LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວໄດ້ຫຼຽນທອງແດງຈາກParalympic
NEWS

Date:
ລາວໄດ້ຫຼຽນທອງແດງຈາກParalympic
Permalink   


ລາວໄດ້ຫຼຽນທອງແດງຈາກກິລາຍົກນ້ຳໜັກ Paralympic, BEIGIN
ເປັນຫຼຽນທຳອິດຂອງລາວເຮົາກະວ່າໄດ້.
ເບິ່ງຮູບນັກກິລາໄດ້ຈາກເວບໄຊຂ້າງລຸ່ມນີ້ເດີ້.
http://results.beijing2008.cn/WRMP/ENG/INF/PO/C93/PO0000000.shtml
http://results.beijing2008.cn/WRMP/ENG/BIO/Athlete/0/1207550.shtml

__________________
Anonymous

Date:
Permalink   


ບໍ່ເຫັນຫນັງສືພິມລາວ ລົງຂ່າວນັກກິລາວິລະຊົນຜູ້ນີ້ຊໍ້າ
ສົ່ງໃສ ເພິ່ນບໍ່ເຫັນຄວາມສໍາຄັນຂອງຄົນພິການລາວ weirdface

__________________
Anonymous

Date:
Permalink   

Anonymous wrote:


ບໍ່ເຫັນຫນັງສືພິມລາວ ລົງຂ່າວນັກກິລາວິລະຊົນຜູ້ນີ້ຊໍ້າ
ສົ່ງໃສ ເພິ່ນບໍ່ເຫັນຄວາມສໍາຄັນຂອງຄົນພິການລາວ weirdface





ບາງເທື່ອເພີ່ນອາດຈະລົງແລ້ວແຕ່ເຮົາບໍ່ໄດ້ອ່ານກະມີ
ແຕ່ຖ້າບໍ່ເຫັນ ພວກເຮົາກະຊອກເອົາມາລົງໃຫ້ກັນອ່ານຢູ່ນີ້ກະໄດ້
ຊິເປັນຫຍັງ.
ຢ່າວ່າແຕ່ຢູ່ລາວ ຂ້ອຍຊອກເບີ່ງນຳທໍລະທັດຢີ່ປຸ່ນ
ກະບໍ່ເຫັນເຂົາເຈົ້າຖ່າຍທອດໃຫ້ເບີ່ງຄືກັນ. ສົງໃສຄົນຈະໃຫ້ຄວາມສຳ
ຄັນເລື່ອງນີ້ຫນ້ອຍຢູ່.

__________________
Anonymous

Date:
Permalink   

Anonymous wrote:


ບໍ່ເຫັນຫນັງສືພິມລາວ ລົງຂ່າວນັກກິລາວິລະຊົນຜູ້ນີ້ຊໍ້າ
ສົ່ງໃສ ເພິ່ນບໍ່ເຫັນຄວາມສໍາຄັນຂອງຄົນພິການລາວ weirdface



ນັກກິລາລາວ ໄດ້ຫລຽນທອງ ໃນງານໂອລິມປິກຄົນພິການ ປັກກິ່ງ 2008



ນັກກິລາລາວ ນັກກິລາລາວ ໄດ້ສ້າງປະຫວັດສາດໃນງານໂອລິມປິກຄົນພິການ ປັກກິ່ງ ປີ 2008 ຕາມຂ່າວວິທະຍຸສາກົນ
ຈີນ (CRI) ມື້ວານນີ້ (ວັນທີ 9 ກັນຍາ) ແມ່ນມື້ທຳອິດຂອງການແຂ່ງຂັນຍົກນ້ຳໜັກ ຂອງງານໂອລິມປິກຄົນພິການປັກ
ກິ່ງ 2008 ໃນການແຂ່ງຂັນຂອງກຸ່ມ B ລຸ້ນ 48 ກິໂລ ເພດຊາຍ ທ້າວ ເອື່ອຍ ສີໄມ ນັກກິລາລາວ ຊີງໄດ້ຫຼຽນທອງແດງ
ຍົກນ້ຳໜັກລວມ 157,5 ກິໂລ ນີ້ແມ່ນຫຼຽນລາງວັນຫຼຽນທຳອິດ ທີ່ນັກກິລາລາວໄດ້ຮັບໃນປະຫວັດສາດ ງານໂອລິມປິກຄົນ
ພິການ.


Img259471468.jpg


Img259471469.jpg

xin_262090509193718732092185.jpg

http://www.vientianemai.net/news.php?TopicID=1&NewsID=4487
http://www.pnomsin.com/?p=457




__________________
Anonymous

Date:
Permalink   

ສະບາຍດີ

ຍິນດີທີ່ຮູ້ຈັກ ກັບເວັບນີ້ 

ດີໃຈທີ່ນັກສຶກສາລາວ ມີເວັບບອດ 

ຂ້າພະເຈົ້າເຫັນວ່າ ມີລິ້ງໄປທີ່ເວັບ pnomsin.com ເລີຍນຳມາ

pnomsin@hotmail.com



__________________
Anonymous

Date:
Permalink   

Anonymous wrote:

ສະບາຍດີ

ຍິນດີທີ່ຮູ້ຈັກ ກັບເວັບນີ້ 

ດີໃຈທີ່ນັກສຶກສາລາວ ມີເວັບບອດ 

ຂ້າພະເຈົ້າເຫັນວ່າ ມີລິ້ງໄປທີ່ເວັບ pnomsin.com ເລີຍນຳມາ

pnomsin@hotmail.com




ຍິນດີຕ້ອນຮັບສູ່ເວບສະມາຄົມນັກສຶກສາລາວທີ່ປະເທດຢີ່ປຸ່ນ ທ່ານພະນົມສິນ
ຕ້ອງຂໍໂທດນຳທີ່ເອົາຮູບພາບຈາກເວບຂອງທ່ານໂດຍບໍ່ໄດ້ຂໍອະນຸຍາດກ່ອນລ່ວງຫນ້າ
ເພາະຄິດວ່າເປັນການໂຄສະນາຄວາມເກັ່ງຂອງນັກກິລາລາວຊ່ອຍກັນ ແຕ່ກໍ່ບໍ່ລືມ
ທີ່ຈະບອກບ່ອນລິ້ງໄປຫາຢູ່ ຫວັງວ່າຄືຊິບໍ່ໄດ້ນຳມາເກັບຄ່ານຳຕິເນາະ.weirdface



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard