LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ເດີນທາງແຕ່ລາວມາຍີ່ປຸ່ນ
squirrel

Date:
ເດີນທາງແຕ່ລາວມາຍີ່ປຸ່ນ
Permalink   


ສະບາຍດີ
ຂ້ອຍເປັນນັກສຶກສາຢູ່ຍີ່ປຸ່ນ ກຳລັງຈະຈົບເດືອນສາມນີ້ ແລະ ຢາກໃຫ້ແມ່ຂ້ອຍມາຢາມ ຕອນໂຕເອງຮັບໄປປະກາດ, ແຕ່ບັນຫາກໍ່ມີຢູ່ວ່າ: ເພີ່ນບໍ່ເຄີຍອອກຕ່າງປະເທດຈັກເທື່ອ ພາສາຕ່າງປະເທດເພີ່ນກໍ່ບໍ່ຮູ້. ແມ່ນໃຜພໍມີປະສົບການບໍ່ ກ່ຽວກັບເລື່ອງນີ້, ຫລືວ່າ ບໍລິສັດການບິນໃດທີ່ເພີ່ນມີ Package ນຳສົ່ງຜູ້ໂດຍສານຮອດປາຍທາງບໍ?

ບໍ່ຮູ້ຊິໄປຖາມໃຜກະເລີຍມາ Post ຢູ່ນີ້ ຖ້າເປັນເລື່ອງສ່ວນໂຕເກີນໄປກະຂໍໂທດນຳເດີ້confuse

__________________
Anonymous

Date:
Permalink   

Thai Airway ມີ​ບໍລິການ​ປະ​ເພດ​ນີ້, ຊຶ່ງ​ຕ້ອງ​ແຈ້ງ​ທາງ ການບິນ​ໄທ​ກ່ອນ. ​ໂດ​ຍປຶກສາ​ກັບ​ບໍລິສັດ​ຂາຍ​ປີ້​ເຄື່ອງ​ບິນ ວ່າ​ຜູ້​ໂດຍສານ​ບໍ່​ເຄີຍ​ອອກ​ນອກ​ປະ​ເທດ ​ແລະ ບໍ່​ຮູ້​ພາສາ​ອັງກິດ. ຜູ້​ໂດຍ​ສານ​ດັ່ງກ່າວ ຈະ​​ໄດ້​ຕິດ​ປ້າ​ຍ​​ໃສ່ຫນ້າ​ເອີກ ​ເພື່ອ​ໃຫ້​ຮູ້​ວ່າ​ເປັນ​ຜູ້​ໂດຍສານ​ພິ​ເສດ (ບໍ່​ແມ່ນ VIP). ​​ເພື່ອ​ຄວາມ​ສະ​ດວກ​​ເຈົ້າ​ຕ້ອງ ຈອງ​ບ່ອນ​ເປັນ​ຖ່ຽວ​ໂດຍ​ກົງ BKK-Narita (ບໍ່​ຕ້ອງ​ປ່ຽນ​ຖ້ຽວ​ບິນຫລາຍ). ​ເວລາ​ປ່ຽນ​ຖ້ຽວ​ບິນຢູ່ BKK ຈະ​ມີ​ເຈົ້າຫນ້າ​ທີ່​ມາ​ຢືນ​ຖ້າ​ຮັບ​ຢູ່​ປ​າກປະຕູ​​ເຄື່ອງ​ບິນ​​ໂລດ ​ເພື່ອ​ແນະນຳ​ຕ່າງໆ (​ເປັນ​ພາສາ​ໄທ) ​ແລ້ວພາ​ໄປ​ຈຸດ​ຕໍ່​ເຄື່ອງ​ບິນ​ລຳ​ອື່ນ.

__________________
Anonymous

Date:
Permalink   

ຂອບໃຈຫລາຍໆ ຂ້ອຍຈະໃຫ້ເພີ່ນຖາມເບີ່ງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard