LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ມະຫາໄລຊູໂຈ ໃຫ້ທຶນການສຶກສາລາວ
NEWS

Date:
ມະຫາໄລຊູໂຈ ໃຫ້ທຶນການສຶກສາລາວ
Permalink   


 ວັນທີ 3 ກັນຍາ 2008 ຜ່ານມານີ້ ຫ້ອງການຜູ້ຕາງໜ້າມະຫາວິທະຍາໄລ ຊູໂຈ ສປ ຈີນ ຢູ່ ສປປ ລາວ ຮ່ວມ
ກັບລັດວິສາຫະກິດພັດທະນາ ແລະ ບໍລິການທີ່ດິນ ໄດ້ຈັດພິທີສົ່ງນັກສຶກສາລາວຊຸດທຳອິດ ຈຳນວນ 30 ຄົນ ໄປສຶກສາຢູ່
ມະຫາວິທະຍາໄລ ຊູໂຈ ຂຶ້ນ ທີ່ໂຮງແຮມອ່າງຄຳ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ
ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ບັນດາທ່ານຈາກກົມທີ່ກ່ຽວຂ້ອງ ພໍ່ແມ່ຜູ້ປົກຄອງ ແລະ ນັກສຶກສາ.
               ມະຫາວິທະຍາໄລ ຊູໂຈ ເປັນມະຫາວິທະຍາໄລແຫ່ງໜຶ່ງຂອງ ສປ ຈີນ ທີ່ມີຊື່ສຽງ ໄດ້ສ້າງຕັ້ງຂຶ້ນໃນປີ 1900
ເຊິ່ງປັດຈຸບັນ ມີນັກຮຽນປະມານ 50.000 ຄົນ ນັກຮຽນຕ່າງປະເທດທີ່ມາຈາກ 30 ກ່ວາປະເທດໃນທົ່ວໂລກ ມີປະມານ
2.000 ຄົນ ຄູ ແລະ ຜູ້ບໍລິຫານມີຫຼາຍກ່ວາ 4.000 ຄົນ.
               ສຳລັບນັກສຶກສາລາວເຮົາ ທີ່ໄດ້ທຶນການສຶກສາຈາກມະຫາວິທະຍາໄລ ຊູໂຈ ຄັ້ງນີ້ ແມ່ນເປັນທຶນສົມທົບເຊິ່ງ
ທາງມະຫາວິທະຍາໄລ ຊູໂຈ ຈະຊ່ວຍຄ່າຮຽນ ຄ່າພັກເຊົາ ແລະ ອຳນວຍຄວາມສະດວກອື່ນໆ ສ່ວນຄ່າກິນຢູ່ ຄ່າໃຊ້ຈ່າຍ
ອັນທີ່ຈຳເປັນອື່ນໆເຂົ້າໃນການຮຽນ ແລະ ຊີວິດປະຈຳວັນ ແມ່ນຜູ້ປົກຄອງນັກສຶກສາ ເປັນຜູ້ຮັບຜິດຊອບ ເຊິ່ງພາຍຫຼັງທີ່
ໄດ້ຮັບທຶນແລ້ວ ທາງກະຊວງສຶກສາທິການຂອງລາວ ກໍໄດ້ມີການຄັດເລືອກເອົານັກສຶກສາທີ່ຮຽນຈົບຊັ້ນມັດທະຍົມຕອນ
ປາຍ ຜູ້ທີ່ຮຽນເກັ່ງ ແລະ ຮຽນປານກາງ ກໍຄືຜູ້ທີ່ມີເງື່ອນໄຂຈັດສົ່ງໄປສຶກສາ ທີ່ມະຫາວິທະຍາໄລແຫ່ງດັ່ງກ່າວ ການເດີນ
ທາງຂອງນັກສຶກສາ ແມ່ນວັນທີ 4 ກັນຍາ 2008 ໄລຍະເວລາການຮຽນແມ່ນໃຊ້ເວລາ 5 ປີ ລະບົບປະລິນຍາຕີ ປີທຳອິດ
ແມ່ນຈະໄດ້ຮຽນພາສາຈີນ ເພື່ອເປັນເຄື່ອງມືປູທາງໃຫ້ແກ່ການຮຽນຂະແໜງວິຊາສະເພາະ.

ຈາກໜັງສືພິມວຽງຈັນໃໝ່
http://www.vientianemai.net/news.php?TopicID=1&NewsID=4432

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard