LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຝັ່ງເຈື່ອນເຂດກໍາແພງນະຄອນ
Anonymous

Date:
ຝັ່ງເຈື່ອນເຂດກໍາແພງນະຄອນ
Permalink   


ກົມໂຍທາ ທິການ ເລີ່ມລົງສໍາຣວດ ພື້ນທີ່ ຕາຝັ່ງເຈື່ອນ ໃນເຂດ ນະຄອນຫລວງວຽງຈັນ ຂະນະທີ່ ປະຊາຊົນ ໃນພື້ນທີ່ ຍັງບໍ່ມີ ຄວາມໝັ້ນໃຈ ໃນໂຄງການ.

FT_riverbank_eroded_01

ຕາຝັ່ງ ແຄມຂອງ ບ້ານເກົ້າລ້ຽວ ເຈື່ອນ ຢ່າງໜ້າວິຕົກ

 

ເປັນ​ທີ່​ແນ່ນອນ​​ແລ້ວວ່າ ໜ່ວຍງານຮັບຜິດ​ຊອບ ການ​ປ້ອງ​ກັນ​ຕາ​ຝັ່ງ​ເຈື່ອນ ​ໃນ​ເຂດ​ນະຄອນຫລວງ​ວຽງຈັນ ມີ​ແຜນການ​-ກັ້ນ​ຕະລິ່ງ​ເຈື່ອນ ​ ຊຶ່ງ​ແຜນການ​ກໍ່ສ້າງ​ທັງໝົດ ມີ 12 ຈຸດ 3 ຫລັກ​ກິ​ໂລ​ແມັດ​ນັ້ນ ຍັງ​ຢູ່​ໃນ​ຂັ້ນ​ຕອນ ​ລົງ​ສໍາຣວດ. ທ່ານ ບົວ​ຜັນ ​ເທດ​ດາ​ວັນ ຮອງ​ຫົວໜ້າຫ້ອງການ ​ໂຄງການ ​ປ້ອງ​ກັນ ​ຕາ​ຝັ່ງ​ເຈື່ອນ ​ເຜີຍ​ເຖິງ ​ແຜນການ ​ກໍ່ສ້າງ​ນັ້ນ​ວ່າ:

“ກໍາລັງ ​ອອກ​ແບບ​ສໍາຣວດ ​ໃນ​ປັດຈຸບັນ​ນີ້ ​ຍັງ​ບໍ່​ທັນ​ໄດ້ ​ລະອຽດ ພໍ​ເທື່ອ ​ແລ້ວ​ໃຫ້​ ນະຄອນ​ຫລວງ ​ເປັນ​ຜູ້​ຈັດ​ຕັ້ງ ປະຕິບັດ.”

ຈຸດ​ທີ່​ ຈະ​ກໍ່ສ້າງ​ນັ້ນ ​ແຍກ​ອອກ ​ເປັນ 2 ຊ່ວງ ຄື ຊ່ວງ 2 ຈຸດ 3 ກິ​ໂລ​ແມັດ-​ແຕ່​ບໍຣິ​ເວນ ປາກ​ປ່າ​ສັກ​-ເຖິງຫາດ​ດອນ​ຈັນ ​ແລະ ​ອີກ​ຊ່ວງ​ນຶ່ງ ​ແມ່ນ​ຈາກ​ ປາກ​ປ່າ​ສັກ-​ເຖິງ​ເກົ້າ​ລ້ຽວ-​ເຖິງ​ພື້ນ​ທີ່ ​ວັດ​ຖໍ້າ​ພຣະ ​ໂດຍ​​ໃຊ້​ທຶນ​ ຂອງ​ເກົາຫລີ​​ໃຕ້ 32 ລ້ານ​ ໂດ​ລາ​ສະຫະຣັດ.

ກ່ຽວກັບ ​ແຜນການ ປ້ອງກັນ​ຕາ​ຝັ່​ງ​ເຈື່ອນ​ນີ້ ປາກົດ​ວ່າ​ ປະຊາຊົນ​ ​ເຂດ​ເກົ້າ​ລ້ຽວ ​ໂດຍ​ໄປ​ແລ້ວ​ ກໍຮູ້ພໍ​ລວມໆ ຫາກ​ບໍ່ຮູ້​ ລາຍ​ລະອຽດ:

​“ເປັນ​ໂຄງການ​ແທ້ ຍັງ​ບໍ່​ທັນ​ຮູ້​ວ່າ​ກໍ​ຖື​ວ່າ​ບໍ່​ມີ​ໂຄງການ​ກັນ​ເຈື່ອນ ບໍ່​ມີ​ທຶນ​ມາ​ຊ່ວຍ​ເຫລືອ ​ເພາະວ່າ​ມັນ​ຝົນຕົກ​ນະ ​ແລ້ວ​ມັນ​ມີ​ນໍ້າ​ຖ້ວມ ນໍ້າ​ຫຍັງ​ມັນ​ກໍ​ໄຫລ​ລົງ​ມາ ດິນຊາຍ​ກໍ​ເຈື່ອນ​ລົງ​ເລີຍ.”

ເລື່ອງ​ບັນຫາ ​ແຄມ​ຂອງ​ພັງ-ຕາຝັ່ງ​ເຈື່ອນ​ນີ້ ປາກົດ​ວ່າ​ ບໍ່​ມີ​ແຕ່ ​​ໃນ​ເຂດ​ນະຄອນ ຫລວງວຽງຈັນ ​ເທົ່າ​ນັ້ນ ທີ່​ປະ​ເຊີນ  ​ແຕ່​ພື້ນ​ທີ່ ​ທາງ​ເຂດ ​ແຂວງ​ພາກເໜືອ ຂອງ​ລາວ ​ເຊັ່ນ​ບໍ່​ແກ້ວ ກໍ​​ປະ​ເຊີນ ບັນຫາ​ ດິນ​ແຄມ​ຂອງ​ເຈື່ອນ ຂ້ອນ​ຂ້າງ​ໜັກ ເຊັ່ນ​ກັນ ຊຶ່ງ​ສົງ​ໃສ​ກັນ​ວ່າ ສ່ວນ​ນຶ່ງ ​ອາດ​ມີ​ສາ​ເຫດ ມາຈາກ​ເຂື່ອນ​ ​ທີ່​ສ້າງ​ໃສ່​ແມ່​ນໍ້າຂອງ ຕອນ​ເທິງ ​ແລະ​ ການຣະ​ເບີດ​ແກ່ງ​ຫີນ ຂອງ​ຈີນ ເຮັດ​ໃຫ້​ນໍ້າ ຂອງ​ໄຫລ​​ແຮງ​ ຣະດັບ​ນໍ້າ​ ຂຶ້ນ-​ລົງ​ ບໍ່​ປົກກະຕິ ​ດິນ​ແຄມ​ຂອງ​ ເຈື່ອນ​ລົງ ​ຢ່າງ​ໄວວາ ແລະ ​ສົ່ງ​ຜົນ​ກະທົບກະ​ເທືອ​ນ ຕໍ່​ຊີວິດ ​ການ​ເປັນ​ຢູ່ ​ແລະ ບ້ານ​ເຮືອນ ຂອງ​ປະຊາຊົນ ຕາມ​ແຄມ​ແມ່​ນໍ້າຂອງ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard