LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ສະໜາມບິນສາກົນວັດໄຕ ຢຶດໄດ້ເງິນຕາປອມ
Anonymous

Date:
ສະໜາມບິນສາກົນວັດໄຕ ຢຶດໄດ້ເງິນຕາປອມ
Permalink   


showpic.php?NewsID=6248

    

http://www.vientianemai.net/news.php?TopicID=1&NewsID=6248

 



__________________
Anonymous

Date:
Permalink   

                 ຕາມການລາຍງານຈາກທ່ານ ສຸກສະຫວັນ ບົວພາ ຫົວໜ້າພາສີດ່ານສາກົນສະໜາມບິນວັດໄຕ ໃຫ້ຮູ້ເມື່ອວັນ
ທີ 12 ມັງກອນ 2009 ນີ້ວ່າ: ໃນເວລາປະມານ 14 ໂມງຂອງວັນທີ 16 ທັນວາ 2008 ຜ່ານມານີ້ ທາງເຈົ້າໜ້າທີ່ພາສີ
ແລະ ພະນັກງານພາກສ່ວນ X-ray ປະຈຳຈຸດກວດກາຕຶກຜູ້ໂດຍສານຂາອອກ ຊັ້ນ II ດ່ານສາກົນສະໜາມບິນວັດໄຕ ໄດ້
ກວດກະເປົາຕິດຕົວຜູ້ໂດຍສານທີ່ໜ້າສົງໃສ 2 ຄົນ ທີ່ຈະເດີນທາງໄປບາງກອກ ປະເທດໄທ ໃນຖ້ຽວບິນ TG- 692 ໄດ້ພົບ
ເຫັນເງິນຈຳນວນໜຶ່ງຢູ່ໃນກະເປົາຂອງຜູ້ກ່ຽວ ຊຶ່ງຜ່ານການກວດກາເບື້ອງຕົ້ນພົບ ເຫັນເງິນຕາປອມ ເປັນເງິນຕະກຸນ
ຢູໂຣ ແລະ ເງິນໂດລາສະຫະລັດ ເມື່ອເຈົ້າໜ້າທີ່ກວດກາລະອຽດ ພ້ອມທັງໄດ້ປະສານໄປຍັງເຈົ້າໜ້າທີ່ຕຳຫຼວດປະຈຳ
ດ່ານ ແລະ ພາກສ່ວນທະນາຄານ ແຫ່ງ ສປປ ລາວ ເພື່ອກວດສອບຢ່າງລະອຽດ ຈຶ່ງຊາບວ່າ ເປັນເງິນປອມປະເພດຢູໂຣ
ຈຳນວນ 395.000 ຢູໂຣ ແລະ ແມ່ພິມເງິນໂດລາສະຫະລັດ ຈຳນວນ 2.300 ໂດລາ ພ້ອມຍັງມີບັດເຄດຼິດ ແລະ ປຶ້ມຝາກ
ເງິນອີກຈຳນວນໜຶ່ງ ຊຶ່ງຜູ້ຕ້ອງຫາທັງສອງຄົນ ຊື່ : MR.YIM SOUNG HO ອາຍຸ 44 ປີ ຖືໜັງສືຜ່ານແດນເລກທີ
JR 3080397 ແລະ MR.KIM JIN SOOL ອາຍຸ 50 ປີ ຖືໜັງສືຜ່ານແດນ ເລກທີ GB 0531246 ຊຶ່ງທັງສອງມີອາຊີບ
ຄ້າຂາຍ ແລະ ເປັນຄົນຖືສັນຊາດ ສເກົາຫຼີ ປັດຈຸບັນຜູ້ຕ້ອງຫາທັງສອງ ແລະ ຂອງກາງທັງໝົດຖືກນຳສົ່ງໃຫ້ເຈົ້າໜ້າທີ່
ຕຳຫຼວດກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງຕໍ່ໄປ.



__________________
Anonymous

Date:
Permalink   

ຖ້ານັກສຶກສາເຮົາ ຜູ້ໃດ ແປຂ່າວນີ້ອອກເປັນພາສາບີປຸ່ນໄດ້ ແມ່ນດີຫຼາຍທ່ີສຸດເລີຍ. ຂຊົມເຊີຍ ລ່ວງຫນ້າກ ດີແທ້ ແຈ້ງໃຫ້ Japan time, Asshi shimbum or yomiyuri ອອກຂ່າວຍີ່ງດີ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard