LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກສຶກສາລາວຢູ່ວຽດນາມ ສ້າງບັນຫາຫນັກ
Anonymous

Date:
ນັກສຶກສາລາວຢູ່ວຽດນາມ ສ້າງບັນຫາຫນັກ
Permalink   





ປາກົດການຫຍໍ້ທໍ້ໃນຖັນແຖວນັກສຶກສາລາວຢູ່ຫວຽດນາມ ຈະໄດ້ຮັບການແກ້ໄຂ ເມື່ອລັດຖະບານຈະເພີ່ມຄວາມເຂັ້ມງວດ ແລະເດັດ ຂາດຕໍ່ນັກສຶກສາລາວທີ່ຈະໄປຮຽນຕໍ່ທີ່ ສສ ຫວຽດນາມ, ສ່ວນຜູ້ໄປຮຽນແລ້ວກໍ່ຈະມີການກວດກາດ້ານລະບຽບວິໄນ ແລະ ການຮຽນຄືນ ໃຫມ່ຫາກພົບກໍລະນີຮຽນບໍ່ໄດ້ ຫລື ຜິດລະບຽບຮ້າຍແຮງກໍ່ຕ້ອງສົ່ງກັບຄືນມາປະເທດ.


   ທ່ານ ເຈືອງ ສົມບູນຂັນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າຄະນະເລຂາທິການລັດຖະບານ ກ່າວໃນວັນທີ 19 ທັນວາທີ່ສຳນັກງານຍົກລັດຖະມົນຕີ ພາຍຫລັງກອງປະຊຸມລັດຖະບານປະຈຳເດືອນທັນວາລະຫວ່າງວັນ ທີ 17-18 ສິ້ນສຸດລົງ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນວ່າໃນກອງປະຊຸມຄະນະລັດຖະບານ ໄດ້ພ້ອມກັນປຶກສາຫາລື ແລະ ຫາວິທີແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນ ແຖວນັກສຶກສາລາວທີ່ ສສ ຫວຽດນາມ.



   ທ່ານຫົວຫນ້າຄະນະເລຂາທິການລັດຖະບານກ່າວວ່າ: ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວນັກຮຽນ-ນັກສຶກສາທີ່ຫວຽດ ນາມ, ກອງປະຊຸມໄດ້ຕົກລົງເພີ່ມການເຮັດຫນ້າທີ່ການເມືອງແນວຄິດໃຫ້ຫລາຍຂຶ້ນຕໍ່ນັກສຶກສາລາວທີ່ຫວຽດນາມ, ຕ້ອງເຂັ້ມງວດນັບແຕ່ ປີນີ້ໄປນັກສຶກສາຄົນໃດສອບເສັງບໍ່ຜ່ານ ຈະບໍ່ໄດ້ໄປຮຽນໂດຍບໍ່ມີນະໂຍບາຍອີກ; ສຳລັບຜູ້ທີ່ໄປຮຽນແລ້ວ ຖ້າຮຽນບໍ່ໄດ້ຈຳເປັນເອົາມາກໍ່ ຕ້ອງເອົາມາໂດຍບໍ່ມີການຜ່ອນຜັນ. ໄປພ້ອມກັນນັ້ນການຈັດສົ່ງນັກສຶກສາໄປຮຽນຈະໃຫ້ມີການລວມສູນຂຶ້ນກວ່າເກົ່າເພາະໄລຍະຜ່ານມາ ມີຫລາຍຂັ້ນຮັບຜິດຊອບ ແຕ່ສູນກາງຮອດທ້ອງຖິ່ນເຮັດໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກ.

   ທ່ານຫົວຫນ້າຄະນະເລຂາທິການລັດຖະບານກ່າວອີກ ວ່າ: ກອງປະຊຸມຍັງໄດ້ເຫັນດີໃຫ້ມີການແຕ່ງຕັ້ງຄະນະຫນຶ່ງຂຶ້ນມາ ເພື່ອໄປ ຫວຽດນາມ ກວດເບິ່ງສະພາບຄວາມເປັນຈິງຂອງນັກສຶກສາລາວຢູ່ສະຖາບັນການສຶກສາຕ່າງໆ; ນັກສຶກສາຄົນໃດເປັນຈັ່ງໃດຫາກພາກ ສ່ວນກ່ຽວຂ້ອງຢືນຢັນວ່າຜິດລະບຽບຮຽນບໍ່ໄດ້ຈຳເປັນສົ່ງກັບກໍ່ຕ້ອງສົ່ງກັບ, ເພີ່ມຜູ້ຮັບຜິດຊອບນັກສຶກສາເພື່ອຄວາມສະດວກໃນການຕິດ ຕາມກວດກາ.



   ຕາມບົດລາຍງານກ່ຽວກັບສະພາບການສຶກສາຮ່ຳຮຽນ ແລະ ຄຸ້ມຄອງນັກສຶກສາລາວ ຢູ່ ສສ ຫວຽດນາມ ຂອງກະຊວງສຶກສາໃຫ້ ຮູ້ວ່າ: ປະຈຸບັນ ຈຳນວນນັກສຶກສາລາວທີ່ກຳລັງສຶກສາຄົ້ນຄວ້າຮ່ຳຮຽນຢູ່ ສສ ຫວຽດນາມ ໃນສົກປີ 2008-2009 ມີ 3.638 ຄົນ (ບໍ່ ນັບທຶນຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະ ຫງົບ). ໃນນີ້ ມິີທຶນຂອງລັດຖະບານ 2.044 ຄົນ, ທຶນສ່ວນຕົວ 541 ຄົນ, ທຶນແຮກສ່ຽວລະຫວ່າງແຂວງຕໍ່ແຂວງ 1.036 ຄົນ ແລະ ທຶນຂອງໂຄງການຕ່າງໆ 17 ຄົນ.



   ໃນໄລຍະຜ່ານມາ ຍັງມີຄວາມຫຍຸ້ງຍາກ ແລະ ເກີດມີບັນຫາໃນການຄຸ້ມຄອງນັກຮຽນ-ນັກສຶກສາຢູ່ ສສ ຫວຽດນາມ; ພວກເຮົາຍັງ ເຮັດບໍ່ໄດ້ດີການສົ່ງນັກຮຽນ-ນັກສຶກສາໄປຮຽນຕໍ່, ຍັງມີປາກົດການຕ່າງຝ່າຍຕ່າງຂໍທຶນ ແລະ ສົ່ງໄປຕາມທຶນຂອງໃຜລາວ ໂດຍບໍ່ຜ່ານ ກະຊວງສຶກສາທິການ ໂດຍສະເພາະຢູ່ຂັ້ນແຂວງ ແລະ ອົງການທີ່ກ່ຽວຂ້ອງຈຳນວນຫນຶ່ງຢູ່ສູນກາງ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃນເວ ລາທີ່ນັກສຶກສາຮຽນຈົບແລ້ວ ບໍ່ມີພື້ນຖານບ່ອນອີງໃຫ້ກະຊວງສຶກສາ-ກໍ່ສ້າງຫວຽດນາມ ອອກໃບປະກາສະນີຍະບັດໃຫ້.



   ນອກນັ້ນ ນັກສຶກສາບາງຈຳນວນຍັງບໍ່ປະຕິບັດຕາມກົດລະບຽບຂອງສະຖາບັນ, ບໍ່ເອົາໃຈໃສ່ຮຽນ, ຂາດຮຽນໂດຍບໍ່ມີເຫດຜົນ, ບາງ ຄົນບໍ່ຂຶ້ນຫ້ອງຮຽນຫມົດປີກໍ່ມີເຮັດໃຫ້ບໍ່ມີຄະແນນພາກຮຽນ ຫລື ປີຮຽນຝ່າຍຫວຽດນາມ ຈຳຕ້ອງຕັດທຶນການສຶກສາ, ໃຫ້ຢຸດຕິການຮຽນ ເຊິ່ງເປັນສາເຫດໃຫ້ນັກສຶກສາ 24 ຄົນຖືກສົ່ງກັບປະເທດ

.......................................................................................................................

source from samakhom Lao



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard