LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ໄວລູ້ນວຽງຈັນໄລ່ຍິງກັນກາງຖະຫນົນ
NEWS

Date:
ໄວລູ້ນວຽງຈັນໄລ່ຍິງກັນກາງຖະຫນົນ
Permalink   


ອາຫນາດ ໄວລູ້ນວຽງຈັນໄລ່ຍິງກັນກາງຖະຫນົນ !!!

446A12.gif

   ໂດຍ: ນົກນ້ອຍພາກຮັງ

   ເຈົ້າຫນ້າທີ່ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ໄດ້ກັກຕົວ ທ້າວ ສົມສະຫນິດ (ຕຸ້ຍ), ອາຍຸ 23 ປີ, ອາຊີບວ່າງງານ, ຢູ່ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ, ນະຄອນຫລວງ ວຽງຈັນ, ໃນຂໍ້ຫານັກເລງອັນທະພານ ແລະມີອາວຸດເສິກປະເພດປືນສັ້ນໄວ້ໃນຄອບຄອງ. ທັງ ເປັນຜູ້ກໍ່ເຫດໄລ່ຍິງກັນຢູ່ແຖວຕໍ່ຫນ້າສຶກສານະຄອນຫລວງທີ່ຜ່ານມາ.

   ຜ່ານການສືບສວນ-ສອບສວນຜູ້ກ່ຽວຍອມຮັບສາລະພາບວ່າ: ໃນວັນທີ 18 ສິງຫາ 2008 ເວລາປະມານ 22ໂມງຜູ້ກ່ຽວພ້ອມດ້ວຍຫມູ່ໄດ້ພາກັນໄປຫລິ້ນຢູ່ຮ້ານບັນເທີງແຫ່ງຫນຶ່ງ, ຮອດ ເວລາປະມານ 24ໂມງໄດ້ມີເຫດການເກີດຂຶ້ນຄື: ກຸ່ມຂອງພາກທ້າວວຽດ, ອາຍຸ 24 ປີ, ບ້ານ ໂພນຕ້ອງຈອມມະນີ, ເມືອງຈັນທະບູລີພ້ອມພັກພວກປະມານ 20ກວ່າຄົນໄດ້ຕີທ້າວບິນ ເຊິ່ງ ເປັນຫມູ່ຂອງຜູ້ກ່ຽວ, ເມື່ອຜູ້ກ່ຽວຮັບຊາບ ຈິ່ງໄດ້ພາຫມູ່ອອກຈາກເທັກ ເພື່ອຈະໄປຕີກຸ່ມທ້າວ ວຽດ ຄືນແຕ່ບໍ່ທັນໄດ້ຕີເພາະຝ່າຍກົງກັນຂ້າມອອກຈາກເທັກໄປກ່ອນ, ຕໍ່ມາທ້າວສົມສະຫນິດ, ທ້າວ ຫມີນ້ອຍແລະຫມູ່ອີກຄົນຫນຶ່ງພາກັນຂັບລົດກະບະໄທເກີໄປຕື່ມນ້ຳມັນແລ້ວກັບຄືນ ເພື່ອ ຈະໄປຊອກຕີກຸ່ມທ້າວວຽດ, ແຕ່ພໍຂີ່ລົດໄປຮອດແຖວໄຟແດງຫົວຂົວຮ່ອງແຊງ, ພັດມີຫມູ່ອີກ ຄົນຫນຶ່ງຊື່ ທ້າວ ເຕິ່ງ ໂທລະສັບຫາທ້າວຫມີນ້ອຍທັງບອກວ່າຖືກທ້າວ ວຽດ ຕີອີກຢູ່ຕໍ່ຫນ້າ ກົມບໍ່ແຮ່, ເມື່ອຮູ້ແນວນັ້ນພວກກ່ຽວກໍ່ຟ້າວມາຫາຫມູ່ທັນທີ ແຕ່ບໍ່ພົບກຸ່ມທ້າວ ວຽດ ພົບພຽງ ທ້າວ ເຕິ່ງ, ທ້າວ ບິນ ແລະ ທ້າວ ຄິ້ງ ພ້ອມດ້ວຍລົດຈັກຖືກທັບຈົນມຸ່ນ, ຈາກນັ້ນທ້າວ ຫມີ ນ້ອຍ ໄດ້ໂທລະສັບຫາທ້າວ ໂຈະ ເພື່ອຂໍຢືມປືນມາໄລ່ຍິງກຸ່ມທ້າວວຽດ. ເມື່ອໄດ້ປືນຈຳນວນ 2 ກະບອກ ພວກກ່ຽວກໍ່ອອກຕິດຕາມຊອກຫາກຸ່ມກົງກັນຂ້າມທັນທີ, ພໍມາຮອດບໍລິເວນສວນ ເຈົ້າຟ້າງຸ່ມຈິ່ງພົບກຸ່ມທ້າວ ວຽດ ຈາກນັ້ນກໍ່ມີເຫດການໄລ່ຍິງກັນເກີດຂຶ້ນ ໂດຍແມ່ນທ້າວ ສົມ ສະຫນິດ ເປັນຜູ້ໄລ່ຍິງ, ແຕ່ບໍ່ທັນເພາະພວກ ທ້າວວຽດເອົາຕົວຫລົບຫນີໄປກ່ອນ.
   ຕົກມາຮອດວັນທີ 20 ກັນຍາ 2008, ທ້າວ ສົມສະຫນິດ ໄດ້ໄປຢືມປືນສັ້ນ CP ພ້ອມ ລູກຈຳນວນ 3 ລູກນຳທ້າວຫມີນ້ອຍ ແລ້ວກັບໄປຫລິ້ນຢູ່ເທັກ. ຜູ້ກ່ຽວກໍ່ເລີຍຖືກຈັບຕົວ ພ້ອມ ດ້ວຍຂອງກາງໃນວັນທີ 22 ກັນຍາ 2008. ນັ້ນລະເພິ່ນວ່າ: ອາລົມຮ້ອນຄືແປວໄຟຍ່ອມເຜົາ ຜານຕົວມັນເອງບໍ່ມີຜິດຜົນຕາມມາກໍ່ຄືກົດຫມາຍເປັນຕົວຕັດສິນ. ສ່ວນກຸ່ມທີ່ທ້າວຕຸ້ຍຊັດທອດ ເຖິງນັ້ນປະຈຸບັນທາງເຈົ້າຫນ້າທີ່ກຳລັງຕິດຕາມຈັບຕົວພວກກ່ຽວມາລົງໂທດ.

ecom

--------------------------
ຈາກສະມາຄົມລາວ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard