LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: Laos build six memorial statues of Lao revolutionary heroes of the first legend
Anonymous

Date:
Laos build six memorial statues of Lao revolutionary heroes of the first legend
Permalink   


ລາວຈະສ້າງອະນຸສາວະລີ ຜູ້ນຳ ອີກ 6 ທ່ານ
ຄະນະຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ
ກຽມເປີດປະຫວັດສາດຫນ້າໃຫມ່ໃຫ້ບັນດາທ່ານຜູ້ນຳປະຕິວັດລາວ
ລຸ້ນທຳອິດເພີ່ມ ອີກ 6 ທ່ານ ຄື:
1. ທ່ານ ພູມີ ວົງວິຈິດ,
2.ທ່ານ ສີສົມພອນ ລໍວັນໄຊ,
3. ທ່ານ ພູນ ສີປະເສີດ
4. ທ່ານ ສີທົນ ກົມມະດຳ,
5.ທ່ານ ໄຟດ່າງ ລໍເບັຍຢາວ,
6. ທ່ານ ຕູ້ຢາ ໄຊຈູ.
ເພື່ອປະຕິບັດປະຕິບັດຄຳສັ່ງແນະນຳຂອງຫ້ອງວ່າການສູນກາງພັກ
ສະບັບເລກທີ 194/ ຫສພ ລົງວັນທີ 2/4/2008 ກ່ຽວກັບໂຄງການ
ກໍ່ສ້າງອະນຸສາວະລີເພື່ອສະຖິດຮູບຫລໍ່ບັນດາທ່ານຜູ້ນຳປະຕິວັດລຸ້ນທຳອິດ
ໂດຍການຮ່ວມມືກັບສູນວິຈິດສິນ ແລະ ການລົງທຶນພັດທະນາວັດທະນະທຳ
ແຫ່ງ ສສ. ຫວຽດນາມ ດຳເນີນໂຄງການກໍ່ສ້າງອະນຸສາວະລີບັນດາຜູ້ນຳປະຕິວັດລາວ
ເພື່ອສະຖິດໄວ້ຢູ່ແຕ່ລະເຂດແຂວງຂອງແຕ່ລະທ່ານເພື່ອໃຫ້ນັກຮຽນຮູ້ປັນຍາຊົນຄົນລຸ້ນຫລັ ງ
ຮູ້ບຸນຄຸນອັນລົ້ນເຫລືອ ແລະ ຜົນງານທີ່ໂດດເດັ່ນຂອງພວກເພິ່ນ.
ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ ຂອງທ່ານ ພູມີ ວົງວິຈິດ
(6/4/1909-6/4/2009)
ທາງການລາວເຫັນດີຈະສ້າງອະນຸສາວະລີຂອງເພິ່ນຢູ່ດອນກາງ 3 ແຍກ
ທາງເຂົ້າເມືອງແປກ
ທາງທິດຕາເວັນຕົກແຂວງຊຽງຂວາງ ແລະ ຄົບຮອບ 50 ປີ ວັນອົງອາດກ້າຫານຂອງທ່ານ
ຕູ້ຢາ ໄຊຈູ
ທີ່ໄດ້ນຳພາກອງພັນທີ 2 ຂອງຝ່າຍປະເທດລາວພ້ອມດ້ວຍປະຊາຊົນລາວ 80 ຄອບຄົວ
ຜ່າວົງປິດລ້ອມຂອງສັດຕູທີ່ທົ່ງໄຫຫີນ ໃນວັນທີ 18/5/1959
ເຊິ່ງຈະສ້າງອະນຸສາວະລີເພິ່ນ
ຢູ່ຕໍ່ຫນ້າປະຕູໂຂງກອງພັນໃຫຍ່ 702 ທີ່ ຊຽງຂວາງ.
ສ່ວນ ທ່ານ ໄຟດ່າງ ລໍເບັຍຢາວ ກໍມີແຜນ ຈະສ້າງຢູ່ແຂວງຊຽງຂວາງຄືກັນ
ຢູ່ໂຮງສີເກົ່າທາງຂຶ້ນຄ້ອຍ ນ້ຳຣົວະ ທີ່ແຂວງຊຽງຂວາງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard