LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປ ລາວ ປະຕິເສດ
Anonymous

Date:
ສປປ ລາວ ປະຕິເສດ
Permalink   


ສະຫະລັດລາຍງານການລະເມີດສິດເສລີພ າບໃນການເຊື່ອຖືສາສະໜາຢູ່ລາວ
ໃນວັນທີ 25 ກັນຍາ 2008, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ອອກຖະແຫລງການປະຕິເສດຕໍ່ທຸກຂໍ້ກ່າວຫາຈາກບົດລາຍງານປະຈຳປີ 2008
ຂອງກະຊວງການຕ່າງປະເທດສະຫະລັດອາເມລິກາກ່ຽວກັບສິດເສລີພາບທາງສາສະຫນາໃນໂລກທີ່ໄດ້ພິມເຜີຍແຜ່ ແລະ ອອກຂ່າວໃນວັນສຸກ 19 ກັນຍາ 2008,
ໂດຍໄດ້ບິດເບືອນຄວາມເປັນຈິງຂອງການປະຕິບັດສິດເສລີພາບໃນການເຊື່ອຖືສາສະໜາຢູ່ລາວເຊິ່ງໄດ້ລະບຸໄວ້ໃນຖະແຫລງການດັ່ງນີ້:
ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍເຄົາລົບສິດທິໃນການເຊື່ອຖື
ຫລືບໍ່ເຊື່ອຖືສາສະໜາ ຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ,
ຕາມສິດທິແລະພັນທະຂອງພົນລະເມືອງລາວ ທີ່ໄດ້ລະບຸໄວ້ຢ່າງຈະແຈ້ງ
ຢູ່ໃນມາດຕາ 9 ແລະ ມາດຕາ 43 ຂອງລັດຖະທຳມະນູນ ແຫ່ງສປປ ລາວ.
ພ້ອມດຽວກັນນີ້, ລັດຖະບານແຫ່ງ ສປປ ລາວ ກໍໄດ້ອອກດຳລັດວ່າດ້ວຍ
ການຄຸ້ມຄອງແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ
ສະບັບເລກທີ 92 /ນຍ, ລົງວັນທີ 5/07/2002,ໂດຍມີຈຸດປະສົງ
ເພື່ອຮັບປະກັນໃນການຄຸ້ມຄອງ ແລະ ປົກປ້ອງສິດເສລີພາບ
ຂອງປະຊາຊົນລາວ ບັນດາເຜົ່າໃນການເຊື່ອຖື ຫລືບໍ່ເຊື່ອຖືສາສະໜາ.
ຄຳວ່າ “ຄຸ້ມຄອງ” ນັ້ນແມ່ນການສົ່ງເສີມບັນດາ ສາສະນິກະຊົນທັງມວນ
ໃຫ້ເຄື່ອນໄຫວແລະປະຕິບັດດ້ານສາສະໜາ ຢ່າງຖືກຕ້ອງຕາມຫລັກ
ແຫ່ງສິນລະທຳ, ສົ່ງເສີມຄຸນນະທຳ ແລະ ຈະຣິຍະທຳ ອັນດີງາມ
ຂອງສາສະນິກກະຊົນ.
ຄຳວ່າ “ປົກປ້ອງ” ນັ້ນແມ່ນເພື່ອສົ່ງເສີມການເຊື່ອຖື ຫລືບໍ່ເຊື່ອຖືສາສະໜາ
ນັບທັງການປະຕິບັດພິທີກຳຕ່າງໆທາງສາສະໜາ ໃຫ້ຖືກຕ້ອງຕາມ
ລະບຽບກົດໝາຍຂອງບ້ານເມືອງ.
ທັງໝົດນີ້ແມ່ນເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບສຸກ,
ມີສັນຕິພາບແລະຄວາມກົມກຽວ
ແລະ ມີຄວາມສະໝານສາມັກຄີໃນວົງຄະນາຍາດແຫ່ງຊາດລາວ.
ນອກຈາກນັ້ນ, ລັດຖະບານແຫ່ງ ສປປ ລາວ ຍັງມີນະໂຍບາຍ, ກົດໝາຍ
ແລະ ນິຕິກຳອື່ນໆ ກ່ຽວກັບວຽກງານດ້ານສາສະໜາ ເພື່ອແນໃສ່ສົ່ງເສີມ:
- ນັບຖືສິດເສລີພາບຂອງປະຊາຊົນບັນດາເຜົ່າໃນການເຊື່ອຖື ຫລືບໍ່ເຊື່ອຖືສາສະໜາ.
ພ້ອມດຽວກັນນີ້, ກໍຕ້ານທຸກຮູບແບບແລະ ວິທີຕ່າງໆ ທີ່ເປັນການບັງຄັບ
ຫລືເປັນການຊື້ຈ້າງໃຫ້ເຊື່ອຖືສາສະໜາ.
- ນັບຖື ແລະ ປົກປ້ອງ ການປະຕິບັດພິທີທາງສາສະໜາ ທີ່ໄດ້ກຳນົດໄວ້ໃນກົດໝາຍ
ທັງນີ້ ກໍເພື່ອຊຸກຍູ້ ແລະ ສົ່ງເສີມບັນດາສາສະນິກະຊົນ ແລະ
ນັກບວດໃຫ້ປະກອບສ່ວນ
ເຂົ້າໃນຂະບວນການຕ່າງໆທີ່ເປັນຜົນປະໂຫຍດແກ່ສັງຄົມຂອງຊາດ.
ພ້ອມດຽວກັນນີ້, ກໍບໍ່ອະນຸຍາດໃຫ້ມີການເຄື່ອນໄຫວໃດໆທີ່ມີເປົ້າໝາຍ
ໃນການແບ່ງແຍກຊົນເຜົ່າ ແລະ ສາສະໜາ.
- ຜູ້ເຊື່ອຖືສາສະໜາມີສິດເທົ່າທຽມກັນຕໍ່ໜ້າກົດໝາຍ ແລະ
ກໍມີພັນທະຕໍ່ໜ້າກົດໝາຍ
ໃນການຮັກສາຄວາມສາມັກຄີ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ.
- ສົ່ງເສີມຄວາມຮູ້ທາງດ້ານວິທະຍາສາດ ແລະ ສັງຄົມສາດ
ໃຫ້ແກ່ປະຊາຊົນບັນດາເຜົ່າ
ເພື່ອຊຸກຍູ້ໃຫ້ເຂົາເຈົ້າຄ່ອຍໆປະລະປະເພນີອັນຫລ້າຫລັງ
ທີ່ເປັນຜົນກະທົບໃນທາງລົບ
ຕໍ່ຄວາມສາມັກຄີ, ກົດໜ່ວງການພັດທະນາເສດຖະກິດ-ສັງຄົມ
ອັນເຮັດໃຫ້ຊີວິດການເປັນຢູ່
ຂອງປະຊາຊົນບັນດາເຜົ່າຈຳນວນຫນຶ່ງ ຍັງສືບຕໍ່ປະເຊີນກັບຄວາມທຸກຍາກຂາດເຂີນ.
ອີງຕາມຕົວເລກສະຖິຕິກ່ຽວກັບການເຊື່ອຖືສາສະໜາຕ່າງໆ
ຢູ່ໃນ ສປປ ລາວ ຂອງສູນກາງແນວລາວສ້າງຊາດ
ທີ່ເປັນອົງການຈັດຕັ້ງຖືກຕ້ອງຕາມກົດຫມາຍ
ເພື່ອຄຸ້ມຄອງສາສະໜາ ແລະ ເຕົ້າໂຮມຄວາມສາມັກຄີ
ຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ
ໄດ້ສະແດງໃຫ້ເຫັນວ່າ ລັດຖະບານ ສປປ ລາວ ໄດ້ເປີດກວ້າງ
ແລະ ເຄົາລົບນັບຖືຕໍ່ສິດເສລີພາບຂອງພົນລະເມືອງ ໃນການເຊື່ອຖື
ຫລືບໍ່ເຊື່ອຖືສາສະຫນາ, ດັ່ງຈະເຫັນໄດ້ຈາກຕົວເລກດັ່ງລຸມນີ້:
1.ສາສະໜາພຸດ: ມີພຸດທະສາສະນິກະຊົນທັງໝົດ ປະມານ 4 ລ້ານຄົນ
ແລະ ມີວັດທັງ ໝົດປະມານ 4.937 ແຫ່ງ ແລະ ຂອງພຸດນິກາຍມະຫາຍານ ອີກ 8 ແຫ່ງ
2.ສາສະໜາເຢຊູຄຣິສ: ( ນິກາຍ ກາໂຕລິກ, ຄຣິສຕະຈັກຂ່າວປະເສີດ,
ຄຣິສຕະຈັກຄະນະວັນເສົາ)
ມີຄຣິສຕະສາສະນິກະຊົນທັງໝົດ ຫລາຍກວ່າ 120.000 ຄົນ
ແລະ ມີໂບດທັງໝົດຫລາຍກວ່າ 552 ແຫ່ງ
3.ສາສະໜາອິສະລາມ: ມີຊາວມູສະລິມປະມານ 550 ຄົນ ແລະ ມີສຸເຫລົ່າ 2 ແຫ່ງ
4.ສາສະໜາບາຮາຍ: ມີຜູ້ເຊື່ອຖື ຫລາຍກວ່າ 8.000 ຄົນ ແລະ
ມີສະໂມສອນຄະນະຫລັກທຳມະສະພາ 5 ແຫ່ງ
5.ຜູ້ຖືຜີ ແລະ ຖືຜີແກມພຸດມີປະມານ 1.200.000 ຄົນ
6.ມີຜູ້ທີ່ບໍ່ເຊື່ອຖືຫຍັງຈຳນວນຫນຶ່ງ.
ໄລຍະຜ່ານມາ, ກໍມີການດຳເນີນການຂອງເຈົ້າໜ້າທີ່ໆໃຊ້ມາດຕະການບາງຢ່າງ
ຕາມກົດຫມາຍກຳນົດ ເພື່ອດຳເນີນຄະດີ, ສຶກສາອົບຮົມ
ຫລືທຳການກັກຂັງບຸກຄົນໃດຫນຶ່ງ
ຕໍ່ຜູ້ທີ່ລະເມີດ ຫລື ກະທຳຜິດຕໍ່ກົດໝາຍຂອງບ້ານເມືອງ.
ສິ່ງດັ່ງກ່າວນີ້ ຖືວ່າເປັນເລື່ອງທຳມະດາ ແລະ ປົກກະຕິ
ທີ່ເກີດຂຶ້ນໃນລັດແຫ່ງກົດຫມາຍ ກໍເຊັ່ນດຽວກັນກັບຢູ່ປະເທດອື່ນໆ
ລວມທັງຢູ່ສະຫະລັດອາເມລິກາ ກໍມີການໃຊ້ມາດຕະການແບບດຽວກັນ
ຕໍ່ຜູ້ທີ່ກະທຳຜິດກົດໝາຍ.
ດັ່ງນັ້ນ, ການທີ່ກະຊວງການຕ່າງປະເທດສະຫະລັດອາເມລິກາ
ກ່າວຫາວ່າ ເຈົ້າໜ້າທີ່ທ້ອງຖິ່ນຂອງ ສປປ ລາວ
ດຳເນີນການຈັບກຸມຜູ້ນັບຖືສາສະໜາ ໂດຍສະເພາະຊາວຄຣິສຕຽນ
ຢູ່ບາງແຂວງຂອງລາວນັ້ນ ແມ່ນບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ໄຮ້ເຫດຜົນ,
ເພາະວ່າການດຳເນີນການໃດໆກໍຕາມ ຂອງເຈົ້າໜ້າທີ່ ແລະ
ອຳນາດການປົກຄອງທ້ອງຖິ່ນ ໃນໄລຍະຜ່ານມາ
ແມ່ນການປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງ
ຕໍ່ຜູ້ທີ່ກະທຳຜິດກົດໝາຍໃນທາງແພ່ງ ຫລື ທາງອາຍາ,
ໂດຍບໍ່ໄດ້ຈຳແນກວ່າ ຈະນັບຖື ຫລືບໍ່ນັບຖືສາສະໜາໃດກໍຕາມ
ແລະ ພົນລະເມືອງລາວທຸກຄົນຕ້ອງຢູ່ພາຍໃຕ້ກົດໝາຍ
ແລະ ໄດ້ຮັບການຄຸ້ມຄອງສິດດ້ວຍມາດຕະຖານອັນດຽວກັນໃນທົ່ວປະເທດລາວ.
Bye



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard