LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ງານເລືອກຕັ້ງຄະນະກ/ກຄັນໂຕແລະງານລ້ຽງປີໃໝ່
LSAJ

Date:
ງານເລືອກຕັ້ງຄະນະກ/ກຄັນໂຕແລະງານລ້ຽງປີໃໝ່
Permalink   

ງານເລືອກຕັ້ງຄະນະກຳມະການຄັນໂຕແລະງານສະຫຼອງປີໃໝ່2009ທີ່ໂກມະບະ

 ຕາງຫນ້າຄະນະບໍລິຫານງານຄັນໂຕຂໍເຊີນ
ັນດານ/ສ,ອະດີດນ.ສແລະຜູ້ທີ່ສົນໃຈທີ່ສັງກັດຢູ່ເຂດຄັນໂຕ ເຂົ້າຮ່ວມງານເລືອກຕັ້ງແລະງານສະຫຼອງປີໃໝ່2009ທີ່ໂກມະບະ.
ວັນທີ :​ 31 ທັນວາ ປີ 2008
ເວລາ : 15 : 00 ເປັນຕົ້ນໄປ
ຕອນຄ່ຳພວກເຮົາຈະມີການກິນລ້ຽງປີໃໝ່,count down ຢູ່ສະຖານທູດສ່ວນຫນຶ່ງແລະໄປ
ວັດຢີ່ປຸ່ນນຳກັນໃນຕອນທ່ຽງຄືນໄປ.
(ການກະກຽມແມ່ນເລີ່ມແຕ່ເຊົ້າ ຖ້າຜູ້ໃດມີນ້ຳໃຈຫຼືຢູ່ໄກ້ ຂໍຄວາມຮ່ວມມືໃນການໄປຊ່ອຍວຽກກະກຽມ
ອາຫານເພື່ອງານລ້ຽງນຳກັນດ້ວຍ)

ໝາຍເຫດ: ໃນມື້ນັ້ນພວກເຮົາຈະເຮັດ kantou mail list 2009 ເພື່ອໃຊ້ໃນການຕິດຕໍ່ແລະແຈ້ງ
ຂ່າວສານຕ່າງໆຈາກສະມາຄົມແລະຈາກສະຖານທູດ ໃຫ້ແກ່ຜູ້ທີ່ register ຢ່າຂາດ. ຖ້າຂາດອາດ
ຈະບໍ່ໄດ້ຢູ່ໃນ
listດັ່ງກ່າວແລະອາດຈະບໍ່ໄດ້ຂໍ້ມູນຂ່າວສານຕ່າງໆໄດ້.
ຫວັງວ່າອ້າຍນ້ອງນ.ສແລະອະດີດນ.ສພ້ອມດ້ວຍຄົນລາວຜູ້ທີ່ຢາກພົບປະນຳກັນ ຈະໄປຮ່ວມໃນງານ
ນີ້ນຳກັນ.(ລາຍລະອຽດເພີ່ມເຕີມເບີ່ງນຳ
mailຕື່ມ)
                                                                              KANTOU LSAJ

__________________
Anonymous

Date:
Permalink   

ເພີ່ມເຕີມ:​
ສະຖານີລົດໄຟ: KOMABA TOUDAIMAE 駒場東大前 
         (2 stations From Shibuya, Hibiya Line)
ຈາກສະຖານນີໄປ KOMABA INTERNATIONAL HOUSE ປະມານ 7ນາທີ.

-- Edited by someone at 14:31, 2008-12-18

__________________
Anonymous

Date:
Permalink   

LSAJ wrote:

ງານເລືອກຕັ້ງຄະນະກຳມະການຄັນໂຕແລະງານສະຫຼອງປີໃໝ່2009ທີ່ໂກມະບະ

 ຕາງຫນ້າຄະນະບໍລິຫານງານຄັນໂຕຂໍເຊີນ
ັນດານ/ສ,ອະດີດນ.ສແລະຜູ້ທີ່ສົນໃຈທີ່ສັງກັດຢູ່ເຂດຄັນໂຕ ເຂົ້າຮ່ວມງານເລືອກຕັ້ງແລະງານສະຫຼອງປີໃໝ່2009ທີ່ໂກມະບະ.
ວັນທີ :​ 31 ທັນວາ ປີ 2008
ເວລາ : 15 : 00 ເປັນຕົ້ນໄປ
ຕອນຄ່ຳພວກເຮົາຈະມີການກິນລ້ຽງປີໃໝ່,count down ຢູ່ສະຖານທູດສ່ວນຫນຶ່ງແລະໄປ
ວັດຢີ່ປຸ່ນນຳກັນໃນຕອນທ່ຽງຄືນໄປ.
(ການກະກຽມແມ່ນເລີ່ມແຕ່ເຊົ້າ ຖ້າຜູ້ໃດມີນ້ຳໃຈຫຼືຢູ່ໄກ້ ຂໍຄວາມຮ່ວມມືໃນການໄປຊ່ອຍວຽກກະກຽມ
ອາຫານເພື່ອງານລ້ຽງນຳກັນດ້ວຍ)

ໝາຍເຫດ: ໃນມື້ນັ້ນພວກເຮົາຈະເຮັດ kantou mail list 2009 ເພື່ອໃຊ້ໃນການຕິດຕໍ່ແລະແຈ້ງ
ຂ່າວສານຕ່າງໆຈາກສະມາຄົມແລະຈາກສະຖານທູດ ໃຫ້ແກ່ຜູ້ທີ່ register ຢ່າຂາດ. ຖ້າຂາດອາດ
ຈະບໍ່ໄດ້ຢູ່ໃນ
listດັ່ງກ່າວແລະອາດຈະບໍ່ໄດ້ຂໍ້ມູນຂ່າວສານຕ່າງໆໄດ້.
ຫວັງວ່າອ້າຍນ້ອງນ.ສແລະອະດີດນ.ສພ້ອມດ້ວຍຄົນລາວຜູ້ທີ່ຢາກພົບປະນຳກັນ ຈະໄປຮ່ວມໃນງານ
ນີ້ນຳກັນ.(ລາຍລະອຽດເພີ່ມເຕີມເບີ່ງນຳ
mailຕື່ມ)
                                                                              KANTOU LSAJ

ຢາກໄປຮ່ວມ, ຕ້ອງໄກ້ເກັບເງິນກັນບໍ ຫລື ແລ້ວແຕ່ການປະກອບສ່ວນຂອງບຸກຄົນ?
ລໍຄຳຕອບ

__________________
Anonymous

Date:
Permalink   

ຢາກໄປຮ່ວມ, ຕ້ອງໄກ້ເກັບເງິນກັນບໍ ຫລື ແລ້ວແຕ່ການປະກອບສ່ວນຂອງບຸກຄົນ?
ລໍຄຳຕອບ

       ສຳລັບເຂົ້າຮ່ວມງານລ້ຽງ ປີກາຍນີ້ແມ່ນເກັບທຳອິດ 1,000ເຢັນ, ເດິກໆໄປເບຍ
      ບໍ່ພໍອາດຈະມີການເກັບຕື່ມຫຼືມີການເກທັບກັນຕື່ມ. ປົກກະຕິກະຢູ່ປະມານ1000-3000ເຢັນ     
      ຂື້ນກັບຈຳນວນແລະການກິນເບຍ ຫຼາຍຫນ້ອຍແລະການຢູ່ດົນຫຼືບໍ່ດົນຂອງຜູ້ເຂົ້າຮ່ວມ.
     ຖ້າຢູ່ຮອດຊອດແຈ້ງກະໜັກແດ່ ຖ້າຢູ່ ຮອດແຕ່ຮອບທຳອິດກະຫນ້ອຍ.

-- Edited by someone at 09:36, 2008-12-20

__________________
Anonymous

Date:
Permalink   

ມີລາຍຊື່ຜູ້ເຂົ້າຊິງສະມັກເປັນຫົວຫນ້າຄັນໂຕບໍ່ນໍ ແລະມີນໍາກັນຈັກຄົນ

ຂໍລາຍລະອຽດແລະປະຫວັດຜູ້ເຂົ້າສະມັກແດ່

ຈະໄດ້ຊ່ອຍເຊຍ ຂ້າງສະຫນາມ

ຂອບໃຈ smile

__________________
Anonymous

Date:
Permalink   

Should be before or after new year

__________________
Anonymous

Date:
Permalink   

Anonymous wrote:

Should be before or after new year

    ປີກາຍເຄີຍຈັດໃສ່ຫຼັງປີໃໝ່ແຕ່ປະກົດວ່າຜູ້ເຂົ້າຮ່ວມຫນ້ອຍຍ້ອນວ່າຕຽມເສັງປິດເທີມ ພໍເສັງ
   ແລ້ວພັດຄາເກັບກະເປົາກັບເມືອຢາມບ້ານ, ຖ້າຈັດກ່ອນປີໃໝ່ວາລະການເຮັດວຽກບໍ່ທັນໝົດ. 
   ທີ່ເລືອກຈັດໃສ່ມື້ນັ້ນຍ້ອນວ່າທຸກໆປີ ອ້າຍນ້ອງນ/ສຈະໄປສະຫຼອງປີໃໝ່ຢູ່ຫັ້ນຢູ່ແລ້ວ
   ເປັນມື້ທີ່ສະມາຊິກຄັນໂຕໄປເຕົ້າໂຮມກັນຫຼາຍກ່ວາໝູ່. ການຈັດງານໆຫນຶ່ງໃຫ້ຄົນຈຳນວນຫຼາຍໄດ້
  ເຂົ້າຮ່ວມກັນໝົດແມ່ນຍາກ ດັ່ງນັ້ນຈຶ່ງເລືອກມື້ທີ່ນ.ສຄັນໂຕສ່ວນຫຼາຍຫວ່າງແລະເຕົ້າໂຮມກັນໄດ້.

I C, thanks.

__________________

Member

Status: Offline
Posts: 7
Date:
Permalink   

can someone tell me what this thread is saying? all i see is little square boxes. and info on this thread thanks

__________________
Anonymous

Date:
Permalink   

They talked about the meeting, it is a boring topic, you no need to know aww

__________________

Member

Status: Offline
Posts: 7
Date:
Permalink   

ohh i thought it was a new years party. where are you from japan?

__________________
Anonymous

Date:
Permalink   

Anonymous wrote:

They talked about the meeting, it is a boring topic, you no need to know aww

hey! you made me curious what would be interesting topic for you?

__________________

Member

Status: Offline
Posts: 7
Date:
Permalink   

ຂອບ​ໃຈ

  ຂ້າພະ​ເຈົ້າ​ຕາງຫນ້າ​ຄະນະ​ບໍລິຫານ​ງານ​ຄັ​ນ​ໂຕ​ຊຸດ​ເກົ່າ​ຂໍ​ຂອບ​​ໃຈນຳ​ທຸກ​ພາ​ກສ່ວນ​ທີ່​​ໃຫ້​ຄວາມຊ່ອຍ​ເຫຼືອ​ແລະ​ໃຫ້ການ​ສະ​ໜັບສະ​ໜູນຄະນະ​ພວກ​ເຮົາ​ມາ​ຕະຫຼອດ​ປີ​ທີ່​ຜ່ານ​ມາ​ ເຮັດ​ໃຫ້​ທຸກວຽກ​ງານ​ຂອງ​ພວກ​ເຮົາ​ຜ່ານ​ໄປ​ໄດ້​ດ້ວຍ​ດີ.
 ​ ຂໍ​ຂອບ​ໃຈ​ນັກ​ສຶກສາ​​,ອະດີດ​ນັກ​ສຶກສາ,ຄົນ​ລາວແລະ​ທຸກ​ພາກສ່ວນ​ທີ່​ໄດ້​ຊ່ອຍກະກຽ​​ມສະຖານ​ທີ່ປະຊຸມ,ກະກຽ​ມອາຫານ​ໃນ​ງານ​ລ້ຽງທີ່​ເປັນ​ງານ​ຂອງ​ນັກ​ສຶກສາ​ເອງ​,​​ຄົນ​ລາວ​ທີ່ໄດ້​ປະກອບສ່ວນເຄື່ອງ​ດົນຕີ​​ເຊິ່ງໄດ້​ຫອບ​ມາ​ແຕ່​ໄກ​ຈາກ Utsunomiya ​ເຮັດ​ໃຫ້​ກ​ອງປະຊຸມ​ປະຈຳປີແລະ​ງານ​ລ້ຽງ​ສະຫຼອງ​ປີ​​ໃໝ່​ຂອງ​ສນລຍຄັນ​ໂຕ​​ແລະ​ຂອງ​ນັກ​ສຶກສາໃນ​ປີ​ນີ້​ເປັນ​ໄປ​ຢ່າ​ງຟົດ​ຟື້ນ​ແລະ​ມີ​ສີສັນກ່ວາ​ທຸ​ກໆ​ປີ​ທີ່​ຜ່ານ​ມາ.(ນັກສຶກສາທີ່ເຂົ້າຮ່ວມໃນປີນີ້ປະມານ53ຄົນ,ບໍ່ໄດ້ລົງທະບຽນຈຳນວນຫນຶ່ງ)  

__________________
1

Member

Status: Offline
Posts: 7
Date:
Permalink   

ຂໍ​ຂອບ​ໃຈ ສະຖານທູດ,ອ້າຍ​ນ້ອງ​ນັກ​ສຶກສາທັງ​ຈາກ​ຫນ່ວຍ​ຄັນ​ໂຕ​ແລະ​ອ້າ​ຍນ້ອງ​ທຶນJDS​ທີ່​ມາ​ແຕ່​ຕ່າງແຂວງ: Kyushuu, Kyotou, Nigata,ແລະ​ອະດີດ​ນັກ​ສຶກສາທີ່​ໄດ້​ສະລະ​ເວລາ​ເຂົ້າຮ່ວມ​ງານ​ຂອງ​ອ້າຍ​ນ້ອງ​ຄັນ ໂຕ​ໃນ​​ເທື່ອ​ນີ້ ພວ​ກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຕອບ​ຮັບຈາກ​ທຸກ​ພາກ​ສ່ວນດີ​ຍິ່ງໆ​ຂື້ນ​​ໃນ​​ເທື່ອ​ຕໍ່​ໆ​ໄປ.​ໂດຍ​ຜ່ານ​ການ​ເຮັດ​ວຽກສນລຍຮ່ວມ​ກັນ ທຸກ​ນ້ຳ​ໃຈ​ ທຸກ​ການ​ຊ່ອຍ​ເຫຼືອທີ່​ສະມາຊິກ​ມີ​ໃຫ້ຄະນະ​ພວກ​ເຮົາ​ຕະຫຼອດ​ໄລຍະ​ຂອງ​ການ​ບໍລິຫານ​ວຽກ​ງານ​ມາ​ພວ​ກ​ເຮົາ​ບໍ່​ລືມ​ແລະ​ຄິດ​ວ່າ​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງ​ການ​ໄດ້​ຮຽນ​ຮູ້​ເຊິ່ງກັນ​ແລະ​ກັນແລະ​ຫວັງ​ວ່າ​ຈະ​ມີ​ໂອກາດ​ໄດ້​ຮ່ວມ​ວຽກ​ກັນ​ອີກໃນ​ອານາ​ຄົດ.ທ້າ​ຍສຸດ​ນີ້:ຂໍ​ອວຍ​ໄຊ​ໃຫ້​ພອນ​ໃຫ້​ອ້າ​ຍນ້ອງ​ຄົນ​ລາວພວກ​ເຮົາທຸກ​ຄົນ​ມີ​ແຕ່​ຄວາມສຸກ​ຄວາມ​ຈະ​ເລີ​ນຕະຫຼອດ​ປີ2009​ແລະ​ຕະຫຼອດ​ໄປດ້ວຍ.

ໝາຍ​ເຫດ:

1. ຜົນ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ໃໝ່2009-2010​ແມ່ນ​ຄະນະ​ໃໝ່​ຈະ​​ແຈ້ງ​ໃຫ້​ຊາບ​ພາຍຫຼັງທີ່​ໄດ້​ປະຊຸມ​ຕົກລົງ​ມອບ​ໝາຍ​ຫນ້າ​ວຽກ​.

                                                ໂຕ​ກຽວ 4 ມັງກອນ 2009
                                    ປະທານ​ສະມາຄົມ​ນັກ​ສຶກສາລາ​ວທີ່​ປະ​ເທດ​ຢີ່ປຸ່ນ​

                                                                 ດວງມາລາ  ກຸນຊະນະ

__________________
1
Anonymous

Date:
Permalink   

ນ່າຈະມີ ພາບມາປະກອບນໍາ ເພື່ອສ້າງສີສັນ

__________________
Anonymous

Date:
Permalink   

 ພາບຖືກເຊັນເຊີ້ 5555555555 confuse
 ເຫັນແລ້ວຢ້ານໜາວ ເລີຍບໍ່ກ້າເອົາລົງ no

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard