍັງດີ
Anonymous

Date:
ໃກ້ຈະຈົບແລ້ວ ເຮັດຫຍັງດີ
Permalink   


ອີກ1ປີກໍ່ຈະຮຽນຈົບຈາກຢີ່ປຸ່ນ ບໍ່ຮູ້ວ່າຈະເຮັດຫຍັງດີ ລະຫວ່າງ ຫາວຽກເຮັດຢູ່ຢີ່ປຸ່ນ ຫຼື ກັບລາວ ແລ້ວຫາວຽກເຮັດ ລຸ້ນອ້າຍເອື້ອຍໃຫ້ຄໍາແນະນໍາແດ່

__________________
Anonymous

Date:
Permalink   

ຖ້າຍັງບໍ່ມີເງີນເກັບພໍໄປລົງທຶນໄດ້ຢູ່ລາວ
ແນະນຳຢາກໃຫ້ເຮັດວຽກເອົາປະສົບການຈັກ3-4ປີກ່ອນ
ຮອດຕອນນັ້ນ ຄວາມຮູ້ກະມີ ເງີນກະມີ ກັບບ້ານສາມາດ
ນຳໃຊ້ຄວາມຮູ້ທີ່ຮຽນມາໄປຜັນຂະຫຍາຍຕໍ່ໄດ້ ຫຼືຈະຊອກວຽກ
ນຳອົງການໃດຫນຶ່ງກະງ່າຍ.
ຖ້າບໍ່ມີປະສົບການເຮັດວຽກ ຕໍ່ໃຫ້ຈົບສູງ ຊ່ຳໃດ
ເຂົາເຈົ້າກໍ່ບໍ່ຢາກຈ້າງແລ້ວຢູ່ລາວດຽວນີ້ ເພາະລະບົບ
ປະລິມານຫຼາຍກ່ວາຄຸນນະພາບ ດັ່ງນັ້ນເຂົາເຈົ້າຈະເລືອກ
ຄົນທີ່ມີປະສົບການເຮັດວຽກມາກ່ອນ.
ລຸ້ນອ້າຍ-ເອື້ອຍສ່ວນຫຼາຍທີ່ຈົບໄປແມ່ນເຮັດວຽກແປພາສາ
ເປັນຫຼັກ ຫນ້າເສຍດາຍວິຊາສະເພາະທີ່ຮຽນມາຢູ່ຄືກັນ.
ຢ່າລືມຮຽນພາສາອັງກິດໄປພ້ອມນຳເດີ້ ຢູ່ລາວດຽວນີ້ຄັນບໍ່ໄດ້ພາສາ
ອັງກິດນີ້ ຂ້ອນຂ້າງລຳບາກ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard