LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: "ລວມທັງຫມົດ" ບໍ່ໄລ່ເງິນນຳຈັກກີບ
Anonymous

Date:
"ລວມທັງຫມົດ" ບໍ່ໄລ່ເງິນນຳຈັກກີບ
Permalink   


ໃນຂະນະທີ່ແມ່ລ້າງຖ້ວຍຢູ່ເຮືອນຄົວ ລູກຊາຍກໍ່ຍ່າງເຂົ້າມາ ພ້ອມກັບເຈ້ຍນ້ອຍແຜ່ນຫນຶ່ງ ແລະ ຍື່ນໃຫ້ແມ່ຂອງຕົນເອງ, ແມ່ແນມເບິ່ງຫນ້າລູກຊາຍດ້ວຍຄວາມຮັກ ເຊັດມື ແລະ ຈັບເຈ້ຍຂຶ້ນມາອ່ານ.

ລູກຊາຍຂຽນວ່າ: ແປງຫ້ອງນ້ຳ 20,000 ກີບ, ຊັກເຄື່ອງໂຕເອງ 10,000 ກີບ, ໄປຮັບນ້ອງມາແຕ່ໂຮງຮຽນ 10,000 ກີບ, ໄປໂຮງຮຽນປົກກະຕິຫມົດອາທິດ 30,000 ກີບ, ກວດເດີ່ນບ້ານມື້ກີ້ນີ້ 5,000 ກີບ. ລວມທັງຫມົດ 75,000 ກີບ

ແມ່ແນມເບິ່ງຫນ້າລູກຊາຍທີ່ເຕັມໄປດ້ວຍຄວາມຫວັງ ແລະ ຫນ້ອຍຫນຶ່ງກໍ່ຍ່າງໄປຈັບເອົາບິກມາຂຽນໃສ່ທາງຫລັງເຈ້ຍແຜ່ນເກົ່າ ແລະ ຍື່ນໃຫ້ລູກຊາຍຄືນ.

ແມ່ຂຽນວ່າ: ເວລາ 9 ເດືອນເຄີ່ງແມ່ຖືພາລູກມາໃນທ້ອງຈົນກວ່າຊິອອກ ບໍ່ເອົາເງິນນຳ, ພາລູກໄປໂຮງ່ຮຽນແຕ່ ອະນຸບານຈົນຮອດ ປໍ 5 ບໍ່ເອົາເງິນນຳ, ນັ່ງອົດນອນເຝົ້າລູກຢູ່ໂຮງຫມໍ ກໍ່ບໍ່ເອົາເງິນນຳ, ປ້ອນເຂົ້າປ້ອນນ້ຳ ຊື້ຂອງຫລີ້ນ ເຊັດຂີ້ມູກໃຫ້ ອາບນ້ຳໃຫ້  ຈົນດຽວນີ້ລູກໃຫຍ່ເປັນບ່າວແລ້ວ  ແມ່ກໍ່ບໍ່ເອົາເງິນນຳ, ...............ເຫນືອສິ່ງອື່ນໃດ ຄວາມຮັກທີ່ແມ່ມີໃຫ້ລູກທັງຫມົດບໍ່ເອົາເງິນນຳ ............ "ລວມທັງຫມົດ" ບໍ່ໄລ່ເງິນນຳຈັກກີບ

-p



__________________
Anonymous

Date:
Permalink   

confuse.gif

__________________
Anonymous

Date:
Permalink   

ແລ້ວ..........ຂ້ອຍຄວນຕ້ອງເຮັດຫັຍງຫຼັງອ່ານຈົບແລ້ວ ໝາຍຖາມconfuse

__________________
Anonymous

Date:
Permalink   

555555555
easy, u go back home and turn to your mom and dad... write them a small bill like the boy did... would u?


__________________
Anonymous

Date:
Permalink   

​ເວລາ​ບໍ່​ມີ​ເງິນ……ຄົນ​ທຳ​ອິດ​ທີ່​ຄິດ​ຫາ​ແມ່ນ​ພໍ່ ​ແລະ ​ແມ່​ແຕ່​ເວລາ​ມີ​ເງິນ……ຄົນ​ທຳ​ອິດ​ທີ່​ຄິດ​ຫາ​ແມ່ນ​ ຫມູ່ ​ແລະ ​​ແຟນ.

ພໍ່ ​ແລະ ​ແມ່ ຄິດ​ບັນຊີ​ຄ່າ​ໃຊ້​ຈ່າ​ຍກ່ອນ​ນອນ ​ເພື່ອ​ຄວາມ​ຢູ້ລອດລູກ​ນອນ​ລົມ​ໂທລະ​ສັບ, ​​ຫລິ້ນ​ເນັດ…. ​ເພື່ອນ​ອນຫລັບຝັນ​ດີ.
​ເວລາ​ປະ​ສົບ​ຜົນສຳ​ເລັດ….ລູກມັກ​ນັດ​ຫມູ່​ໄປ​ລ້ຽງ​ສະຫລອງ​ແຕ່​ຜູ້​ທີ່​ດີ​ໃຈ ​ແລະ ພູມ​ໃຈ​ທີ່​ສຸດ ຄື: ພໍ່ ​ແລະ ​ແມ່ ທີ່​ນັ່ງ​ຖ້າ​ຢູ່​ບ້ານ.  ພໍ່ ​ແລະ ​ແມ່ ​ເປັນ​ຜູ້​ທີ່​ສູ້​ຊົນ ທຸກ​ບັນ​ຫາ​ຕ່າ​ງໆ ​ເພື່ອ​ລູກ​ແຕ່​ເວລາ ລູກ​ມີ​ບັນຫາ… ມັກ​ຄິດ​ໄດ້​ແຕ່​ຖໍ້ຖອຍ.

 

ພໍ່ ​ແລະ ​ແມ່ ຄື​ຜູ້​ທີ່​ປົກ​ປ້ອງ ​ແລະ ຢືນ​ຄຽງ​ຂ້າງ​ລູກ​ຕະຫລອດ​ເວລາ ຈົນ​ຊີວິດ​ຈະ​ຫມົດ​ໄປ​ແລ້ວ​ລູກ​ເດ….ຄິດ​ຫຍັງ​ຢູ່ ?

__________________
Anonymous

Date:
Permalink   

Anonymous wrote:

ແລ້ວ..........ຂ້ອຍຄວນຕ້ອງເຮັດຫັຍງຫຼັງອ່ານຈົບແລ້ວ ໝາຍຖາມconfuse



ເປັນເລື້ອງຕະລົກ ແຕ່ມີຄວາມຫມາຍແອບແຝງ. ທີ່ຢາກໃຫ້ຜູ້ອ່ານຮູ້ວ່າ : "ລວມທັງຫມົດ" ບໍ່ໄລ່ເງິນນຳຈັກກີບ ຍ້ອນວ່າສິ່ງທີ່ແມ່ເຮັດ ມັນຍິງໃຫຍ່ຂະຫນາດໃດ, ຈົນຕີເປັນມູນຄ່າບໍ່ໄດ້. ຈົບ
Hak Lao



__________________
Anonymous

Date:
Permalink   

ຖ້າວ່າຂ້ອຍມີລູກແລ້ວລູກຂ້ອຍເອົາBillມາໄລ່ນຳຂ້ອຍ
ແນວນີ້ ຂ້ອຍຈະໃຊ້ຈໍລະເຄ້ຟາດໃຫ້ລາວລົງໄປລອຍ
ນຳເຫຼັ້ນຢູ່ໃນນ້ຳສ້າງ. 5555555555(ເວົ້າເຫຼັ້ນ)

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard