LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: Foreign leaders send condolences on death of former president
Mr Kailun

Date:
Foreign leaders send condolences on death of former president
Permalink   


ຜູ້ຂ້າສັງເກດເຫັນວ່າ ພີ່ນ້ອງລາວນອກສ່ວນໃຫຍ່
ຍັງເຂົ້າໃຈແລະວາດພາບບັນດາຜູ້ນຳລາວ
ແບບພວກປະຕິການຂວາຈັດ ທີ່ມັກອອກມາວິພາກວິຈານວ່າ
ຍັງເປັນຜີເປັນສາງມາຈາກປ່າຈາກດົງ
ແລ້ວແຕ່ພວກເສຍເສັ້ນນີ້ ຊິພັນລະນາໄປ
ພວກທ່ານຈະໄປຕີລວດກວາດພຽງວ່າບັນດາຜູ້ນຳລາວປະຕິວັດເປັນແບບດຽວກັນນັ້ນ
ແມ່ນບໍ່ມີຄວາມເປັນທຳຕໍ່ຄອບຄົວຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວ
ທັງໆທີ່ພວກທ່ານບໍ່ໄດ້ຮູ້ຄວາມຈິງການໃຊ້ຊີວິດຂອງພວກເພິ່ນໃນໄລຍະ 30 ກວ່າປີ
ທ່ານຫນູຮັກ ເປັນຜູ້ນຳລາວ ທີ່ມີຄົນນັບຖືແລະຢຳເກງທີ່ສຸດໃນລາວ
(the most charismatic leader in Laos) ຈົນຮອດວັນສຸດທ້າຍຂອງຊີວິດເພິ່ນ
ແມ້ກະທັ້ງມື້ປົກສົບສົ່ງສະການ, ມີຄົນມາຮ່ວມພິທີເປັນຫມື່ນ
ຈົນບໍ່ມີບ່ອນຊິຢືນຢູ່ເດີ່ນທາດຫລວງ
1.ທ່ານເປັນຄົນຮັກຊາດຮັກປະຊາຊົນໂດຍສາຍເລືອດ
ບໍ່ເຄີຍເອົາເລື່ອງຜົນປະໂຫຍດສ່ວນຕົວມາກ່ຽວຂ້ອງ
ນັບແຕ່ 1975 ຈົນຮອດ 2008 (33ປີ) ຢູ່ເຮືອນນ້ອຍຫລັງດຽວທີ່ລັດມອບໃຫ້ ແລະ
ບໍ່ເຄີຍຮຽກຮ້ອງຕື່ມອີກ
ເຖິງວ່າ ລັດຖະບານຈະປຸກໃຫ້ໃຫມ່ ແຕ່ເພິ່ນກໍປະຕິເສດ ບອກວ່າບໍ່ຈຳເປັນ
ສ່ຳນີ້ກໍຢູ່ໄດ້ແລ້ວ
2.ທ່ານໃຊ້ເວລາສ່ວນໃຫຍ່ໄປຖາມສຸກທຸກແລະບັນຫາຂອງປະຊາຊົນຢູ່ຕາມເຂດຕ່າງໆທົ່ວປະເທດ
ແລ້ວກັບມາແນະນຳທາງເບື້ອງລັດລົງໄປແກ້ໄຂ
ເຊິ່ງສ່ວນໃຫຍ່ແມ່ນໄດ້ຮັບຕອບສະຫນອງເປັນຢ່າງດີ
3.ທ່ານເປັນທີ່ປຶກສາແລະຜູ້ແນະນຳໃນການແກ້ບັນຫາຄວາມຂັດແຍ່ງພາຍໃນທີ່ຊົງອິດທິພົນແລະ ເປັນທຳທີ່ສຸດ
ນອກນັ້ນ ທ່ານຍັງເປັນຜູ້ສັງເກດການທີ່ຢາກຮູ້ຢາກເຫັນທຸກບັນຫາຂອງບ້ານເມືອງ
ຜ່ານມາ ທ່ານເຄີຍເຊີນ ນັບແຕ່ນາຍບ້ານຈົນຮອດລັດຖະມົນຕີມາພົບ
ເພື່ອທັກທ້ວງ ແລະ ແນະນຳໃນການແກ້ໄຂບັນຫາ ເພື່ອຊາດບ້ານເມືອງ
ໂດຍປາສະຈາກເລື່ອງຜົນປະໂຫຍດແຊກຊ້ອນໃດໆທັງຫມົດ.
ຍັງມີຫລາຍເລື່ອງຂອງທ່ານຫນູຮັກ ທີ່ຜູ້ນຳລາວລຸ້ນໃຫມ່ຄວນເອົາແບບຢ່າງ
ຖ້າມີໂອກາດອີກ ເທື່ອຫນ້າຈະມາເລົ່າໃຫ້ຟັງຕື່ມ.
ຮັກແພງ



__________________
Anonymous

Date:
Permalink   

ສບດ ທ່ານດກຈ ແລະ ພີ່ນ້ອງລາວທີ່ຮ່ວມຊາຕທັງຫລາຍ.
ຢ່າເຂົາໃຈເຂົາຜິດນັ້ນແມ່ນຄວາມຮູ້ສຶກສ່ວນຕົວຂອງເຂົາ, ອຸດົມຄະຕິແລະພາກ
ຜະຕິບັດຕົວຈິງມັນຄົນລະຢ່າງ, ຫ່ອນປະຕິວັດແລະຫລັງປະຕິວັດມັນຄົນລະຢ່າງກັນ
ຜູ່ນໍາຂອງສປປລວ່ວນຫລາຍ ຫລຶເກຶອບທັງຫມົດກໍວ່າໄດ້ແມ່ນພວກເຕົ່າລ້ານປີ
ທ່ານຈະສັງເກດເຫັນວ່າກ່ອນຈະປົດປ່ອຍແມ່ນອາໄສຢູ່ໄນຮູໂກນຫາກີນເຜຶອກກີນມັນ
ບ່ອນເຫັນໂລກພາຍນອກວ່າແຕ່ລະປະເທດເຂົາເຮັດຫັນແນວບໍ່ວ່າທັງດ້ານເສດຖະກິດ,
ການສຶກສາ,ການສ້າງສາພັດທະນາແລະອຶ່ນໆ.
1. ພວກເຮົາຈະເຫັນໄດ້ວ່າເສດຖະກິດຂອງລາວແຕ່1975-85 ແມ່ນບໍ່ມີຕົວເລກ
ຈັກຢູ່ໄສ,ຈັກເຮັດຫຍັງ? ບໍ່ມີປະເທດໄດຮູ້ວ່າສປປລເຮັດຫຍັງ
ຈົນທົ່ວໂລກຮ້ອງວ່າ
ປະເທດລາວເປັນປະເທດນອນເວັນ, ຂີ້ຄ້ານແອວຍາວ.ສະແດງວ່າບໍ່ມີໄປຮູ້ວ່າລາວ
ເຮັດຫຍັງກັນຢູ່ໄນໄລຍະເກຶອບຮອດ30ປີຜ່ານມາ.
2. ພວກຜູ່ນໍາລາວຍັງເອົາຄໍາພີເລນີນມາອ່ານຢູ່ທັງໆທີ່ຄົນທັງໂລກເຜົາທີ້ມແລ້ວ.
ອັນນີ້ຍັງແປອອກມາ ຍົກຕົວຢ່າງຈັກກະພັດອາເມຣິກາ.....ປາບພວກນາຍເທຶອນ
ຂຸນເສິກສັດດີນາ,ພວກພໍ່ຄ້າຊາວຂາຍທັງໆທີ່ຜູ່ນໍາລາວຮູ້ແລ້ວວ່າບໍ່ມີປະເທດໄດໄນ
ໂລກນີ້ບັນລຸໄປຮອດຂັ້ນເປັນປະເທດສັງຄົມນິຍົມ. ພວກຜູ່ນໍາຂອງທ່ານພັດດັນໄປເອົາ
ຄໍາພີແລ້ວມາອ່ານໄຫ້ພວກທ່ານຟັງແລ້ວພວກທ່ານກໍອ່ອນຊອນຫລັບຕາເພຶອບໆ
ນັ້ນມັນແມ່ນລັກຊະນະເຜີເຈີ້ ຝັນກາງເວັນກັນທັງມວນ. ເມຶ່ອມາຮອດ30ກົ່ວປີ
ມັນສວຍເກີນໄປປະເທດເຂົາທັງຫລາຍພັດທະນາກັນໄປຮອດຊີ້ໄດແລ້ວ. ແລະຜູ່ນໍາ
ຂອງທ່ານພັດກັບມາເປັນຂ້ອຍນາຍທືນຄຶເກົາໂລດບໍ່ໄປບໍ່ມາທາງໄດເປັນວົງມົນໂລ້ງ
ໂຄ້ງຢູ່. 30ປີທີ່ເຮັດການປະຕິວັດ + 30ກົ່ວຫລັງຈາກປົດປ່ອຍ.
ທ່ານຜູ່ອ່ານທີເຄົາຣົບ
ມັດຕະວັດນຶ່ງມີ100ປີ. ພວກຜູ່ນໍາທີ່ສະຫລາດສ່ອງໄສໄຊ້ເວລາ60ປີ
ເຫີ້ລນຫມາເສຶອກີນ
ຫມູຜົນສຸດທ້າຍກໍກັບຫມອ໋ງເກົ່າ.
3. ຕ່ອນປົດປອ່ຍໄໝ່ ທ່ານພູມີວົງວິຈິດໄດ້ປະທະກະຖາເອົາໄວ້ວ່າ:
ພວກເຮົາບໍ່ຕ້ອງ
ການຄົນມີຄວາມຮູ້ ເພາະມັນສັ່ງສອນຍາກ, ພວກເຮົາຕ້ອງການຄົນທີ່ຮັກຊາຕ ແລະ
ມີອຸດົມຄະຕິ, ພວກເຮົາຕ້ອງການຊົນຊັ້ນກໍາມະກອນຜູ່ອອກແຮງງານ.
ທ່າຜູ່ນີ້ຍັງໄດ້ປ່ຽນ
ແລະດັດແປງການຂິດຂຽນຕົວຕົວລາວທໍາໄຫ້ເຫລັກໄວຍະກອນລາວບໍ່ເປັນກະສັນ.
ພ້ອມກັນນີ້ເພີ່ນຜູ່ກ່ຽວກໍຍັງອອກຜະກາດໄຫ້ຈູດປຶ້ມຮຽນເປັນພະສາຕ່າງຕະລອດໄປເຖິງ
ຫນັງທຶນິທ່ານແລະຄໍາພີອຶ່ນຂອງວັນນະຄະດີລາວຖຶ້ມເຊິ່ງມັນຂັດຕໍ່ຣະບອບແລະວີທີການ
ປົກຄອງແບບກົມການເມຶອງໂທນໂດຍພັກດຽວ,ພວກດຽວຫົວດຽວພັດມີຫລາຍໂຖງ.
4. ທ່ານສຸພານຸວົງ ແລະ ທ່ານໄກສອນທໍາໄຫ້ປະເທດລາວເກຶອບຄ້າຍຄຶກັບປະເທດ
ຂະເມນ ຍັງນ້ອຍນຶ່ງນັບວ່າເປັນບຸນເວສນາຂອງພີ່ແມ່ພີ່ນ້ອງລາວເຮົາບໍ່ໄດ້ເລຶອດ
ເນຶ້ອເຊຶ້ອໄຂ້
ແຕ່......ແຕ່....ແຕ່......ແຕ່....ກໍຊໍ່ກັບຕາຍທັງເປັນພວກພີ່ນ້ອງລາວ
ໂຕນຫນີໄປຕັ້ງ ຫົກແສນຄົນ ພວກທັງພວກວຽງຈັນຕິດຄຸກຢູ່ສູນດັດສ້າງ ຫລຶວ່າ
ບ່ອນທີ່ຄຸມຂັງສະເລີຍເສິກຕັ້ງສອງແວນຄົນ.
.
.
.
.
.
.
ຍັງມີຫລາຍໆເລຶ່ອງທີ່ຜຂຈັບອົກຈັບໃຈຕໍ່ຄວາມຕັດສີນໃຈຂອງພວກຜູ່ນໍາເຮົາ.
ສຸພາສິດໄດ້ກ່າວເອົາໄວ້ວ່າ ຜົນຂອງງານຢູ່ທີ່ການກະທໍາ
ເຫດການຜ່ານມາຂ້າງເທິງນີ້ພວກເຮົາເຫັນດ້ວຍສາຍຕາ, ສໍາພັດໄດ້ດ້ວຍມຶ,
ຟັງໄດ້ດ້ວຍຫູ ແລະ ດູໄດ້ດ້ວຍລູກຕາ ພວກຄວນສະຫລຸບຕາມຄວາມເປັນຈິງ
ສິ່ງທີ່ດີທີ່ສຸດບໍ່ຈໍາເປັນຕ້ອງຕົວະຕົວເອງດີກ່າວເຖິງແມ່ນວ່າພັກແລະລັດວ່າບໍ່
ບາບແຕ່ສາສນາພຸດພວກເຮົາຈັດຢູ່ໄນສີນຫ້າຂໍ້.

__________________
Mr Kamle

Date:
Permalink   

ສະບາຍດີພີ່ນ້ອງເພືອ່ນຮ່ວມຊາດ.
ບູຮານລາວວ່າ...ຄົນດີ..ຄວມດີ..ຕົກນ້ຳ ບໍ່ໄຫລ..ຕົກ ໄຟບໍ່ໄໝ້.ຜົນງານ
ຜົນສຳເຣັດ ຄວມດີຄວມຊອບ ຄວມຈົບງາມ
ວີຣະກັມສ້າງໄວ້ໃຫ້ ແກ່ຊາດ ແກ່ ປຊຊ ເປັນເຄືອ່ງວັດແທກວ່າ
ຜູກ່ຽວສົມຄວນຖືກຍໍຍ້ອງວ່າເປັນ ວີຮະບຸຮຸດຂອງຊາດບໍຫຼືບໍ?
ເປັນຫ້ນາແປກໃຈ..Grandpa DKJ ເຫັນ ຍັກ..ໝູຣັກ
ພູມສະຫັວນ..ເລືອດເຕັມປາກ...ຍັງກັດຟັນ..ຝືນຍ້ອງວ່າ
ເປັນ Good guy. What a hypocrite.
ສະຫາຍໝູຮັກເຮັດຫັຍງແນ່ໃຫ້ແກ່ບ້ານເມືອງ?
ກ; ເພີ່ນອອກກົດໝາຍຂໍ້ໄດແດ່ທີ່ດີເດັ່ນ? ສາມາດປົກປ້ອງຜົນປະໂຫຍດຂອງຊາດແລະຂອງ
ປຊຊ?
ຂ. ໄນວາລະທີ່ເພີ່ນເປັນ ປະທານປະເທດ ເສຖກິດລາວຂຫຍາຍໂຕ ຈັກເປີເຊັນ?
ເພີ່ນຂະຫຍາຍວຽກງານຫລາຍປານໄດ?
ອັນນີ້ ຜຂ ລາວຮັກລາວບໍ່ໄດ້ຍິນ. ຫາກໄດ້ຍີນ ກໍມາຈາກ ມັງສືພິມ ຂ່າວສານລາວ
ໝັງສືພິມ ສຽງ ປຊຊ...ມີແຕ່ລາຍງານດອກໄມ້.
ເອີ!!!! ເພີ່ນ ສ້າງຄຸກ ຈັບລາວຝ່າຍວຽງຈັນໄປຄຸມຂັງ
ອັນນີ້ໄດ້ຍິນແທ້ແລະກໍເຫັນກັບຕາ.
ເອີ!!!ທ່ານ ໝູຮັກ ຖ້າເລັຽຫູຂີ້ແກວ..ແລ່ນນຳກົ້ນແກວ..ອັນນີ້
ເຫັນເປັນປະຈັກຕາ.
ຜຂ ຂໍແນະນຳໃຫ້ ຍາພໍ່ ດກຈ ໄປຫາ Psychologist ບໍ່ດັ່ງນັ້ນ ຍາພໍ່ ດກຈ
ບໍ່ສາມາດ ສັງເກດໄດ້ວ່າ ເປັດ ກັບ ໄກ່ ມັນແຕກຕ່າງກັນແນວໄດ?
ນັກປະຕິວັດທັງຫລາຍ...ພໍ່ແມ່ພາກິນເຂົ້າທາງປາກ...ນັກປະຕິວັດສົມຄວນມາຮຽນ(ປະຕິວັດ)
ກິນທາງ ຫູຂີ້ເບີ່ງ????
ຮັກແພງ, ລາວຮັກລາວ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard