LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ​​​ໄພ​ທີ່​ມາ​ກັບ​​ຄວາມ​​ໂລບ​ມາກ
Anonymous

Date:
​​​ໄພ​ທີ່​ມາ​ກັບ​​ຄວາມ​​ໂລບ​ມາກ
Permalink   


ທ່ານທີ່ສົນໃຈເລື່ອງປະຫວັດສາດ ຄົງຈະຮູ້ດີວ່າ ຕອນທີ່ລະບອບຄອມມູນິດຫລົ້ມລະລາຍໃນປີ 1991 ມີພຽງແຕ່ສ່ວນຫນຶ່ງຂອງອາຊີທີ່ໄດ້ຮັບຜົນກະທົບ, ບັນດາປະເທດອ້ອມຂ້າງ ສສຊ ເປັນຕົ້ນແມ່ນ ລາວ ຫວຽດນາມ ກຳປູເຈຍ ກໍ່ຫັນຫນ້າໄປຫາແນວທາງໃຫມ່ ນັ້ນກໍ່ຄືເສດຖະກິດວາງແຜນ ແລະ ດັດສົມຕາມກົນໄກຕະຫລາດ.ມາຮອດປະຈຸບັນ 2008, ເສດຖະກິດທຶນນິຍົມຍັກໃຫຍ່ ກໍ່ຄື ອາເມລິກາ ທີ່ຂຶ້ນຊື່ວ່າເປັນປະເທດມະຫາອຳນາດໃຫຍ່ ມີລະບົບການເງິນທີ່ເຂັ້ມແຂງ ກໍ່ຍັງປະສົມກັບ ວິກິດການທາງການເງິນ ທີ່ສົ່ງຜົນກະທົບໄປເຖິງທຸກມຸມໂລກ.

ມັນກໍ່ເປັນຕາເຮັດໃຫ້ຄິດຢູ່ ວ່າເສດຖະກິດທີ່ປະຖົມປະຖານ ລະບົບການເງິນທີ່ຍັງອ່ອນນ້ອຍ ແລະ ບໍ່ທັນເຂັ້ມແຂງຄື ສປປ ລາວ ຈະຮັບມືກັບບັນຫາທາງການເງິນທີ່ອາດຈະເກີດຂຶ້ນໄດ້ແນວໃດ?
ທະນາຄານ​ຕ່າງ​ໆ​ລົງທຶນ​​ເປັນ​ຈຳນວນຫລວງຫລາຍ​ເພື່ອ ກໍ່ສ້າງ​​ໂຄງ​ລ່າງ​ພື້ນຖານ​ເພື່ອ​ຮອງ​ຮັບລະບົບ​ການ​ເງິນ​ໃຫມ່ ​ໂຄ​ງສ້າງຕະຫລາດ​ຫລັກ​ຊັບ....
ວິ​ກິດ​ການ​ທາງ​ການ​ເງິນ​ປີ 1998 ​ແລ​ະ 2008 ບໍ່​​ເຄີຍ​ເຮັ​ດ​ໃຫ້​ຜູ້​ຮັກ​ການ​ຄ້າ​ຂາຍ​ຫລັກ​ຊັບທີ່​ຈັບບາ​ຍບໍ່​ໄດ້ (ຫຸ້ນ) ຢ້ານ​ກົວ ​ແລະ ສະ​ທົກ​ສະທ້ານ​ສື​ບຕໍ່ ​ເປັນ​ຄື​ແມ​ງ​ເມົ່າ ພາກັນບິນ​ເຂົ້າ​ກອງ​ໄຟ ທຶ້ນໆ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard