LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ໄວລຸ້ນລາວ
LaoGuide

Date:
ໄວລຸ້ນລາວ
Permalink   


ຊາວໜຸ່ມ ໄວລຸ້ນລາວ ສູບຢານ້ອຍລົງ ແຕ່ກິນເຫລົ້າ ຫລາຍຂື້ນ

ທ່ານ ໂອທອງ ຄຳອິນຊູ ຜູ້ອຳນວຍການ ແລະ ບັນນາທິການ ວາລະສານ ວັນນະສິນ ຂອງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ແລະ ເປັນນັກຂຽນບົດ ເລື່ອງສັ້ນ ທີ່ໄດ້ຮັບລາງວັນ ຊີໄຣທ໌ 2008 ໄດ້ກ່າວ ກ່ຽວກັບເລື່ອງ ຂອງຊາຍໜຸ່ມຍິງສາວລາວ ສູບຢາ ແລະ ກິນເຫລົ້າ ໃນປັດຈຸບັນວ່າ:

 

“ຄິດ​ວ່າ​ລຸດລົງ​ເພາະວ່າ​ໃນ​ອະດີດ​ນີ້​ເລີ້ມອາຍຸ​ນ້ອຍໆກໍ​ເລີ້ມສູບ​ແລ້ວ​ແຕ່​ດຽວນີ້ສັງ​ເກດ​ເຫັນ​ແຕ່​ຜູ້​ເຖົ້າສູບ​ຫລາຍ​ຄົນ​ໄວໜຸ່ມບໍ່ຄ່ອຍ​ສົນ​ໃຈ​ເທົ່າ​ໃດ​ແຕ່​ເລື່ອງ​ເຫລົ້າ​ເລື່ອງ​ເບັຍຮູ້ສຶກ​ວ່າ​ກຳລັງ​ຂື້ນສຳລັບ​ໄວໜຸ່ມ.”

ທ່ານ​ວ່າ​ໃນ​ເລື່ອງ ​ຂອງ​ການ​ພັດທະນາ​ແລະ ​ຄວາມ​ຈະ​ເລີ​ນກໍ​ມີ​ສ່ວນ​ສຳຄັນທີ່​ເຮັດ​ໃຫ້​ໄວລຸ້ນລາວ​ ປັດຈຸບັນ​ນີ້ ຫັນ​ມາ ​ນິຍົມ​ດື່ມ​ ຂອງ​ມືນ​ເມົາຮວມ​ໄປ​ເຖິງ ​ຄ່າ​ນິຍົມ ​ຕາ​​ເວັນ​ຕົກອີກ​ທັງ ​ຈາກ​ຂ່າວສານ​ ທາງ​ໂທລະທັດທີ່​ໄວໜຸ່ມລາວ ສ່ວນ​ໃຫຍ່ ​ນິຍົມ ​ທີ່​ຈະ​ເຮັດ​ຕາມ.

ຕໍ່ບັນຫາ ​ດັ່ງກ່າວທ່ານ​ໂອ​ທອງຢາກ​ໃຫ້​​ໄວ​ລຸ້ນລາວ​ ເຊົາ​ມົ້ວ​ສຸມ ​ຢູ່​ນຳ​ສິ່ງ​ມືນ​ເມົາ ​ຕ່າງໆ:

“ຄິດ​ວ່າ​ຢາກ​ໃຫ້​ເຊົາປະ​ແຕ່​ກໍ​ບໍ່​ໄດ້ໝາຍຄວາ​ມວ່າ​ໃນ​ຊີວິດ​ຈະ​ບໍ່​ໃຫ້​ກິນ​ເລີຍ​ແຕ່​ຄິດ​ວ່າພໍດີພໍງາມຄົນ​ລະ​ຈອກ​ແລ້ວ​ກໍ​ແລ້ວ​ໄປບໍ່ຄວນ​ ຈະ​ເປັນ​ວ່າມາ​ດື່ມ​ຕໍ່​ແລ້ວ​ກໍ​ໄປ​ບໍ່​ໄດ້ຄິດ​ວ່າ​ບໍ່ຄວນ.”

ຕາມ​ການ​ວິ​ໃຈ​ ຂອງ​ອົງ​ການ ​ດ້ານ​ຢາ​ເສບ​ຕິດ​ແລະ ​ອາດ​ສະ​ຍາ​ກຳ​ ສະຫະ​ປະຊາ​ຊາດຫລື UNODC ວ່າພຶດຕິ​ກຳ​ ການ​ດື່ມ​ເຫລົ້າຫລື​ ເບັຍ​ແລະ ​​ເສບຢາ​ເສບ​ຕິດ ​ຂອງ​ເຍົາວະ​ຊົນມາ​ຈາກ​ຄົນ​ ໃນຄອບຄົວ ​ສູບຢາດື່ມ​ເຫລົ້າມີ​ເຖີງ 80 ສ່ວນ​ຮ້ອຍ. ສຳລັບ ​ສາ​ເຫດ ​ທີ່​ເຮັດ​ໃຫ້​ເດັກນ້ອຍ ​ເສບ​ຢາ​ເສບ​ຕິດຍ້ອນ​ຢາກ ​ທົດ​ລອງ​ແລະ ​ເພື່ອນ​ຊວນ​ສູບມີ​ຫລາຍ​ເຖິງ 90 ສ່ວນ​ຮ້ອຍ. ນອກ​ນັ້ນຍັງ​ພົບ​ວ່າ​ເຫລົ້າ ​ເປັນ​ສິ່ງ​ກະ​ຕຸ້ນ ​ໂດຍ​ກົງ ຕໍ່​ເດັກນ້ອຍ​ໃຫ້​ເຮັດ​ຜິດ​ກົດໝາຍ​ເຊັ່ນການ​ລັກ​ເລັກ​ຂະ​ໂມ​ຍນ້ອຍ​ງັດ​ແງະປູ້​ນຈີ້ເຖິງ 38 ສ່ວນ​ຮ້ອຍ.



__________________
Anonymous

Date:
Permalink   

Kool 
This is news from Laos?


__________________
Anonymous

Date:
Permalink   


ແມ່ນໃຜມາຢີ່ປຸ່ນແລ້ວ ກິນເບຍຫຼາຍຂຶ້ນ
ສົ່ງສຽງກັນເຂົ້າມາໄດ້ ດຽວນີ້


__________________
unsumpathetic

Date:
Permalink   

ຂ້ອຍກະແມ່ນຜູ້ຫນຶ່ງ ທີ່ມາຍີ່ປຸ່ນແລ້ວກິນເຫລົ້າເກັ່ງຂຶ້ນ ແຕ່ມັນເຮັດໃຫ້ສະຫມອງບໍ່ດີຄືເກົ່າ ເມື່ອຍງ່າຍ ສຸຂະພາບບໍ່ຄ່ອຍແຂງແຮງ ໂດຍສະເພາະໂລກກະເພາະ ແລະ ທ້ອງບໍ່ດີ, ດຽວນີ້ບໍ່ກິນລະເດ້



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard