LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ໄວລຸ້ນລາວ
LaoGuide

Date:
ໄວລຸ້ນລາວ
Permalink   


ຊາວໜຸ່ມ ໄວລຸ້ນລາວ ສູບຢານ້ອຍລົງ ແຕ່ກິນເຫລົ້າ ຫລາຍຂື້ນ

ທ່ານ ໂອທອງ ຄຳອິນຊູ ຜູ້ອຳນວຍການ ແລະ ບັນນາທິການ ວາລະສານ ວັນນະສິນ ຂອງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ແລະ ເປັນນັກຂຽນບົດ ເລື່ອງສັ້ນ ທີ່ໄດ້ຮັບລາງວັນ ຊີໄຣທ໌ 2008 ໄດ້ກ່າວ ກ່ຽວກັບເລື່ອງ ຂອງຊາຍໜຸ່ມຍິງສາວລາວ ສູບຢາ ແລະ ກິນເຫລົ້າ ໃນປັດຈຸບັນວ່າ:

 

ຄິດວ່າລຸດລົງເພາະວ່າໃນອະດີດນີ້ເລີ້ມອາຍຸນ້ອຍໆກໍເລີ້ມສູບແລ້ວແຕ່ດຽວນີ້ສັງເກດເຫັນແຕ່ຜູ້ເຖົ້າສູບຫລາຍຄົນໄວໜຸ່ມບໍ່ຄ່ອຍສົນໃຈເທົ່າໃດແຕ່ເລື່ອງເຫລົ້າເລື່ອງເບັຍຮູ້ສຶກວ່າກຳລັງຂື້ນສຳລັບໄວໜຸ່ມ.”

ທ່ານວ່າໃນເລື່ອງ ຂອງການພັດທະນາແລະ ຄວາມຈະເລີກໍມີສ່ວນສຳຄັນທີ່ເຮັດໃຫ້ໄວລຸ້ນລາວປັດຈຸບັນນີ້ ຫັນມາ ນິຍົມດື່ມຂອງມືນເມົາຮວມໄປເຖິງ ຄ່ານິຍົມ ຕາ​​ເວັນຕົກອີກທັງ ຈາກຂ່າວສານທາງໂທລະທັດທີ່ໄວໜຸ່ມລາວ ສ່ວນໃຫຍ່ ນິຍົມ ທີ່ຈະເຮັດຕາມ.

ຕໍ່ບັນຫາ ດັ່ງກ່າວທ່ານໂອທອງຢາກໃຫ້​​ໄວລຸ້ນລາວເຊົາມົ້ສຸມ ຢູ່ນຳສິ່ງມືນເມົາ ຕ່າງໆ:

ຄິດວ່າຢາກໃຫ້ເຊົາປະແຕ່ກໍບໍ່ໄດ້ໝາຍຄວາມວ່າໃນຊີວິດຈະບໍ່ໃຫ້ກິນເລີຍແຕ່ຄິດວ່າພໍດີພໍງາມຄົນລະຈອກແລ້ວກໍແລ້ວໄປບໍ່ຄວນຈະເປັນວ່າມາດື່ມຕໍ່ແລ້ວກໍໄປບໍ່ໄດ້ຄິດວ່າບໍ່ຄວນ.”

ຕາມການວິໃຈຂອງອົງການ ດ້ານຢາເສບຕິດແລະ ອາດສະຍາກຳສະຫະປະຊາຊາດຫລື UNODC ວ່າພຶດຕິກຳການດື່ມເຫລົ້າຫລືເບັຍແລະ ​​ເສບຢາເສບຕິດ ຂອງເຍົາວະຊົນມາຈາກຄົນໃນຄອບຄົວ ສູບຢາດື່ມເຫລົ້າມີເຖີງ 80 ສ່ວນຮ້ອຍ. ສຳລັບ ສາເຫດ ທີ່ເຮັດໃຫ້ເດັກນ້ອຍ ເສບຢາເສບຕິດຍ້ອນຢາກ ທົດລອງແລະ ເພື່ອນຊວນສູບມີຫລາຍເຖິງ 90 ສ່ວນຮ້ອຍ. ນອກນັ້ນຍັງພົບວ່າເຫລົ້າ ເປັນສິ່ງກະຕຸ້ນ ໂດຍກົງ ຕໍ່ເດັກນ້ອຍໃຫ້ເຮັດຜິດກົດໝາຍເຊັ່ນການລັກເລັກຂະໂມຍນ້ອຍງັດແງະປູ້ນຈີ້ເຖິງ 38 ສ່ວນຮ້ອຍ.



__________________
Anonymous

Date:
Permalink   

Kool 
This is news from Laos?


__________________
Anonymous

Date:
Permalink   


ແມ່ນໃຜມາຢີ່ປຸ່ນແລ້ວ ກິນເບຍຫຼາຍຂຶ້ນ
ສົ່ງສຽງກັນເຂົ້າມາໄດ້ ດຽວນີ້


__________________
unsumpathetic

Date:
Permalink   

ຂ້ອຍກະແມ່ນຜູ້ຫນຶ່ງ ທີ່ມາຍີ່ປຸ່ນແລ້ວກິນເຫລົ້າເກັ່ງຂຶ້ນ ແຕ່ມັນເຮັດໃຫ້ສະຫມອງບໍ່ດີຄືເກົ່າ ເມື່ອຍງ່າຍ ສຸຂະພາບບໍ່ຄ່ອຍແຂງແຮງ ໂດຍສະເພາະໂລກກະເພາະ ແລະ ທ້ອງບໍ່ດີ, ດຽວນີ້ບໍ່ກິນລະເດ້



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard