LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຈຸດປະສົງຂອງການສ້າງເວບໄຊນັກສຶກສາ
ັAdmin

Date:
ຈຸດປະສົງຂອງການສ້າງເວບໄຊນັກສຶກສາ
Permalink   


 ຂ້າພະເຈົ້າໃນນາມຜູ້ຮັບຜິດຊອບແລະເບິ່ງແຍງເວບໄຊຂອງນັກສຶກສາລາວທີ່ປະເທດຢີ່ປຸ່ນ
ຂໍຂອບໃຈນຳບັນດາທ່ານທີ່ເຂົ້າມາຢ້ຽມຢາມແລະໃຫ້ຄວາມສົນໃຈຕໍ່ເວບໄຊນັກສຶກສາຂອງພວກເຮົາ
ພວກເຮົາເປີດກ້ວາງໃຫ້ທຸກທ່ານໄດ້ປະກອບຄວາມເຫັນແລະມີສ່ວນຮ່ວມນຳເວບໄຊນ/ສຂອງພວກເຮົາ
ແຕ່ຂໍໃຫ້ບັນດາທ່ານທີ່ເຂົ້າມາຢ້ຽມຢາມເວບໄຊຂອງພວກເຮົາເຂົ້າໃຈຈຸດປະສົງຂອງການສ້າງເວບໄຊ
ຂອງພວກເຮົາວ່າສ້າງຂື້ນມາເພື່ອເປັນບ່ອນແລກປ່ຽນຄວາມຮູ້ທາງດ້ານວິຊາການແລະເປັນບ່ອນໂຄສະນາ
ຄວາມສາມາດຂອງນັກສຶກສາລາວພວກເຮົາທີ່ຮ່ຳຮຽນຢູ່ຕ່າງປະເທດແບບສ້າງສັນແລະມີບ່ອນອ້າງອີງ ເພື່ອສ້າງໃຫ້ໜຸ່ມນ້ອຍພວກເຮົາສາມາດເອົາຂໍ້ມູນທາງດ້ານວິຊາການທີ່ສ້າງສັນນີ້ໄປຜັນຂະຫຍາຍແລະ
ພັດທະນາຄວາມຮູ້ຂອງຕົນເອງຕໍ່ໄປ. ພວກເຮົາຕ້ອງການໃຫ້ເວບໄຊນີ້ຖືກນຳໃຊ້ໃຫ້ເປັນປະໂຫຍດໃນ
ທາງສ້າງສັນ ຕໍ່ຜູ້ທີ່ຢາກຮຽນຮູ້ແລະຕ້ອງການຂໍ້ມູນໃນການຮ່ຳຮຽນ ເພື່ອໃນອານາຄົດໜຸ່ມນ້ອຍ
ພວກເຮົາຈະເປັນກຳລັງແຮງໃນການສ້າງສາພັດທະນາປະເທດຊາດຕໍ່ໄປ.
ປະເທດລາວພວກເຮົາຈະບໍ່ໍສາມາດພັດທະນາໄປໄດ້ ຖ້າພວກເຮົາບໍ່ຊ່ອຍເຫຼືອເຊິ່ງກັນແລະກັນ
ໃນທາງສ້າງສັນ.

 ຂ້າພະເຈົ້າຫວັງວ່າຈະໄດ້ຮັບຄວາມຮ່ວມມືແລະເຂົ້າໃຈຈາກບັນດາທ່ານທີ່ເຂົ້າມາຢ້ຽມຢາມ
ແລະປະກອບຄຳເຫັນດ້ວຍ.

                                                                   ທີມງານເວບໄຊນັກສຶກສາລາວ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard