LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ທາດອິງຮັງ
NEWS

Date:
ທາດອິງຮັງ
Permalink   


ທາດອິງຮັງ
Date of News 10-10-2008
line.gif
Time of News 13:59:54
line.gif
News From ຮຽບຮຽງ: ດອກຊ້ອນດອນໂຂງ
line.gif
News From ສົ່ງຂ່າວນີ້ໃຫ້ເພື່ອນ
line.gif
Print this News ພິມຂ່າວນີ້

               ທາດອິງຮັງ ຫຼື ຄົນທົ່ວໄປມັກຮ້ອງວ່າ ອິນຮັງ ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ແລະ ສຳຄັນ ເປັນທີ່
ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງສະຫວັນນະເຂດ ທາດໜ່ວຍນີ້ຖືກສະຫຼັກດ້ວຍລວດລາຍສິລະປະກຳສະໄໝ
ບູຮານ ແລະ ຮັກສາໄວ້ ໂດຍບໍ່ຖືກທຳລາຍຈາກອຳນາດ ຫຼື ອິດທິພົນໃດຈັກເທື່ອ ນອກຈາກການເວລາເທົ່ານັ້ນ ແຕ່ກໍຖືກ
ປະຕິສັງຂອນມາແລ້ວຫຼາຍຄັ້ງ.
               ທາດນີ້ຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພະເຈົ້າສຸມິນທະລາດ ລາຊາ
ແຫ່ງອານາຈັກສີໂຄດຕະບອງ ຊຶ່ງຖືກວາງຮາກຖານຈາກການແນະນຳຂອງພະເຖລະ (ຄູບາອາຈານ) ຊາວອິນເດຍ
ເພື່ອເປັນເຄື່ອງໝາຍເຖິງການສະເດັດປະລິນິພານຂອງພະພຸດທະເຈົ້າທີ່ປ່າໄມ້ຮັງ ເມືອງກຸລິນາລາຍ ປະເທດອິນເດຍ
ເມື່ອສ້າງສຳເລັດ ເພິ່ນໄດ້ນຳເອົາກະດູກພະພຸດທະເຈົ້າມາໃສ່ໄວ້ ແຕ່ໜັງສືອຸລັງຄະທາດກ່າວວ່າ ສ້າງຂຶ້ນເພື່ອເປັນເຄື່ອງ
ໝາຍສະຖານທີ່ບ່ອນນັ່ງຂອງພະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພະຍາສີໂຄດຕະບອງ ແຕ່ຄວາມຈິງຄົງຈະມີຈຸດປະ
ສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພະບາດອົງນີ້.
               ໃນລະຫວ່າງຂະເໝນມີອຳນາດທາດໜ່ວຍນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູ ແລະ ໄດ້
ເສີມສ້າງຕໍ່ຂຶ້ນໄປຕື່ມ ຊຶ່ງລິງລາຍຕົກແຕ່ງອອກມາໃນລັກສະນະຂອງຮີນດູ ໂດຍສະເພາະເລື່ອງເມຖຸນສັງວາດ ແລະ
ອື່ນໆ ຈາກນັ້ນທາດອິງຮັງ ກໍຕົກຢູ່ໃຕ້ອິດທິພົນຂອງຜູ້ສືບລາຊະການສະໄໝຕ່າງໆ.
               ໃນປີ ຄ.ສ 1349 ພະຍາຟ້າງຸ່ມ ຜູ້ທ້ອນໂຮມແຜ່ນດິນລ້ານຊ້າງ ໄດ້ຍົກທັບມາຢຶດເອົາຫົວເມືອງຕ່າງໆ ເລື່ອງ
ຂອງພະທາດຈຶ່ງຖືກມອບໝາຍໃຫ້ເຈົ້າເມືອງທີ່ປົກຄອງເປັນຜູ້ບູລະນະສ້ອມແປງຮັກສາ ພໍມາເຖິງສະໄໝສົມເດັດໂພທິ
ສາລາດ ພະເຈົ້າໄຊເສດຖາທິລາດ ຈຶ່ງປະກົດວ່າ ເພິ່ນໄດ້ມາກາບໄຫວ້ນະມັດສະການໃນເຂດເມືອງກະບອງ ຄື ທາດອິງ
ຮັງ ແລະ ທາດສີໂຄດຕະບອງ ເມື່ອເຈົ້າໄຊເສດຖາທິລາດ ສະຖາປະນານະຄອນຫຼວງວຽງຈັນ ເປັນເມືອງຫຼວງ ເພິ່ນກໍມີ
ຄຳສັ່ງໃຫ້ດັດແປງທາດນີ້ ກັບຄືນເປັນເຈດີທາງພຸດທະສາດສະໜາ ສ້າງຍອດເຈດີເປັນສິລະປະແບບລາວບູຮານ ແຕ່ນັ້ນ
ມາກໍຍັງມີການປະຕິສັງຂອນເລື້ອຍໆ ແຕ່ກໍຍັງຮັກສາຮູບແບບຂອງສະໄໝພະເຈົ້າໄຊເສດຖາ ເອົາໄວ້.
               ແທ່ນທາດມີລວງກວ້າງດ້ານລະ 9 ແມັດ ລວງສູງ 25 ແມັດ ຕັ້ງຢູ່ບ້ານທາດອິງຮັງ ແຍກອອກທາງສະຫວັນ
ເຊໂນ ຢູ່ຫຼັກກິໂລແມັດທີ 12 ແລະ ທາງເຂົ້າໄປ 3 ກິໂລແມັດ.
               ເມື່ອປີ 1949 ປະຊາຊົນຊາວ ເມືອງໄດ້ທຳການສ້ອມແປງບູລະນະຄັ້ງໃຫຍ່ໃຫ້ກວ້າງຂວາງ ຄືໄດ້ສ້າງປະຕູໂຂງ
ປຸກກົມມະລຽນ ແລະ ສາລາໂຮງທຳຂຶ້ນ ເພື່ອໃຫ້ຜູ້ທ່ອງທ່ຽວ ແລະ ອອກຕົນຍາດໂຍມໄດ້ມາຮຽນຮູ້ກາບໄຫວ້.
               ວັນເພັງ 15 ຄ່ຳ ເດືອນຍີ່ ເປັນມື້ເຮັດບຸນຕາມປະເພນີ ແຕ່ປັດຈຸບັນ ສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວສຳ
ຄັນໃນເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

 

http://www.vientianemai.net/news.php?TopicID=9&NewsID=4991



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard