LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຂີ່ຊ້າງທີ່ບ້ານໂນນສະຫວາດ
NEWS

Date:
ຂີ່ຊ້າງທີ່ບ້ານໂນນສະຫວາດ
Permalink   


ໄປຫລວງພະບາງ ຢ່າລືມແວ່ຂີ່ຊ້າງທີ່ບ້ານໂນນສະຫວາດ

 

   ໂດຍ: ຫນຸ່ມລາວ
   ຫາກກ່າວເຖິງບ້ານໂນນສະຫວາດ, ເມືອງຫລວງພະບາງ, ແຂວງຫລວງພະບາງໃນປະຈຸ ບັນຖືເປັນຫນຶ່ງໃນສະຖານທີ່ທ່ອງທ່ຽວຫນ້າສົນໃຈເພາະໃນເນື້ອທີ່ 45 ກວ່າເຮັກຕາ, ມີກິດຈະ ກຳການທ່ອງທ່ຽວຫລາຍປະເພດ ທັງມີຄວາມທ້າທາຍ ແລະ ຄວາມເບີກບານມ່ວນຊື່ນ ຄຽງຄູ່ ກັນ, ກິດຈະກຳທີ່ວ່ານີ້ນັກທ່ອງທ່ຽວຈະຕ້ອງຂີ່ຊ້າງເດີນທາງໃນປ່າໂດຍມີການກຳນົດເສັ້ນທາງ ຢ່າງຊັດເຈນ, ທີ່ສະພາບແວດລ້ອມສອງຂ້າງທາງເປັນພູເຂົາ, ສາຍນ້ຳ ແລະ ທຳມະຊາດອັນ ຮົ່ມເຢັນລວມເຖິງການຮັກສາຄວາມປອດໄພຈາກບໍລິສັດນຳທ່ຽວເປັນຢ່າງດີ.
   ສຳລັບສະເຫນອັນໂດດເດັ່ນຂອງການທ່ອງທ່ຽວຢູ່ທີ່ບ້ານໂນນສະຫວາດນັ້ນທີ່ນັກທ່ອງທ່ຽວ ທັງຫລາຍສາມາດສຳຜັດ ແລະ ຢູ່ໃກ້ຊິດກັບຊ້າງໄດ້ຢ່າງສະບາຍທັງການຂີ່, ນັ່ງ, ຢືນຄຽງຄູ່ ກັບການຖ່າຍພາບໄປນຳກັນ ການສຳຜັດທີ່ເປັນຄວາມສົນໃຈທີ່ສຸດຄືການປີນໄຕ່ຂຶ້ນໄປຂີ່ຢູ່ເທິງ ຫລັງຊ້າງ ເຊິ່ງກິດຈະກຳແບບນີ້ນັກທ່ອງທ່ຽວມັກຫລາຍ ໂດຍສະເພາະເດັກນ້ອຍ, ແຕ່ກໍລະນີ ນີ້ຄວນມີຜູ້ໃຫຍ່ເບິ່ງແຍງ ແລະ ຢູ່ຢ່າງໃກ້ຊິດຢ່າໃຫ້ເດັກນ້ອຍຂີ່ຊ້າງຕາມລຳພັງ, ສ່ວນຜູ້ໃຫຍ່ ກໍ່ມັກການຂີ່ຊ້າງເຫມືອນກັນ ແຕ່ບໍ່ມີໂອກາດຈະໄດ້ຂີ່ເນື່ອງຈາກສັດປ່າຢ່າງຊ້າງເປັນສັດທີ່ພົບ ໄດ້ຍາກໃນປະເທດເຮົາ, ແຖມຢູ່ໃນສັງຄົມເມືອງໃຫຍ່ດ້ວຍ, ໂອກາດຈະໄດ້ເຫັນ ແລະສຳຜັດ ຢ່າງໃກ້ຊິດແບບຢູ່ທີ່ບ້ານໂນນສະຫວາດແຫ່ງນີ້ແມ່ນມີຫນ້ອຍ.
   ກິດຈະກຳການຂີ່ຊ້າງເດີນທາງໃນປ່າຖືເປັນສິ່ງສຳຄັນຢ່າງຫນຶ່ງຢູ່ບ່ອນນີ້ ນອກເຫນືອຈາກ ການຍ່າງປ່າ, ສ້າງທີ່ພັກແຮມໃນຫລືການໄປພັກອາໄສຢູ່ກັບຊາວບ້ານ (Home Stay) ເພື່ອ ສຶກສາ ແລະ ຮຽນຮູ້ສິ່ງຕ່າງທີ່ພົບເຫັນບໍ່ວ່າຈະເປັນການນຸ່ງຖື, ສິລະປະ-ວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງທ້ອງຖິ່ນ... ເພາະການຂີ່ຊ້າງຍັງສາມາດນັ່ງຖ່າຍພາບ ແລະ ລູບ ຫລັງຂອງມັນຢ່າງສະບາຍ, ໂດຍສະເພາະຊ້າງໂຕທີ່ຄຸ້ນເຄີຍກັບຄົນເຮົາຫາກເປັນເວລາປົກກະ ຕິຢູ່ໃນປ່າຕາມທຳມະຊາດແລ້ວເຊື່ອເລີຍວ່ານັກທ່ອງທ່ຽວຄົງບໍ່ມີໂອກາດຈະໄດ້ຂີ່ຫລັງ ຫລືຈັບ ຕ້ອງພາກສ່ວນຕ່າງໆຂອງມັນໄດ້ຢ່າງງ່າຍໆ.
   ສ່ວນຄົນໃດທີ່ສົນໃຈ ຢາກຈະຂີ່ຊ້າງຍ່າງຫລິ້ນຢູ່ໃນປ່າ ບໍ່ຕ້ອງກັງວົນວ່າຈະບໍ່ມີຊ້າງໃຫ້ຂີ່, ເມື່ອເດີນທາງມາຢ້ຽມຢາມບ້ານໂນນສະຫວາດບ້ານນ້ອຍໆຕັ້ງຢູ່ຢ່າງໂດດເດັ່ນທ່າມກາງຄວາມ ອຸດົມສົມບູນຂອງທຳມະຊາດສ່ວນຫນຶ່ງຂອງຜືນປ່າທາງພາກເຫນືອ, ບ່ອນນີ້ມີຊ້າງໃຫ້ບໍລິການ ກັບນັກທ່ອງທ່ຽວປະມານ 10 ກວ່າໂຕຈະຍ່າງໄປຕາມທາງພາຍໃນພື້ນທີ່ ບໍລິເວນບ້ານໄລຍະ ທາງ 1-2 ກິໂລແມັດ, ໂດຍມີຄວານຊ້າງເປັນຜູ້ນຳທາງໄປ ຕາມຈຸດຊົມທິວທັດສຳຄັນຕ່າງໆ ແລະ ໃຜທີ່ຕ້ອງການຈະໃຫ້ຊ້າງຢຸດ ເພື່ອຖ່າຍພາບຄວາມສວຍງາມ ຂອງທິວທັດທຳມະຊາດ ຕາມຈຸດທີ່ຫນ້າສົນໃຈ ລະຫວ່າງທາງນັ້ນ ກໍ່ພຽງແຕ່ບອກຄວານຊ້າງສັ່ງຊ້າງໃຫ້ຢຸດ ແລ້ວຈິ່ງ ຄ່ອຍຍ່າງຕໍ່ໄປໃຫ້ທັນກັບຂະບວນນັກທ່ອງທ່ຽວທີ່ຮ່ວມເດີນທາງມານຳກັນ.
   ສະເພາະອາກາດເຢັນສະບາຍຕະຫລອດທັງວັນ ຈິ່ງສາມາດຂີ່ຊ້າງທ່ອງທ່ຽວໄດ້ເປັນເວລາ ດົນນານ, ແຕ່ທາງຜູ້ດູແລພື້ນທີ່ຈະມີການກຳນົດໄລຍະທາງການທ່ອງທ່ຽວ ແລະພັກແຮມແນວ ໃດກໍ່ຕາມລະຫວ່າງເສັ້ນທາງ ມີສາຍນ້ຳຄານຢູ່ບໍ່ໄກຫມູ່ບ້ານທີ່ມີຊື່ສຽງ ມາເປັນເວລາດົນນານ ແລ້ວ ເຊິ່ງມີຄວາມເຢັນສົດຊື່ນຖືເປັນສະຖານທີ່ພັກຜ່ອນສຳຄັນ ຈິ່ງເປັນທີ່ນິຍົມຂອງນັກທ່ອງ ທ່ຽວແວ່ພັກເມື່ອຍເອົາແຮງດ້ວຍຫລາຍກິດຈະກຳກ່ອນຈະເດີນທາງຕໍ່ໄປ.

http://www.ecom.org.la/index.php



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard