LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົລ ກາຣຕັດສີນ
Anonymous

Date:
ຜົລ ກາຣຕັດສີນ
Permalink   


ໃນຣະຍະ ຜ່ານມາ ມັກຈະມີ ກາຣວິພາກ ວິຈາຣກັນ ໂດຽທົ່ວໄປ ກ່ຽວຣະບົບ ຕຸລາກາຣສາລ ໃນ ສປປລາວ ປັຈຈຸບັນ ເຖີງຂັ້ນ ທີ່ວ່າ: ໃນເມື່ອ ມີກາຣຕັດສີນ ຄະດີ ໄປແລ້ວ ກໍບໍ່ປາກົດ ຖືກນຳ ປະຕິບັຕ ເທົ່າທີ່ຄວນ ຫລືບໍ່ ກໍມີກາຣ ແກ່ຍາວ ຕໍ່ໆໄປ.

ກ່ຽວກັບ ເຣື່ອງນີ້ ດຣ. ອຸ່ນແກ້ວ ວຸທິລາດ ສະມາຊິກ ສະພາ ​​ແຫ່ງຊາຕ ຈາກເຂຕ ກາຣເລືອກຕັ້ງ ແຂວງຫລວງນ້ຳທາໄດ້ກ່າວວ່າ: ​ໃນສົກປີ 2006-2007 ຜ່ານມາ ມີກາຣພິຈາຣະນາ ຄະດີ ຢູ່ສາລເຖີງ 3,812 ຄະດີແຕ່ແລ້ວ ມີກາຣປະຕິບັຕ ຕາມຄຳຕັດສີນ ຂອງທາງກາຣ ສາລພຽງ 1,772 ກໍຣະນີ ເທົ່ານັ້ນ.

ໃນຂະນະດຽວກັນນີ້ທ່ານພິວາດ ວໍລະຈັກ ທະນາຍຄວາມ ​​ແຫ່ງຊາຕ ສປປລາວ ກໍວ່າ ມີປະຊາຊົນ​​ໃຫ້ຄວາມສົນໃຈ ຫລາຍພໍສົມຄວນ ກ່ຽວກັບກາຣຕັດສີນ ຊີ້ຂາດ ຂອງທາງກາຣສາລທີ່ບໍ່ຖືກນຳໄປປະຕິບັຕ ດັ່ງກ່າວນີ້ໂດຽສະເພາະ ທີ່ມີກາຣຂໍໃຫ້ໂຈະໄວ້ ແລະ ເຮັດໃຫ້ສຳນວນ ຄະດີ ທີ່ຕ້ອງໄດ້ ປະຕິບັຕນັ້ນ ຍີ່ງມີຫລາຍ ເພີ່ມຂື້ນ ເລື້ອຍໆ.

ເຖີງຢ່າງໃດກໍຕາມເຈົ້າໜ້າທີ່ລາວ ດັ່ງກ່າວ ຍອມຮັບວ່າເທົ່າທີ່ ຜ່ານມາອຳນາຈຕຸລາກາຣເຊັ່ນ ສາລ ປະຊາຊົນ ​​ໃນແຕ່ລະຂັ້ນ ຍັງມີອຳນາຈ ດ້ານບໍຣິຫາຣ ຄອບງຳຕລອດມາເຖີງຂັ້ນ ທີ່ວ່າກ່ອນຈະມີກາຣພິພາກສາ ຄະດີ ຕ່າງໆນັ້ນ ທາງສາລສູງສຸດ ຂອງປະຊາຊົນ ຍັງຕ້ອງໄດ້ ໄປຂໍຄຳເຫັນ ເພື່ອຊ່ວຍຕັດສີນ ຊີ້ຂາດ ຈາກທາງຄະນະ ນຳພາ ພັກ-ຣັຖເສັຽກ່ອນ.


__________________
Anonymous

Date:
Permalink   


ເຖິງສະມາຊິກ ທີ່ຊ່ອຍກັນໂພສຂ່າວ

ເອົາຂ່າວບ່ອນອື່ນມາລົງ ກະລຸນາບອກແຫຼ່ງຂອງຂ່າວ ທີ່ທ່ານໄປເອົາມາ

ແລະເວລາໂພສ ກະລຸນາ ເບິ່ງ Preview ກ່ອນ post ເພາະບາງເທື່ອ

ມັນຈະອອກມາໃນລັກສະນະທີ່ທ່ານເຫັນ ຂ້າງເທິງ ​​

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard