LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ອງທ່ຽວ ຫລວງພຣະບາງ ຍັງດໍາເນີນໄປ ດ້ວຍດີ
Laostudent

Date:
ທ່ອງທ່ຽວ ຫລວງພຣະບາງ ຍັງດໍາເນີນໄປ ດ້ວຍດີ
Permalink   


ຈໍານວນ ນັກທ່ອງທ່ຽວ ໃນເມືອງຫລວງພຣະບາງ ເມືອງມໍຣະດົກໂລກ ມີເພີ້ມຂື້ນ ເຖິງແມ່ນວ່າ ວິກິດການ ດ້ານການເງິນໂລກ ໄດ້ສົ່ງຜົນກະທົບ ໃສ່ເສຖກິດ ຫລາຍແຫ່ງໃນ ສປປ ລາວ, ຕາມລາຍງານ ຈາກເມືອງຫລວງພຣະບາງ.

<!-- /* Font Definitions */ @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} @font-face {font-family:Calibri; panose-1:2 15 5 2 2 2 4 3 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-1610611985 1073750139 0 0 159 0;} @font-face {font-family:DokChampa; panose-1:0 0 0 0 0 0 0 0 0 0; mso-font-alt:"Times New Roman"; mso-font-charset:0; mso-generic-font-family:roman; mso-font-format:other; mso-font-pitch:auto; mso-font-signature:3 0 0 0 1 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0in; margin-bottom:.0001pt; line-height:115%; mso-pagination:widow-orphan; font-size:12.0pt; mso-bidi-font-size:11.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:DokChampa; mso-bidi-language:AR-SA;} p.NoSpacing, li.NoSpacing, div.NoSpacing {mso-style-name:"No Spacing"; mso-style-parent:""; margin:0in; margin-bottom:.0001pt; mso-pagination:widow-orphan; font-size:11.0pt; font-family:Calibri; mso-fareast-font-family:"Times New Roman"; mso-bidi-font-family:DokChampa; mso-bidi-language:AR-SA;} @page Section1 {size:8.5in 11.0in; margin:1.0in 1.25in 1.0in 1.25in; mso-header-margin:.5in; mso-footer-margin:.5in; mso-paper-source:0;} div.Section1 {page:Section1;} -->

ລາຍງານວ່າປີນີ້ນັກທ່ອງທ່ຽວ ກໍຫລັ່ງໄຫລເຂົ້າມາທ່ຽວ ໃນເມືອງຫລວງບາງ ​​ຄືກັນກັບ ປີຜ່ານມາ. ກ່ອນລະດູຝົນ ຈະສີ້ນສຸດລົງນີ້ນັກທ່ອງທ່ຽວໄດ້ຈອງຫ້ອງນອນຢູ່ຕາມໂຮງແຮມ ​​ແລະ ຢູ່ຕາມບ້ານພັກ ຕ່າງໆ ໃນເມືອງຫລວງບາງ ເກືອບຈະເຕັມໝົດທຸກບ່ອນແລ້ວ. ​ເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ແຂວງຫລວງພະບາງ ໄດ້ກ່າວວ່າທຸຣະກິດ ການທ່ອງທ່ຽວ ໃນແຂວງຫລວງບາງ ຍັງຄືກຄື້ນເໝືອນປີຜ່ານມາ ແລະ ກໍບໍ່ມີທ່າທີວ່າ ຈະຫລຸດລົງ.

ນັບແຕ່ວັນທີ 1 ມົກະຣາປີ 2008 ມາເຖິງຕົ້ນເດືອນພືດສຈີການີ້ມີນັກທ່ອງທ່ຽວເຂົ້າມາທ່ຽວ ​​ໃນເມືອງຫລວງບາງ ຈໍານວນ 340,000 ຄົນ ແລະ ສ້າງລາຍຮັບໄດ້ 86 ລ້ານບາດ. ສໍາລັບໃນປີ 2007 ຜ່ານມາມີນັກທ່ອງທ່ຽວ ຂົ້ມາທ່ຽວ ໃນເມືອງຫລວງບາງ ຈໍານວນ 250,000 ຄົນແລະ ສ້າງລາຍຮັບໄດ້ 40 ລ້ານໂດລາສະຫະຣັຖ. ​ເມື່ອປຽບທຽບຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ໃນເມືອງຫລວງບາງ ລະຫ່ວາງ ສອງປີນີ້ເຫັນວ່າຈໍານວນ ນັກທອ່ງທ່ຽວໃນປີ 2008 ນີ້ ມີເພີ້ມຂື້ນ.

ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວໂດຍມາກ ເປັນນັກທ່ອງທ່ຽວ ທີ່ມີຄຸນະພາບທີ່ມາຈາກປະເທດໄທຈາກຢູໂຣບຈາກສະຫະຣັຖ ອາເມຣິກາແລະຈາກປະເທດຕ່າງໃນເອເຊັຽ. ຫລວງບາງ ບໍ່ແມ່ນ ເມືອງແຄມທະເລແຕ່ເປັນເມືອງປະຫັວດສາດເມືອງນື່ງຂອງລາວທີ່ມີອາກາດ ແລະທີວທັດ ທັມະຊາດ ທີ່ສວຍງາມເປັນນ່າຈັບໃຈ ຂອງນັກທ່ອງທ່ຽວ ທີ່ສະແຫວງຫາ ຄວາມງຽບສະຫງັດ. ພ້ອມນັ້ນ ຍັງມີວັດຖຸໂບຮານ ທີ່ລໍ້າຄ່າເຫລືອໄວ້ ໃຫ້ນັກທ່ອງທ່ຽວ ໄດ້ຊົມ ແລະ ຮຽນຮູ້ປະກອບກັບວັດທະນະທັມ ອັນເກົ່າແກ່ ຂອງຊາວເມືອງ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard