LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຝັ່ງເຈື່ອນເຂດກໍາແພງນະຄອນ
Anonymous

Date:
ຝັ່ງເຈື່ອນເຂດກໍາແພງນະຄອນ
Permalink   


ກົມໂຍທາ ທິການ ເລີ່ມລົງສໍາຣວດ ພື້ນທີ່ ຕາຝັ່ງເຈື່ອນ ໃນເຂດ ນະຄອນຫລວງວຽງຈັນ ຂະນະທີ່ ປະຊາຊົນ ໃນພື້ນທີ່ ຍັງບໍ່ມີ ຄວາມໝັ້ນໃຈ ໃນໂຄງການ.

FT_riverbank_eroded_01

ຕາຝັ່ງ ແຄມຂອງ ບ້ານເກົ້າລ້ຽວ ເຈື່ອນ ຢ່າງໜ້າວິຕົກ

 

ເປັນທີ່ແນ່ນອນ​​ແລ້ວວ່າ ໜ່ວຍງານຮັບຜິດຊອບ ການປ້ອງກັນຕາຝັ່ງເຈື່ອນໃນເຂດນະຄອນຫລວງວຽງຈັນ ມີແຜນການ​-ກັ້ນຕະລິ່ງເຈື່ອນຊຶ່ງແຜນການກໍ່ສ້າງທັງໝົດ ມີ 12 ຈຸດ 3 ຫລັກກິໂລແມັດນັ້ນ ຍັງຢູ່ໃນຂັ້ນຕອນ ລົງສໍາຣວດ. ທ່ານ ບົວຜັນເທດດາວັນ ຮອງຫົວໜ້າຫ້ອງການໂຄງການ ປ້ອງກັນ ຕາຝັ່ງເຈື່ອນເຜີຍເຖິງ ແຜນການ ກໍ່ສ້າງນັ້ນວ່າ:

ກໍາລັງ ອອກແບບສໍາຣວດໃນປັດຈຸບັນນີ້ ຍັງບໍ່ທັນໄດ້ ລະອຽດ ພໍເທື່ອແລ້ວໃຫ້ຄອນຫລວງ ເປັນຜູ້ຈັດຕັ້ງ ປະຕິບັດ.”

ຈຸດທີ່ຈະກໍ່ສ້າງນັ້ນແຍກອອກ ເປັນ 2 ຊ່ວງ ຄື ຊ່ວງ 2 ຈຸດ 3 ກິໂລແມັດ-​ແຕ່ບໍຣິເວນ ປາກປ່າສັກ​-ເຖິງຫາດດອນຈັນ ແລະ ອີກຊ່ວງນຶ່ງແມ່ນຈາກປາກປ່າສັກ-​ເຖິງເກົ້າລ້ຽວ-​ເຖິງພື້ນທີ່ ວັດຖໍ້າໂດຍ​​ໃຊ້ທຶນຂອງເກົາຫລີ​​ໃຕ້ 32 ລ້ານໂດລາສະຫະຣັດ.

ກ່ຽວກັບ ແຜນການ ປ້ອງກັນ​ຕາ​ຝັ່​ເຈື່ອນນີ້ ປາກົດວ່າປະຊາຊົນ​ ​ເຂດເກົ້າລ້ຽວໂດຍໄປແລ້ວກໍຮູ້ພໍລວມໆ ຫາກ​ບໍ່ຮູ້ລາຍລະອຽດ:

ເປັນໂຄງການແທ້ ຍັງບໍ່ທັນຮູ້ວ່າກໍຖືວ່າບໍ່ມີໂຄງການກັນເຈື່ອນ ບໍ່ມີທຶນມາຊ່ວຍເຫລືອເພາະວ່າມັນຝົນຕົກນະແລ້ວມັນມີນໍ້າຖ້ວມ ນໍ້າຫຍັງມັນກໍໄຫລລົງມາ ດິນຊາຍກໍເຈື່ອນລົງເລີຍ.”

ເລື່ອງບັນຫາແຄມຂອງພັງ-ຝັ່ງເຈື່ອນນີ້ ປາກົດວ່າບໍ່ມີແຕ່ ​​ໃນເຂດນະຄອນ ຫລວງວຽງຈັນ ເທົ່ານັ້ນ ທີ່ປະເຊີນ  ແຕ່ພື້ນທີ່ ທາງເຂດ ແຂວງພາກເໜືອ ຂອງລາວເຊັ່ນບໍ່ແກ້ວ ກໍ​​ປະເຊີນ ບັນຫາດິນແຄມຂອງເຈື່ອນ ຂ້ອນຂ້າງໜັກ ເຊັ່ນກັນ ຊຶ່ງສົງໃສກັນວ່າ ສ່ວນນຶ່ງ ອາດມີສາເຫດ ມາຈາກເຂື່ອນ​ ​ທີ່ສ້າງໃສ່ແມ່ນໍ້າຂອງ ຕອນເທິງແລະການຣະເບີດແກ່ງຫີນ ຂອງຈີນ ເຮັດໃຫ້ນໍ້າ ຂອງໄຫລ​​ແຮງຣະດັບນໍ້າຂຶ້ນ-​ລົງບໍ່ປົກກະຕິດິນແຄມຂອງເຈື່ອນລົງ ຢ່າງໄວວາ ແລະ ສົ່ງຜົນກະທົບກະເທືອນ ຕໍ່ຊີວິດ ການເປັນຢູ່ແລະ ບ້ານເຮືອນ ຂອງປະຊາຊົນ ຕາມແຄມແມ່ນໍ້າຂອງ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard