LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການ ເຮັດວຽກ ຢູ່ໄທ ໄປເຊົ້າ-ແລງກັບ
ໂຄງການ

Date:
ໂຄງການ ເຮັດວຽກ ຢູ່ໄທ ໄປເຊົ້າ-ແລງກັບ
Permalink   


ກົມແຮງງານໄທ ມີໂຄງການ ໃຫ້ແຮງງານລາວ ທີ່ອາໃສຢູ່ຕາມຊາຍແດນ ລາວ-ໄທ ສາມາດເຂົ້າໄປເຮັດວຽກ ໃນປະເທດໄທໄດ້ ແບບເຊົ້າໄປ-ແລງກັບ.

 

ເຈົ້າໜ້າທີ່ ກົມແຮງງານ ຂອງໄທ ​​ເປີດເຜີຍ ຢູ່ທີ່ບາງກອກ ປະເທດໄທເມື່ອວັນທີ 26 ກັນຍາ 2008 ນີ້ ວ່າ ປັດຈຸບັນ ທາງການໄທ​ ໄດ້ປະກາດ​ ຫລຸດຄ່າທໍານຽມ ຂໍວີຊາ ໃຫ້ແກ່ຄົນງານລາວ ຜູ້ທີ່ຕ້ອງການ ໄປເຮັດວຽກ ຢູ່ຝັ່ງໄທ ຢ່າງຖືກຕ້ອງ​ ຕາມກົດໝາຍ ຕາມບັນທຶກ​ ຄວາມເຂົ້າໃຈ MOUວ່າດ້ວຍ ການຮ່ວມມື ດ້ານແຮງງານ ທີ່ທັງ ປະເທດ ໄດ້ລົງນາມກັນ.

ຕາມການຕົກລົງ ຝ່າຍ ລາວ-​ໄທ  ທາງການໄທ ຈະລຸດ ຄ່າທໍານຽມ ການຂໍວີຊາ ຂອງຄົນງານລາວ ຊຸດທໍາອິດ ຈໍານວນ 10 ພັນຄົນລົງໃຫ້ຍັງເຫລືອ ຄົນລະ 500 ບາດ.  ຫລັງຈາກນັ້ນ ກໍຈະເກັບຄ່າ ທໍານຽມໃນອັດຕຣາ ຄົນລະ 2 ພັນບາດ ເພື່ອເປັນ​ ການລຸດຄ່າ​ ​ໃຊ້ຈ່າຍໃຫ້ຄົນງານລາວ.

ແລະ ຂະນະນີ້ ທາງການໄທ ກໍກໍາລັງ ພິຈາຣະນາ ຫ​ລຸດຄ່າ ທໍານຽມເງິນກອງທຶນ ແຮງງານ ຕ່າງດ້າວ ອີກດ້ວຍ  ຊຶ່ງໃນປັດຈຸບັນນີ້ ມີການເກັບຈາກຄົນງານ ສປປລາວ ພຽງຄັ້ງດຽວ ໃນອັດຕຣາ ຄົນລະ 2,170ບາດ  ແລະຈະໄດ້ສົ່ງ​ ເງິນຈໍານວນນັ້ນ ໃຫ້ຜູ້ກ່ຽວຄືນ ພາຍຫລັງ ທີ່ໄດ້ເຮັດວຽກຄົບ ກໍານົດ ຕາມການສັນຍາ ກັນໄວ້.

ພ້ອມກັນນັ້ນ ແຫລ່ງຂ່າວ​ ລາຍດຽວກັນນີ້ ຍັງບອກ​ ໃຫ້ຮູ້ຕື່ມ ອີກວ່າ ນອກຈາກນັ້ນ ກົມແຮງງານ ຂອງໄທ ຍັງມີໂຄງການ ໃຫ້ແຮງງານລາວ ທີ່ອາໃສຢູ່ຕາມ ບໍລິເວນ ຊາຍແດນ ລາວ-​​ໄທ ສາມາດ ເຂົ້າໄປເຮັດວຽກ ໃນປະເທດ​​ໄທໃນຕອນເຊົ້າ ແລະ​ ເດີນທາງ​ ກັບສປປລາວ ໃນຕອນບ່າຍ ໂດຍທີ່​ ຄົນງານລາວ ຈະຕ້ອງໄດ້​​ແຈ້ງໜັງສືຜ່ານແດນ ແລະ ຂໍອະນຸຍາດ ເຮັດວຽກ ຊຶ່ງຂະນະນີ້ເຈົ້າໜ້າທີ່​ ທີ່ກ່ຽວຂ້ອງ ກໍາລັງ​ ພິຈາລະນາ ລາຍລະອຽດຢູ່ ຄາດວ່າ ຈະປະກາດ​ ​ໃຊ້ເປັນກົດລະບຽບ ໃນມໍ່ໆນີ້.


__________________
Anonymous

Date:
Permalink   


ນັກສຶກສາລາວຢູ່ຢີ່ປຸ່ນ ໃຜຢາກໄປກໍ່ໄປໂລດເດີ້
ເພື່ນມາໂຄສະນາຮອດຢີ່ປຸ່ນພຸ້ນນະ

__________________
Anonymous

Date:
Permalink   

ບໍ່ແມ່ນລາວມາປະກາດຮັບສະໝັກພ/ງຮອດຢູ່ຢີ່ປຸ່ນ
ເອົາມາໃຫ້ອ່ານໃຫ້ຮູ້ສະພາບແລະນະໂຍບາຍ
ຂອງລ/ບພວກເຮົາເລື່ອງແຮງງານ.......

__________________
Anonymous

Date:
Permalink   

ມັນກໍ່ດີຢູ່ຖ້າຄຸມໃຫ້ດີໆ ແລະ ແນ່ໃຈວ່າແຮງງານໄດ້ຮັບການຄຸ້ມຄອງຕາມຄວາມເຫມາະສົມ, ຂ້ອຍລະເປັນຫ່ວງເລື່ອງ ພວກຂະບວນການຄ້າມະນຸດ ຈະມາສວຍໃຊ້ເປັນຊ່ອງທາງເຄື່ອນໄຫວເດ້....



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard