LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຫຼອກລວງເດັກນ້ອຍໃຫ້ຂາຍບໍລິສຸດ.....
NEWS

Date:
ຫຼອກລວງເດັກນ້ອຍໃຫ້ຂາຍບໍລິສຸດ.....
Permalink   


 ນາງ ທອງມະນີສອນ ອາຍຸ 20 ປີ ບ້ານໂພນແພງ ເມືອງຄຳເກີດ ແຂວງບໍລິຄຳໄຊ ຜູ້ຕ້ອງຫາຄະດີຄ້າມະນຸດ
ໃຫ້ການສາລະພາບວ່າ ຜູ້ກ່ຽວໄດ້ເປີດຮ້ານຂາຍເຫຼົ້າ-ເບຍ ແລະ ບໍລິການມາຕັ້ງແຕ່ເດືອນພຶດສະພາ 2006 ອັນທີ່ແຕກ
ຕ່າງຈາກຮ້ານຂາຍເຄື່ອງດື່ມທົ່ວໄປ ແມ່ນຮ້ານຂອງຜູ້ກ່ຽວມີຍິງສາວມາບໍລິການເອົາອົກເອົາໃຈແຂກທີ່ຍ່າງກ້າວເຂົ້າໄປ
ໃນຮ້ານ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ ຈົນເຮັດໃຫ້ແຂກຫຼາຍຄົນຫຼົງ ຕິດອົກຕິດໃຈ.
               ມາໄລຍະເດືອນກໍລະກົດ 2008 ນາງ ທອງ ໄດ້ຮັບເອົານາງ (ເອ) ນາມສົມມຸດ ອາຍຸບໍ່ເຖິງ 13 ປີ ໄປຢູ່ນຳ ເພື່ອ
ໃຫ້ຊ່ວຍວຽກຊ່ວຍງານຢູ່ຮ້ານ ແຕ່ໃນໃຈຈິງແລ້ວ ນາງ ທອງ ຄິດຫາກຳໄລຈາກການໃຫ້ນາງ (ເອ) ບໍລິການແຂກ ຕໍ່ມາ
ນາງ ທອງ ຈຶ່ງໄດ້ປ່າວຂ່າວວ່າ ຮ້ານຂອງຕົນມີສາວບໍລິສຸດອາຍຸ 12-13 ປີ ໄວ້ໃຫ້ບໍລິການໃນລາຄາ 15.000 ບາດ.
               ວັນທີ 14 ສິງຫາ 2008 ມີຊາຍຄົນໜຶ່ງຕິດຕໍ່ຫານາງ ທອງ ທາງໂທລະສັບ ວ່າມີຍິງສາວບໍລິສຸດໄວ້ຕອບສະ
ໜອງແຂກບໍ? ດ້ວຍຄວາມຢາກໄດ້ເງິນ ນາງ ທອງ ບໍ່ລໍຊ້າ ຂ້ຽວຕອບຊາຍທີ່ບໍ່ເຄີຍເຫັນໜ້າວ່າ : "ມີ" ເມື່ອຕົກລົງລາຄາ
ແລະ ສະຖານທີ່ຮຽບຮ້ອຍແລ້ວ ນາງ ທອງ ຟ້າວນຳສົ່ງນາງ (ເອ) ທີ່ຜູ້ກ່ຽວຖືວ່າເປັນສິນຄ້າ ທີ່ສ້າງລາຍຮັບໃຫ້ແກ່ຜູ້ກ່ຽວ
ໄປໃຫ້ແຂກຢູ່ສະຖານທີ່ນັດໝາຍ ເມື່ອຮອດໜ້າຫ້ອງ ສັນຍານມືເຄາະປະຕູກໍດັງຂຶ້ນສອງສາມບາດ ບອກໃຫ້ແຂກທີ່ລໍຖ້າ
ຢູ່ຂ້າງໃນຮັບຮູ້ວ່າ ສິ່ງທີ່ເຂົາຕ້ອງການມາເຖິງແລ້ວ ບໍ່ພໍນາທີ ປະຕູທີ່ຖືກເຄາະກໍເປີດອອກ ການແລກປ່ຽນຍິງສາວບໍລິສຸດ
ແລະ ເງິນ 15.000 ບາດ (ສະກຸນເງິນໄທ) ຕາມການຕົກລົງກໍເກີດຂຶ້ນ ສ້າງຄວາມພໍໃຈໃຫ້ນາງ ທອງ ບໍ່ແມ່ນໜ້ອຍ ແຕ່
ພ້ອມດຽວກັນກໍເປັນການຊຸກດັນໃຫ້ນາງ (ເອ) ລົງນາຮົກທັງເປັນ.
               ໃນຂະນະທີ່ນັບເງິນຢູ່ນັ້ນ ເຈົ້າໜ້າທີ່ຕຳຫຼວດ ໜ່ວຍງານຄະດີອາຍາເມືອງຄຳເກີດ ແຂວງບໍລິຄຳໄຊ ກໍເຂົ້າຈັບ
ຕົວນາງ ທອງ ເພື່ອດຳເນີນຄະດີໃນຂໍ້ຫາຄ້າມະນຸດ ແລະ ສາມາດດຶງເອົານາງ (ເອ) ອອກຈາກຄວາມເຄາະຮ້າຍໄດ້
ແລະ ມອບຄືນໃຫ້ຜູ້ປົກຄອງຕິດຕາມເບິ່ງແຍງ ບໍ່ໃຫ້ຫຼົງເຊື່ອຄວາມຄົນບໍ່ດີຕົວະຍົວະຫຼອກລວງອີກຕໍ່ໄປ.
               ນາງ (ເອ) ເວົ້າຕໍ່ເຈົ້າໜ້າທີ່ວ່າ: ນາງໄປຢູ່ຮ້ານຂອງນາງ ທອງ ໄດ້ປະມານ 3 ອາທິດ ນາງໄດ້ເຮັດວຽກຊ່ວຍ
ນາງ ທອງ ທຸກວັນ ແລະ ນາງ ທອງ ເອງກໍໄດ້ຊື້ເສື້ອຜ້າອາພອນໃຫ້ນາງເພື່ອເສີມຄວາມງາມ ຕົກມາຮອດວັນທີ 14 ສິງ
ຫາ ນາງທອງ ໄດ້ຊວນ (ເອ) ໄປນອນນຳແຂກ ແລະ ບອກວ່າ ຈະເອົາເງິນທີ່ໄດ້ມອບໃຫ້ໝົດ ເມື່ອຖືກຊັກຊວນຫຼາຍຄັ້ງ
ຫຼາຍຄາວ ນາງ (ເອ) ກໍໄດ້ຕອບຕົກລົງ ແລະ ເຮັດຕາມການແນະນຳຂອງນາງ ທອງ ທຸກຢ່າງ ເພາະເຫັນວ່າເປັນຜູ້ໃຫຍ່
ກ່ວາ.
               ນາງ ໃບ ຜູ້ປົກຄອງຂອງນາງ (ເອ) ເວົ້າວ່າ ໃນເບື້ອງຕົ້ນ ນາງ ທອງ ໄດ້ໄປເຮັດດອງຂອງຜູ້ກ່ຽວຢູ່ບ້ານສົບນາ
ເມືອງວຽງທອງ ແຂວງບໍລິຄຳໄຊ ພາຍຫຼັງເຮັດດອງແລ້ວ ນາງ ທອງ ກໍໄດ້ຂໍເອົານາງ (ເອ) ເພື່ອໄປຊ່ວຍວຽກຢູ່ຮ້ານ.
               ນາງໄດ້ໃຊ້ເລ່ລ່ຽມຫຼາຍປະການ ໂດຍຕິຖະແຫຼງເວົ້າ ແລະ ຮັບປະກັນວ່າ ບໍ່ໃຫ້ນາງ (ເອ) ເຍັ້ນເຫຼົ້າເບຍ ເພາະ
ວ່າ (ເອ) ຍັງນ້ອຍ ມີແຕ່ໃຫ້ເຝົ້າເຮືອນຊື່ໆ ເພາະນາງ ທອງ ບໍ່ມັກຢູ່ເຮືອນ ແລະ ອີກຢ່າງໜຶ່ງແມ່ນທັງສອງກໍເປັນພີ່ນ້ອງ
ກັນອີກ.
               ດ້ວຍຄວາມຮັກຄວາມແພງ ແລະ ໄວ້ເນື້ອເຊື່ອໃຈ ນາງ ໃບ ຈຶ່ງໄດ້ຍົກລູກສາວຂອງຕົນໃຫ້ນາງ ທອງ ເອົາໄປ
ເບິ່ງແຍງ ແຕ່ບໍ່ຢາກເຊື່ອວ່ານາງ ທອງ ຈະເຮັດເລື່ອງບໍ່ດີແບບນີ້ໄດ້ ພຽງເພື່ອເຫັນແກ່ເງິນຄຳ.
ຈາກໜັງສຶພິມວຽງຈັນໃໝ່.

__________________
Anonymous

Date:
Permalink   


ດຽວນີ້ ບໍ່ຈໍາເປັນຕ້ອງຫຼອກລວງແລ້ວ
ເດັກນ້ອຍຫຼາຍຄົນອາສາສະມັກເຮັດ
ເພາະໄດ້ເງິນດີ ໄດ້ເງິນໄວ ບໍ່ເສຍແຮງຫຼາຍ ແຖມຍັງມີຄວາມສຸກອີກຕ່າງຫາກ

__________________
Anonymous

Date:
Permalink   

Anonymous wrote:


ດຽວນີ້ ບໍ່ຈໍາເປັນຕ້ອງຫຼອກລວງແລ້ວ
ເດັກນ້ອຍຫຼາຍຄົນອາສາສະມັກເຮັດ
ເພາະໄດ້ເງິນດີ ໄດ້ເງິນໄວ ບໍ່ເສຍແຮງຫຼາຍ ແຖມຍັງມີຄວາມສຸກອີກຕ່າງຫາກ




ຂ່າວນີ້ເອົາມາລົງເພື່ອການເຕືອນສະຕິໝົດທຸກຄົນແລະນຳໄປບອກຄົນຮູ້ຈັກ
ທີ່ອາດຈະຖືກຫຼອກຈາກຄົນບ້ານໄກ້ເຮືອນຄຽງ ຄົນທີ່ຢູ່ໄກ້ໂຕໃດ ເພື່ອບໍ່ໃຫ້
ຕົກເປັນເຫຍື່ອຂອງຄົນບໍ່ດີ.
ສຳລັບຄົນທີ່ເຕັມໃຈປະກອບອາຊີບດັ່ງກ່າວກະບໍ່ຈຳເປັນຕ້ອງອ່ານຂ່າວເພີ່ມ
ເຕີມນີ້ກະໄດ້.ຄົນເຮົາຄິດຕ່າງກັນ ບາງຄົນອາດຈະມີຄວາມຄິດຄືຄວາມຄິດຂອງ
ເຈົ້າທີ່ວ່າອາຊີບດັ່ງກ່າວເປັນອາຊີບສະບາຍໆງ່າຍໆມີຄວາມສຸກ
ແຕ່ຄົນສ່ວນຫຼາຍບໍ່ໄດ້ຄິດຄືຄວາມຄິດຂອງເຈົ້າດອກ ບໍ່ຊັ້ນຜູ້ຍິງໝົດໂລກກະຄືຊິຢຶດຖືອາຊີບນີ້
ກັນໝົດແລ້ວແມ່ນບໍ່?


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard