LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ການສໍ້ຣາຊບັງຫລວງ ຂອງເຈົ້າໜ້າທີ່
name

Date:
ການສໍ້ຣາຊບັງຫລວງ ຂອງເຈົ້າໜ້າທີ່
Permalink   


ບັນຫາ ທາງດ້ານ ເສຖກິດໃນລາວ ສ່ວນໃຫຍ່ ເກີດຈາກ ການສໍ້ຣາຊບັງຫລວງ ຂອງເຈົ້າຫນ້າທີ່ຣັຖ ອີງຕາມຄຳເວົ້າ ຂອງເຈົ້າຫນ້າທີ່ ກ່ຽວຂອ້ງ ທ່ານນື່ງໃນລາວ.

 

ທ່ານ​ວ່າ ການຟ້ອງ​ຮ້ອງ ​ໃນ​ສານ ທີ່​ກ່ຽວ​ພັນ​ ກັບ​ການ​ລົງ​ທືນ ​ຫລື ​ຄວາມ​ບໍ່​ກ້າວຫນ້າ ທາງ​ດ້ານ​ເສ​ຖ​ກິດ​ໃນ​ລາວ ສ່ວນ​ໃຫຍ່ ​ແມ່ນ​ເກີດ​ຈາກ ​ການ​ສໍ້ຣາຊບັງ​ຫລວງ ​ຂອງ​ເຈົ້າຫນ້າ​ທີ່ຣັຖ ດັ່ງ​ທ່ານ​ກ່າວ ​ໃນ​ຕອນ​ນື່ງວ່າ:

“ບັນຫາ​ວ່າ ລົງ​ເງີ​ນ​​ໃຊ້ ​ໃນ​ໂຄງການ​ ໄປ​ແລ້ວ ກໍ່​ບໍ່​ເອົາ​ເງີນ ​ໄປ​ເຮັດ ​ໃນ​ໂຄງການ ​ທີ່​ຢູ່​ໃນ​ສັນຍານັ້ນ ​ເອົາ​ເງີ​ນ​ ໄປ​ເຮັດຢ່າງ​ອື່ນ ​ແລະ ​ກໍ່​ບໍ່​ຈ່າຍ ​ເຮັດ​ໃຫ້​ ມີ​ບັນຫາ ບາງ​ເທື່ອ ຈ່າຍ​ເງີ​ນ​ໃຫ້ ກັມມະກອນ ​ກໍ່​ບໍ່​ໄດ້​ຮັບ ບໍ່​ມາ​ ດຳ​ເນີນ ​ທຸຣະກິດ​ຕໍ່ ​ເຮັດ​ໃຫ້ ​ທຸຣະກິດ​ນັ້ນ​ ເດີນ​ບໍ່​ໄດ້ ​​ແບບ​ລັກສະນະ ​ຄໍຣັບຊັນ.”

ທ່ານ​ວ່າ ສ່ວນ​ຫລາຍ ທຸຣະກີດ ທີ່​ມັກ​ມີ​ ການ​​ໃຫ້​ສິນ​ບົນ​ກັນ ​ຫລາຍ​ກວ່າ​ຫມູ່ ກໍ່​ຈະ​ເປັນ ​ປະ​ເພດ ການ​ກໍ່ສ້າງ ບໍ່​ແຮ່ ກະ​ສີ​ກຳ ປ່າ​​ໄມ້ ​ແລະ ​ຜລີ​ຕພັນ​ສີນ​ຄ້າ​ ປະ​ເພດ​ຕ່າງໆ ຈາກ​ນັກ​ລົງ​ທືນ ຕ່າ​ງປະ​ເທດ ​ແລະ​ພາຍ​ໃນ​ ປ​ະ​ເທດ ບາງ​ຄັ້ງ ກໍ່​ມີ​ການ​ຟ້ອງ​ຮ້ອງ​ກັນ ​ແຕ່​ສ່ວນ​ໃຫຍ່ ​ຈະ​ມີ​ການ​ມີດ​ງຽບ​ໄປ. ​ເຫ​ດການ​ໃນ​ການ​ສໍ້​ໂກງ ​ກໍ່​ມີ​ຫລາຍ​ຢ່າງ ທ່ານ​ກ່າວ ​ເພີ້​ມອີກ​ວ່າ:

“ເວລາ ​ມີ​ການ​ຕົກລົງ​ກັນ​ແລ້ວ ສ່ວນ​ໃຫຍ່​ ເຂົາ​ບໍ່​ຢາກ ​ປະຕິບັດ ບໍ່​ຢາກ​ ປະຕິບັດ​ ຕາມ​ຄຳ​ຕົກລົງ ​ໂຕ​ເອງ ​ເຮັດ​ໃຫ້ ​ມີ​ການ​ແກ່ຍາວ ​ເວລາ​ ບົດ​ບັນ​ທືກ​ນັ້ນ ​ແກ່ຍາວ​ເວລາ ​ໃນ​ການ​ຈ່າຍ ການ​ປະຕິບັດ​ງານ ​ເວົ້າ​ເຣື້ອງ ​ປະຕິບັດ ​ກໍ​ຖື​ວ່າ​ຍາກ.”

​ໃນ​ທີ່ສຸດ ​ເຈົ້າຫນ້າ​ທີ່ ​ທ່ານ​ນັ້ນ ບອກ​ວ່າ ການ​ຂາດ​ ປະ​ສີດ​ທິພາ​ບ ຂອງຣະບົບຣາຊການ ຫລື ​ການບໍຣິຫານ ຣາຊການ ​ເປັນສາ​ເຫດ ​ທີ່​ສຳຄັນ ທີ່​ເຮັດ​ໃຫ້ ​ເກີດ​ການ​ສໍ້ຣາຊບັງ​ຫລວງ ​ໃນ​ລາວ ​ກາຍ​ເປັນ​​ໂຣຄຊ້ຳເຮື້ອ​ສັງຄົມ​ ໃນ​ຣະດັບ​ ຜູ້​ປົກ​ຄອງ ​ໃນ​ລາວ ​ໃນ​ປັດຈຸບັນ. ທ່າ​ນວ່າ ຖ້າ​ການ​ສໍ້ຣາຊບັງຫລວງ ບໍ່​ຖືກ​ແກ້​​ໄຂ, ໃນ​ອະນາ​ຄົດ ນັກ​ລົງ​ທືນ ຈາກ​ຕ່າງ​ຊາດ ກໍ່​ຈະ​ຫມົດ​ສັດທາ​ ໃນ​ການ​ມາ​ລົງ​ທືນ ​ໃນ​ລາວ.


__________________
Anonymous

Date:
Permalink   

ເຈົ້າຫນ້າທີ່ຜູ້ນັ້ນຊື່ຫຍັງ ຢູ່ໃສ?biggrin

__________________
Anonymous

Date:
Permalink   

ອັນວ່າ ເວົ້າແລ້ວບໍ່ເຮັດ ຜິດແລ້ວບໍ່ປ່ຽນ ເວົ້າໄປສິບເທື່ອກໍ່ຄືເກົ່າຫັ້ນແລ້ວ ເພາະທຸກຄົນກໍ່ຮູ້ຈັກບັນຫານີ້ດີ, ແຕ່ວ່າຈະແກ້ໄຂແນວໃດນັ້ນຕິ ເປັນສິ່ງທີ່ຫລາຍຄົນຢາກໄດ້ຍິນ ທ່ານເອີ່ຍ



__________________
Anonymous

Date:
Permalink   

ຂໍບອກວ່າແກ້ຍາກ, ຕ້ອງໃຊ້ເວລາດົນ ກໍຄື ຄົນລຸ້ນໃຫມ່ ຂ້ອຍໆ ເຈົ້ານີ້ລະ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard