LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ງານເລືອກຕັ້ງຄະນະກ/ກຄັນໂຕແລະງານລ້ຽງປີໃໝ່
LSAJ

Date:
ງານເລືອກຕັ້ງຄະນະກ/ກຄັນໂຕແລະງານລ້ຽງປີໃໝ່
Permalink   

ງານເລືອກຕັ້ງຄະນະກຳມະການຄັນໂຕແລະງານສະຫຼອງປີໃໝ່2009ທີ່ໂກມະບະ

 ຕາງຫນ້າຄະນະບໍລິຫານງານຄັນໂຕຂໍເຊີນ
ັນດານ/ສ,ອະດີດນ.ສແລະຜູ້ທີ່ສົນໃຈທີ່ສັງກັດຢູ່ເຂດຄັນໂຕ ເຂົ້າຮ່ວມງານເລືອກຕັ້ງແລະງານສະຫຼອງປີໃໝ່2009ທີ່ໂກມະບະ.
ວັນທີ :​ 31 ທັນວາ ປີ 2008
ເວລາ : 15 : 00 ເປັນຕົ້ນໄປ
ຕອນຄ່ຳພວກເຮົາຈະມີການກິນລ້ຽງປີໃໝ່,count down ຢູ່ສະຖານທູດສ່ວນຫນຶ່ງແລະໄປ
ວັດຢີ່ປຸ່ນນຳກັນໃນຕອນທ່ຽງຄືນໄປ.
(ການກະກຽມແມ່ນເລີ່ມແຕ່ເຊົ້າ ຖ້າຜູ້ໃດມີນ້ຳໃຈຫຼືຢູ່ໄກ້ ຂໍຄວາມຮ່ວມມືໃນການໄປຊ່ອຍວຽກກະກຽມ
ອາຫານເພື່ອງານລ້ຽງນຳກັນດ້ວຍ)

ໝາຍເຫດ: ໃນມື້ນັ້ນພວກເຮົາຈະເຮັດ kantou mail list 2009 ເພື່ອໃຊ້ໃນການຕິດຕໍ່ແລະແຈ້ງ
ຂ່າວສານຕ່າງໆຈາກສະມາຄົມແລະຈາກສະຖານທູດ ໃຫ້ແກ່ຜູ້ທີ່ register ຢ່າຂາດ. ຖ້າຂາດອາດ
ຈະບໍ່ໄດ້ຢູ່ໃນ
listດັ່ງກ່າວແລະອາດຈະບໍ່ໄດ້ຂໍ້ມູນຂ່າວສານຕ່າງໆໄດ້.
ຫວັງວ່າອ້າຍນ້ອງນ.ສແລະອະດີດນ.ສພ້ອມດ້ວຍຄົນລາວຜູ້ທີ່ຢາກພົບປະນຳກັນ ຈະໄປຮ່ວມໃນງານ
ນີ້ນຳກັນ.(ລາຍລະອຽດເພີ່ມເຕີມເບີ່ງນຳ
mailຕື່ມ)
                                                                              KANTOU LSAJ

__________________
Anonymous

Date:
Permalink   

ເພີ່ມເຕີມ:​
ສະຖານີລົດໄຟ: KOMABA TOUDAIMAE 駒場東大前 
         (2 stations From Shibuya, Hibiya Line)
ຈາກສະຖານນີໄປ KOMABA INTERNATIONAL HOUSE ປະມານ 7ນາທີ.

-- Edited by someone at 14:31, 2008-12-18

__________________
Anonymous

Date:
Permalink   

LSAJ wrote:

ງານເລືອກຕັ້ງຄະນະກຳມະການຄັນໂຕແລະງານສະຫຼອງປີໃໝ່2009ທີ່ໂກມະບະ

 ຕາງຫນ້າຄະນະບໍລິຫານງານຄັນໂຕຂໍເຊີນ
ັນດານ/ສ,ອະດີດນ.ສແລະຜູ້ທີ່ສົນໃຈທີ່ສັງກັດຢູ່ເຂດຄັນໂຕ ເຂົ້າຮ່ວມງານເລືອກຕັ້ງແລະງານສະຫຼອງປີໃໝ່2009ທີ່ໂກມະບະ.
ວັນທີ :​ 31 ທັນວາ ປີ 2008
ເວລາ : 15 : 00 ເປັນຕົ້ນໄປ
ຕອນຄ່ຳພວກເຮົາຈະມີການກິນລ້ຽງປີໃໝ່,count down ຢູ່ສະຖານທູດສ່ວນຫນຶ່ງແລະໄປ
ວັດຢີ່ປຸ່ນນຳກັນໃນຕອນທ່ຽງຄືນໄປ.
(ການກະກຽມແມ່ນເລີ່ມແຕ່ເຊົ້າ ຖ້າຜູ້ໃດມີນ້ຳໃຈຫຼືຢູ່ໄກ້ ຂໍຄວາມຮ່ວມມືໃນການໄປຊ່ອຍວຽກກະກຽມ
ອາຫານເພື່ອງານລ້ຽງນຳກັນດ້ວຍ)

ໝາຍເຫດ: ໃນມື້ນັ້ນພວກເຮົາຈະເຮັດ kantou mail list 2009 ເພື່ອໃຊ້ໃນການຕິດຕໍ່ແລະແຈ້ງ
ຂ່າວສານຕ່າງໆຈາກສະມາຄົມແລະຈາກສະຖານທູດ ໃຫ້ແກ່ຜູ້ທີ່ register ຢ່າຂາດ. ຖ້າຂາດອາດ
ຈະບໍ່ໄດ້ຢູ່ໃນ
listດັ່ງກ່າວແລະອາດຈະບໍ່ໄດ້ຂໍ້ມູນຂ່າວສານຕ່າງໆໄດ້.
ຫວັງວ່າອ້າຍນ້ອງນ.ສແລະອະດີດນ.ສພ້ອມດ້ວຍຄົນລາວຜູ້ທີ່ຢາກພົບປະນຳກັນ ຈະໄປຮ່ວມໃນງານ
ນີ້ນຳກັນ.(ລາຍລະອຽດເພີ່ມເຕີມເບີ່ງນຳ
mailຕື່ມ)
                                                                              KANTOU LSAJ

ຢາກໄປຮ່ວມ, ຕ້ອງໄກ້ເກັບເງິນກັນບໍ ຫລື ແລ້ວແຕ່ການປະກອບສ່ວນຂອງບຸກຄົນ?
ລໍຄຳຕອບ

__________________
Anonymous

Date:
Permalink   

ຢາກໄປຮ່ວມ, ຕ້ອງໄກ້ເກັບເງິນກັນບໍ ຫລື ແລ້ວແຕ່ການປະກອບສ່ວນຂອງບຸກຄົນ?
ລໍຄຳຕອບ

       ສຳລັບເຂົ້າຮ່ວມງານລ້ຽງ ປີກາຍນີ້ແມ່ນເກັບທຳອິດ 1,000ເຢັນ, ເດິກໆໄປເບຍ
      ບໍ່ພໍອາດຈະມີການເກັບຕື່ມຫຼືມີການເກທັບກັນຕື່ມ. ປົກກະຕິກະຢູ່ປະມານ1000-3000ເຢັນ     
      ຂື້ນກັບຈຳນວນແລະການກິນເບຍ ຫຼາຍຫນ້ອຍແລະການຢູ່ດົນຫຼືບໍ່ດົນຂອງຜູ້ເຂົ້າຮ່ວມ.
     ຖ້າຢູ່ຮອດຊອດແຈ້ງກະໜັກແດ່ ຖ້າຢູ່ ຮອດແຕ່ຮອບທຳອິດກະຫນ້ອຍ.

-- Edited by someone at 09:36, 2008-12-20

__________________
Anonymous

Date:
Permalink   

ມີລາຍຊື່ຜູ້ເຂົ້າຊິງສະມັກເປັນຫົວຫນ້າຄັນໂຕບໍ່ນໍ ແລະມີນໍາກັນຈັກຄົນ

ຂໍລາຍລະອຽດແລະປະຫວັດຜູ້ເຂົ້າສະມັກແດ່

ຈະໄດ້ຊ່ອຍເຊຍ ຂ້າງສະຫນາມ

ຂອບໃຈ smile

__________________
Anonymous

Date:
Permalink   

Should be before or after new year

__________________
Anonymous

Date:
Permalink   

Anonymous wrote:

Should be before or after new year

    ປີກາຍເຄີຍຈັດໃສ່ຫຼັງປີໃໝ່ແຕ່ປະກົດວ່າຜູ້ເຂົ້າຮ່ວມຫນ້ອຍຍ້ອນວ່າຕຽມເສັງປິດເທີມ ພໍເສັງ
   ແລ້ວພັດຄາເກັບກະເປົາກັບເມືອຢາມບ້ານ, ຖ້າຈັດກ່ອນປີໃໝ່ວາລະການເຮັດວຽກບໍ່ທັນໝົດ. 
   ທີ່ເລືອກຈັດໃສ່ມື້ນັ້ນຍ້ອນວ່າທຸກໆປີ ອ້າຍນ້ອງນ/ສຈະໄປສະຫຼອງປີໃໝ່ຢູ່ຫັ້ນຢູ່ແລ້ວ
   ເປັນມື້ທີ່ສະມາຊິກຄັນໂຕໄປເຕົ້າໂຮມກັນຫຼາຍກ່ວາໝູ່. ການຈັດງານໆຫນຶ່ງໃຫ້ຄົນຈຳນວນຫຼາຍໄດ້
  ເຂົ້າຮ່ວມກັນໝົດແມ່ນຍາກ ດັ່ງນັ້ນຈຶ່ງເລືອກມື້ທີ່ນ.ສຄັນໂຕສ່ວນຫຼາຍຫວ່າງແລະເຕົ້າໂຮມກັນໄດ້.

I C, thanks.

__________________

Member

Status: Offline
Posts: 7
Date:
Permalink   

can someone tell me what this thread is saying? all i see is little square boxes. and info on this thread thanks

__________________
Anonymous

Date:
Permalink   

They talked about the meeting, it is a boring topic, you no need to know aww

__________________

Member

Status: Offline
Posts: 7
Date:
Permalink   

ohh i thought it was a new years party. where are you from japan?

__________________
Anonymous

Date:
Permalink   

Anonymous wrote:

They talked about the meeting, it is a boring topic, you no need to know aww

hey! you made me curious what would be interesting topic for you?

__________________

Member

Status: Offline
Posts: 7
Date:
Permalink   

ຂອບໃຈ

  ຂ້າພະເຈົ້າຕາງຫນ້າຄະນະບໍລິຫານງານຄັໂຕຊຸດເກົ່າຂໍຂອບ​​ໃຈນຳທຸກພາກສ່ວນທີ່​​ໃຫ້ຄວາມຊ່ອຍເຫຼືອແລະໃຫ້ການສະໜັບສະໜູນຄະນະພວກເຮົາມາຕະຫຼອດປີທີ່ຜ່ານມາ ເຮັດໃຫ້ທຸກວຽກງານຂອງພວກເຮົາຜ່ານໄປໄດ້ດ້ວຍດີ.
 ​ ຂໍຂອບໃຈນັກສຶກສາ​​,ອະດີດນັກສຶກສາ,ຄົນລາວແລະທຸກພາກສ່ວນທີ່ໄດ້ຊ່ອຍກະກຽ​​ມສະຖານທີ່ປະຊຸມ,ກະກຽມອາຫານໃນງານລ້ຽງທີ່ເປັນງານຂອງນັກສຶກສາເອງ,​​ຄົນລາວທີ່ໄດ້ປະກອບສ່ວນເຄື່ອງດົນຕີ​​ເຊິ່ງໄດ້ຫອບມາແຕ່ໄກຈາກ Utsunomiya ເຮັດໃຫ້ອງປະຊຸມປະຈຳປີແລະງານລ້ຽງສະຫຼອງປີ​​ໃໝ່ຂອງສນລຍຄັນໂຕ​​ແລະຂອງນັກສຶກສາໃນປີນີ້ເປັນໄປຢ່າງຟົດຟື້ນແລະມີສີສັນກ່ວາທຸກໆປີທີ່ຜ່ານມາ.(ນັກສຶກສາທີ່ເຂົ້າຮ່ວມໃນປີນີ້ປະມານ53ຄົນ,ບໍ່ໄດ້ລົງທະບຽນຈຳນວນຫນຶ່ງ)  

__________________
1

Member

Status: Offline
Posts: 7
Date:
Permalink   

ຂໍຂອບໃຈ ສະຖານທູດ,ອ້າຍນ້ອງນັກສຶກສາທັງຈາກຫນ່ວຍຄັນໂຕແລະອ້າຍນ້ອງທຶນJDSທີ່ມາແຕ່ຕ່າງແຂວງ: Kyushuu, Kyotou, Nigata,ແລະອະດີດນັກສຶກສາທີ່ໄດ້ສະລະເວລາເຂົ້າຮ່ວມງານຂອງອ້າຍນ້ອງຄັນ ໂຕໃນ​​ເທື່ອນີ້ ພວເຮົາຫວັງວ່າຈະໄດ້ຮັບການຕອບຮັບຈາກທຸກພາກສ່ວນດີຍິ່ງໆຂື້ນ​​ໃນ​​ເທື່ອຕໍ່ໄປ.ໂດຍຜ່ານການເຮັດວຽກສນລຍຮ່ວມກັນ ທຸກນ້ຳໃຈ ທຸກການຊ່ອຍເຫຼືອທີ່ສະມາຊິກມີໃຫ້ຄະນະພວກເຮົາຕະຫຼອດໄລຍະຂອງການບໍລິຫານວຽກງານມາພວເຮົາບໍ່ລືມແລະຄິດວ່າເປັນຈຸດເລີ່ມຕົ້ນຂອງການໄດ້ຮຽນຮູ້ເຊິ່ງກັນແລະກັນແລະຫວັງວ່າຈະມີໂອກາດໄດ້ຮ່ວມວຽກກັນອີກໃນອານາຄົດ.ທ້າຍສຸດນີ້:ຂໍອວຍໄຊໃຫ້ພອນໃຫ້ອ້າຍນ້ອງຄົນລາວພວກເຮົາທຸກຄົນມີແຕ່ຄວາມສຸກຄວາມຈະເລີນຕະຫຼອດປີ2009ແລະຕະຫຼອດໄປດ້ວຍ.

ໝາຍເຫດ:

1. ຜົນການເລືອກຕັ້ງຄະນະບໍລິຫານງານໃໝ່2009-2010ແມ່ນຄະນະໃໝ່ຈະ​​ແຈ້ງໃຫ້ຊາບພາຍຫຼັງທີ່ໄດ້ປະຊຸມຕົກລົງມອບໝາຍຫນ້າວຽກ.

                                                ໂຕກຽວ 4 ມັງກອນ 2009
                                    ປະທານສະມາຄົມນັກສຶກສາລາວທີ່ປະເທດຢີ່ປຸ່ນ

                                                                 ດວງມາລາ  ກຸນຊະນະ

__________________
1
Anonymous

Date:
Permalink   

ນ່າຈະມີ ພາບມາປະກອບນໍາ ເພື່ອສ້າງສີສັນ

__________________
Anonymous

Date:
Permalink   

 ພາບຖືກເຊັນເຊີ້ 5555555555 confuse
 ເຫັນແລ້ວຢ້ານໜາວ ເລີຍບໍ່ກ້າເອົາລົງ no

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard