LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາການຂື້ນທະບຽນລົດຊັກຊ້າ
NEWS

Date:
ບັນຫາການຂື້ນທະບຽນລົດຊັກຊ້າ
Permalink   


ຂ່າວ: ໄພບູນ
   ຕະຫລອດໄລຍະຜ່ານມາ ບັນຫາການຂຶ້ນທະບຽນລົດມີຄວາມຊັກຊ້າຖືເປັນປະເດັນຫນຶ່ງທີ່ ສັງຄົມໃຫ້ຄວາມສົນໃຈ; ຂະນະທີ່ເຈົ້າຫນ້າທີ່ທີ່ກ່ຽວຂ້ອງກໍ່ອອກມາຮຽກຮ້ອງໃຫ້ສັງຄົມເຫັນໃຈ ນຳກັນ ເນື່ອງຈາກການຂຶ້ນທະບຽນລົດຕ້ອງຜ່ານຫລາຍຂັ້ນຕອນ ແລະ ອຸປະກອນຮັບໃຊ້ຍັງບໍ່ ທັນສະໄຫມ ສ່ວນຈຳນວນລົດພັດເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ເກີດມີຄວາມຊັກຊ້າໃນການຂຶ້ນ ທະບຽນ.
   ຢ່າງໃດກໍ່ຕາມບັນຫາດັ່ງກ່າວ ກຳລັງຈະໄດ້ຮັບການແກ້ໄຂ ເມື່ອທາງກອງຄຸ້ມຄອງພາຫະ ນະ ແລະ ການຂັບຂີ່ນະຄອນຫລວງ ໄດ້ແກ້ໄຂຂອດບໍລິການຫລາຍຂອດ ຫລາຍຂັ້ນມາເປັນ ການບໍລິການຜ່ານປະຕູດຽວລວມເຖິງການນຳເອົາເຕັກໂນໂລຊີໃຫມ່ເຂົ້າມາປ່ຽນແທນອັນເກົ່າ.
   ທ່ານ ນວນໄຊ ພະໄຊສົມບັດ ຫົວຫນ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນ ຫລວງໄດ້ໃຫ້ສຳພາດຕໍ່ຫນັງສືພິມເສດຖະກິດ-ສັງຄົມເຖິງການປັບປຸງດັ່ງກ່າວວ່າ: ໄລຍະຜ່ານ ມາການຂຶ້ນທະບຽນລົດ ແລະ ເອກະສານຕ່າງໆແມ່ນມີ ຄວາມສັບສົນ ແລະ ຜ່ານຫລາຍຂັ້ນ ຕອນເກີນໄປປະກອບກັບວັດຖຸອຸປະກອນຮັບໃຊ້ບໍ່ທັນສະໄຫມ ເຮັດໃຫ້ການແກ້ໄຂເອກະສານ ຕ່າງໆ ມີຄວາມຊັກຊ້າ ເຮັດໃຫ້ເກີດມີຫາງສຽງຈົ່ມວ່າຂອງສັງຄົມ ຕໍ່ການເຮັດວຽກງານຊັກຊ້າ. ຢ່າງໃດກໍ່ຕາມທາງເຈົ້າຫນ້າທີ່ທີ່ກ່ຽວຂ້ອງກໍ່ພະຍາຍາມປັບປຸງຕະຫລອດມາ ເຮັດແນວໃດເຮັດ ໃຫ້ການບໍລິການຮັບໃຊ້ມວນຊົນ ມີຄວາມສະດວກທັງຜູ້ໃຫ້ການບໍລິການ ແລະ ຜູ້ຮັບການບໍລິ ການ.
   ເພື່ອເຮັດໃຫ້ການຂຶ້ນທະບຽນລົດມີຄວາມວ່ອງໄວ ທັນກັບສະພາບ ການກອງຄຸ້ມຄອງພາ ຫະນະ ໄດ້ມີການປັບປຸງລະບົບການບໍລິການຄືນໃຫມ່ ດ້ວຍການເປີດບໍລິການຜ່ານປະຕູດຽວ ຫມາຍຄວາມວ່າຂຶ້ນທະບຽນ ຫລື ປະກອບເອກະສານຕ່າງໆຢູ່ຈຸດດຽວ ເຊິ່ງເລີ່ມມາແຕ່ເດືອນ ມິຖຸນາ 2008. ໄປພ້ອມກັນນັ້ນ ກໍ່ໄດ້ນຳເອົາເຕັກໂນໂລຊີໃຫມ່ເຂົ້າມາໃຊ້ເຊິ່ງຄາດວ່າຈະເລີ່ມ ນຳໃຊ້ໄດ້ໃນເດືອນນີ້ ອັນຈະເປັນການເພີ່ມຄວາມໄວໃນການຂຶ້ນທະບຽນລົດ ແລະເອກະສານ ຕ່າງໆທີ່ຂຶ້ນກັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່.
   ການແກ້ໄຂບັນຫາດັ່ງກ່າວນັ້ນທາງກອງຄຸ້ມຄອງພາຫະນະແລະການຂັບຂີ່ນະຄອນຫລວງ ແມ່ນໄດ້ປັບປຸງ 3 ວຽກງານໃຫຍ່ຄື: ແຜນຄົນ, ແຜນເງິນ ແລະ ແຜນວຽກແຕ່ແຜນເດັ່ນກວ່າ ຫມູ່ ແລະ ຖືເປັນຂອດໃຈກາງກໍ່ຄືການປັບປຸງແຜນວຽກດ້ວຍການນຳເອົາລະບົບການບໍລິການ ຜ່ານປະຕູດຽວເຂົ້າມານຳໃຊ້. ນັບແຕ່ເລີ່ມນຳໃຊ້ເຮັດໃຫ້ຂອດການບໍລິການມີຄວາມວ່ອງໄວຂຶ້ນ ຈາກທີ່ແຕ່ລະວັນສາມາດແກ້ໄຂບັນຫາອອກທະບຽນລົດໄດ້ລະຫວ່າງ 100 ຄັນປະຈຸບັນມີບາງ ມື້ ສາມາດແກ້ໄຂໄດ້ເຖິງ 300 ກວ່າຄັນ ແລະຄາດວ່າຫາກລະບົບໃຫມ່ໄດ້ຖືກນຳໃຊ້ຢ່າງເຕັມ ປະສິດທິພາບການບໍລິການຈະວ່ອງໄວກວ່າເກົ່າ.
   ສຳລັບການຂຶ້ນທະບຽນລົດນັບແຕ່ເດືອນມັງກອນ 2008 ມາຮອດປະຈຸບັນສາມາດຂຶ້ນທະ ບຽນລົດໄດ້ທັງຫມົດ 331.383 ຄັນລວມມີ ລົດ 8 ປະເພດ, ສາມາດສ້າງລາຍຮັບຈາກການ ຂຶ້ນທະບຽນລົດໄດ້ຫລາຍກວ່າ 3,6 ຕື້ກີບ,ສ່ວນອາກອນປະຕິບັດໄດ້ 20,7 ຕື້ກວ່າກີບ, ເພີ່ມ ຂຶ້ນ 19% ແລະ ພາກສ່ວນຈົດທະບຽນ (ຊັບສິນ)ປະຕິບັດໄດ້ 4,5 ຕື້ກວ່າກີບ.
   ການເຄື່ອນໄຫວດັ່ງກ່າວ ຖືເປັນຄວາມພະຍາຍາມອັນຫນຶ່ງ ອີກຂອງກອງຄຸ້ມຄອງພາຫະ ນະ ແລະ ການຂັບຂີ່ນະຄອນຫລວງ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມວ່ອງໄວຂຶ້ນ. ຢ່າງໃດກໍ່ຕາມທ່ານ ນວນໄຊ ກໍ່ໄດ້ຮຽກຮ້ອງເຖິງຜູ້ໃຊ້ລົດ ຈົ່ງເປັນເຈົ້າການນຳກັນໃນການນຳ ເອົາລົດຂອງຕົນ ມາຂຶ້ນທະບຽນໃຫ້ຖືກຕ້ອງຕາມກົດຫມາຍ, ສ່ວນບັນຫາການຂຶ້ນທະບຽນມີ ຄວາມຊັກຊ້າກໍ່ຝາກຄວາມເຫັນໃຈນຳສັງຄົມ ແຕ່ກໍ່ພ້ອມທີ່ ຈະເຮັດໃຫ້ການບໍລິການມີຄວາມ ວ່ອງໄວກວ່າທີ່ຜ່ານມາ.
ຈາກໜັງສຶພິມເສດຖະກິດ-ສັງຄົມ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard