LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ໄວ້ອາໄລເຖິງດວງວິນຍານ ທ່ານ ໜູຮັກ ພູມສະຫວັນ
Anonymous

Date:
ໄວ້ອາໄລເຖິງດວງວິນຍານ ທ່ານ ໜູຮັກ ພູມສະຫວັນ
Permalink   


    ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ລັດຖະບານ ແຫ່ງ ສາທາລະນະ
ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄອບຄົວພູມສະຫວັນ
ຂໍແຈ້ງຂ່າວດ້ວຍຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງບັນດາການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນທຸກ
ຂັ້ນ ຕະຫຼອດເຖິງພະນັກງານສະມາຊິກພັກ ນັກຮົບ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ແລະ ຍາດຕິພີ່ນ້ອງ ພ້ອມດ້ວຍ
ເພື່ອນມິດສະຫາຍທີ່ຢູ່ໃກ້ ແລະ ຢູ່ໄກ ຊາບທົ່ວເຖິງກັນວ່າ ສະຫາຍ ໜູຮັກ ພູມສະຫວັນ ໜຶ່ງໃນບັນດາຜູ້ກໍ່ຕັ້ງພັກ ແລະ
ການປະຕິວັດຂອງປະເທດເຮົາ ໄດ້ເຖິງແກ່ມໍລະນະກຳແລ້ວ ໃນເວລາ 23 ໂມງຂອງວັນທີ 9 ກັນຍາ 2008 ລວມອາຍຸໄດ້
98 ປີ.
    ຕະຫຼອດໄລຍະທີ່ສະຫາຍ ໜູຮັກ ພູມສະຫວັນ ລົ້ມປ່ວຍນັ້ນ ການຈັດຕັ້ງພັກ ແລະ ລັດ ໄດ້ເອົາໃຈໃສ່ເປັນພິ
ເສດຕໍ່ການປິ່ນປົວເພິ່ນ ໂດຍໄດ້ເຕົ້າໂຮມຄະນະແພດຜູ້ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ ແຕ່ກໍບໍ່ສາມາດກອບກູ້
ເອົາຊີວິດຂອງເພິ່ນໄວ້ໄດ້.
    ເພື່ອຈາລຶກຄຸນງາມຄວາມດີຂອງສະຫາຍ ໜູຮັກ ພູມສະຫວັນ ທີ່ໄດ້ອຸທິດແກ່ພັກແກ່ປະເທດຊາດ ແລະ ການ
ປະຕິວັດຂອງປະເທດເຮົາ ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະ
ຕິວັດລາວ ສະພາແຫ່ງຊາດ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການ
ສູນກາງແນວລາວສ້າງຊາດ ໄດ້ຕົກລົງຈັດຕັ້ງພິທີໄວ້ອາໄລເຖິງສະຫາຍ ໜູຮັກ ພູມສະຫວັນ ໃນລະດັບຊາດ ເປັນເວລາ 5
ວັນ ນັບແຕ່ວັນທີ 10 ເຖິງວັນທີ 14 ເດືອນກັນຍາ 2008.

(ຂໍ້ມູນຈາກ :http://www.vientianemai.net/news.php?TopicID=1&NewsID=4500)


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard