LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົ້ນຄ້ວາປັບປຸງກົດໝາຍວ່າດ້ວຍບໍ່ແຮ່
NEWS

Date:
ຄົ້ນຄ້ວາປັບປຸງກົດໝາຍວ່າດ້ວຍບໍ່ແຮ່
Permalink   


ຂ່າວ: ຄອນສະຫວັນ
ວັນທີ 4 ກັນຍາ 2008 ທີ່ໂຮງແຮມເສດຖາປາລາສໄດ້ຈັດກອງປະຊຸມຄົ້ນຄວ້າປັບປຸງກົດ ຫມາຍ ວ່າດ້ວຍບໍ່ແຮ່ຂຶ້ນຢ່າງເປັນທາງການ.
ໃຫ້ກຽດເປັນປະທານໂດຍທ່ານ ສຸກັນ ພົງສະຫວັດ ປະທານຮັບຜິດຊອບຄົ້ນຄວ້າປັບປຸງ ກົດຫມາຍວ່າດ້ວຍບໍ່ແຮ່, ຫົວຫນ້າຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່, ເຊິ່ງມີບັນດາ ຄະນະຜູ້ຊ່ຽວຊານ, ຜູ້ຕາງຫນ້າຈາກທະນາຄານໂລກ ແລະຫ້ອງການອົງການການເງິນສາກົນ ພ້ອມດ້ວຍສະມາຊິກຂອງຄະນະຮັບຜິດຊອບ ຄົ້ນຄວ້າກົດຫມາຍວ່າດ້ວຍບໍ່ແຮ່ ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອເປັນການຄົ້ນຄວ້າປັບປຸງກົດຫມາຍວ່າດ້ວຍບໍ່ແຮ່ເພື່ອ ສະເຫນີລາຍງານຄວາມຄືບຫນ້າໃນການຄົ້ນຄວ້າກົດຫມາຍ ແລະກຳນົດແຜນການໃນຕໍ່ຫນ້າ.
ສຳລັບຂະແຫນງບໍ່ແຮ່ ຖືເປັນຫນຶ່ງໃນບັນດາຂະແຫນງການທີ່ເປັນທ່າແຮງຕົ້ນຕໍ ເຊິ່ງລັດ ຖະບານ ຄາດວ່າຈະສາມາດປະກອບສ່ວນອັນສຳຄັນເຂົ້າໃນການຂະຫຍາຍຕົວ ແລະ ພັດທະ ນາເສດຖະກິດ-ສັງຄົມ ຂອງປະເທດ, ຍ້ອນເລັງເຫັນເຖິງຄວາມສຳຄັນຂອງລະບົບນິຕິກຳ ສຳ ລັບຂະແຫນງການທີ່ເຫັນວ່າ ຍັງມີຂໍ້ຄົງຄ້າງບາງອັນ, ດັ່ງນັ້ນ ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ຕົກລົງໃຫ້ມີການຄົ້ນຄວ້າປັບປຸງກົດຫມາຍ ວ່າດ້ວຍບໍ່ແຮ່ ສະບັບປະຈຸບັນ, ທີ່ໄດ້ນຳໃຊ້ ມາແຕປີ 1997, ໂດຍໄດ້ມອບຫມາຍໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ສົມທົບກັບຊ່ຽວຊານ ຂອງ IFC MPDF ຈາກກຸ່ມທະນາຄານໂລກ ເລີ່ມຕົ້ນຂັ້ນຕອນການຄົ້ນຄວ້າ ຕັ້ງແຕ່ທ້າຍປີ 2007 ແລະ ໄດ້ຮ່າງກົດຫມາຍວ່າດ້ວຍບໍ່ແຮ່ສະບັບໃຫມ່ຂຶ້ນມາຈົນຮອດທ້າຍເດືອນສິງຫາ ທີ່ ຜ່ານມາ.
ທ່ານ ສຸກັນ ພົງສະຫວັດ ກ່າວວ່າ: ຜ່ານການຄົ້ນຄວ້າປຶກສາຫາລືຮ່າງກົດຫມາຍບໍ່ແຮ່ໄລ ຍະຜ່ານມານັ້ນແລ້ວ ຍັງຈະຍົກເອົາບາງບັນຫາມາປຶກສາຫາລືຮ່ວມກັນຕື່ມ ແລະຈະໄດ້ຂໍແລກ ປ່ຽນນຳຄະນະຊ່ຽວຊານຈາກກຸ່ມທະນາຄານໂລກ, ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມ ເພື່ອເຮັດ ໃຫ້ກົດຫມາຍບໍ່ແຮ່ ສະບັບປັບປຸງໃຫມ່ເປັນສະບັບທີ່ສະທ້ອນເຖິງສະພາບເງື່ອນໄຂຕົວຈິງສະ ເພາະຂອງ ສປປ ລາວ ກໍ່ຄືບັນດາຫລັກການພື້ນຖານສຳຄັນຕາມມາດຕະຖານສາກົນ ສຳລັບ ຂະແຫນງການບໍ່ແຮ່, ເຮັດໃຫ້ກົດຫມາຍສະບັບປັບປຸງໃຫມ່ກາຍເປັນເຄື່ອງມືທີ່ມີປະສິດທິພາບ ເພື່ອພັດທະນາຂະແຫນງການບໍ່ແຮ່ກໍ່ຄື ເພື່ອໃຫ້ບັນລຸໄດ້ຕາມເປົ້າຫມາຍພັດທະນາເສດຖະກິດ ສັງຄົມທີ່ລັດຖະບານໄດ້ວາງອອກ.
ຈາກໜັງສຶພິມເສດຖະກິດ-ສັງຄົມ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard