LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ຊະນະ ກັບ ຜູ້ແພ້
Anonymous

Date:
ຜູ້ຊະນະ ກັບ ຜູ້ແພ້
Permalink   

ຜູ້​ຊະ​ນະ ມັກ​ມິ​ອຸປະ​ສັກ​ໄວ້​ໃຫ້​ຂ້າມ     ຜູ້​ແພ້ ຍອມ​ກົ້ມ​ຫົວ​ຢູ່​ຕໍ່ຫນ້າ.
ຜູ້​ຊະ​ນະ ມັກ​ມີ​ການ​ແບ່ງ​ເວລາ        ຜູ້​ແພ້ ວ່າ​ເວລາ​ບໍ່​ມີ.
ຜູ້​ຊະ​ນະ ມັກ​ເວົ້າ​ວ່າ ​ເຮົາ​ເຮັດ​ໄດ້      ຜູ້​ແພ້ ຂ້ອຍ​ບໍ່​ເກັ່ງ​ຄື​ຄົນອື່ນ.
ຜູ້​ຊະ​ນະ ບອກ ນີ້​ຄື​ໂອກາດ​ຂອງ​ເຮົາ   ຜູ້​ແພ້ ຖ້າ​ເບິ່ງ​ຄົນອື່ນ​ເຮັດ.
ຜູ້​ຊະ​ນະ ທຸກ​ບັນຫາ ມີ​ຄຳ​ຕອບ      ຜູ້​ແພ້ ມັກ​ເຮັດ​ຄຳ​ຕອບ​ເປັນ​ບັນຫາ.
ຜູ້​ຊະ​ນະ ຊະນະ​ໄດ້​ທັ້ງ​ໂລກາ         ຜູ້​ແພ້ ພາ​ອັບ​ຈົນ​ທັ້ງຊີວາ
.

__________________
Anonymous

Date:
Permalink   

ຈາກບົດກອນຂອງເຈົ້າ ເຫັນໄດ້ ຄວາມກ້າຫານ ເຍີ້ຍິ່ງ ແລະ ທ້າທາຍຕໍ່ບັນຫາ ຂອງຜູ້ທີ່ເຈົ້າເອີ້ນວ່າ ຜູ້ຊະນະ.
ຄຳຖາມ:
1. ຖ້າສາມາດ ຂ້າມອຸປະສັກ ແບ່ງເວລາ ອັນໃດກໍ່ບອກວ່າໂຕເອງເຮັດໄດ້ ສວຍທຸກໂອກາດທີ່ມາເຖິງ ຕອບໄດ້ທຸກບັນຫາ ນັ້ນຫມາຍຄວາມວ່າ ຊະນະ ທັງໂລກ ແທ້ບໍ່?
2. ເປົ້າຫມາຍຂອງຜູ້ຊະນະແມ່ນຫຍັງ? ຊະນະແລ້ວໄດ້ຫຍັງ ແພ້ແລ້ວໄດ້ຫຍັງ?

ບໍ່ໄດ້ຖາມກວນ..ຕ..ເດີ້, ແຕ່ຂ້ອຍເກີດມາບໍ່ເຄີຍຢາກຊະນະ ຫລື ແຂ່ງຂັນ ອີ່ຫຍັງນຳໃຜ, ມີແຕ່ຢາກໄດ້ຄວາມສຸກ. ກໍ່ເລີຍບໍ່ຄ່ອຍເຂົ້າໃຈ ຄວາມຮູ້ສຶກຂອງການເປັນຜູ້ຊະນະ.

__________________
Anonymous

Date:
Permalink   

Anonymous wrote:

ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້.....ເຈົ້າເປັນ ໃນສິ່ງທີ່ເຈົ້າຄິດ...ແລ້ວຄົນອື່ນກໍ່ເປັນໃນສິ່ງທີ່ເຂົາຄິດ. ຄິດຕ່າງກັນ ຄວາມສຳເລັດກໍເລີຍຕ່າງກັນ.

__________________
Anonymous

Date:
Permalink   

ນາໆຈິດຕັງ ຄົນເຮົາເບີ່ງ, ຄິດ ແລະ ເຫັນບໍ່ຄືກັນ
ສຳລັບຂ້ອຍຄິດວ່າຈະເປັນຜູ້ແພ້ຫຼືຜູ້ຊະນະຄິດວ່າບໍ່ສຳຄັນ
ແຕ່ສຳຄັນຢູ່ທີ່ເຈດຕະນາຂອງສິ່ງທີ່ກະທຳຫຼາຍກ່ວາ. ມື້ນີ້ເຮົາອາດຈະເປັນຜູ້ທີ່ຊະນະແຕ່ບໍ່ໄ້ດໝາຍຄວາມວ່າເຮົາ
ຈະເປັນຜູ້ຊະນະຕະຫຼອດຊີວິດ ໃນມື້ທີ່ເຮົາຊະນະ
ພັດໄປຢຽບຫຼືດູຖູກຄົນທີ່ເຂົາຕ່ຳກ່ອນ ຮອດມື້ທີ່ເຮົາເປັນຜູ້ແພ້ຂື້ນມາ
ຈະມີແຕ່ຄົນສົມນ້ຳຫນ້າເຮົາ.
ບູຮານເພີ່ນວ່າ: ''ອວດແຕ່ເລົ້າເຂົ້າບໍ່ມີ''

__________________
Anonymous

Date:
Permalink   

ຄິດວ່າມັນຂື້ນກັບວ່າຊະນະມາດ້ວຍວິທີໃດຫຼາຍກ່ວາ.
ສົມມຸດ ຮ້ອງຄົນທີ່ຮັ່ງວ່າແມ່ນຄົນຊະນະ,​ການທີ່ຈະຮັ່ງ
ມີໄດ້ມັນມີຫຼາຍວິທີ ເຊັ່ນ:​ໂກງຄົນ,ຄ້າເຮໂລອິນ,ຄ້າອາວຸດ
ກໍ່ຮັ່ງໄດ້ແລະໄດ້ໄວ ກ່ວາຄົນຫາກິນດ້ວຍເຮື່ອແຮງຫຼາຍເທົ່າໂຕ.
ຄົນຈຳນວນຫຼາຍເວົ້າຄືນັກປາດແຕ່ເຮັດຄືຄົນໂງ່
ຄົນຈຳນວນຫຼາຍກິນແຮງຜູ້ອື່ນແບບບໍ່ຍຸດຕິທັມ
ເພື່ອໃຫ້ຕົນໄດ້ເປັນຜູ້ຊະນະ ວ່າແຕ່ວ່າຜູ້ຕັ້ງກະທູ້ຢາກເປັນ
ຜູ້ຊະນະປະເພດແນວໃດ?ແບບມີສັກສີ?ຫຼືບໍ່ເລືອກວິທີ?
ຝາກໃຫ້ເປັນຂໍ້ຄິດຊື່ໆເດີ້ ບໍ່ແມ່ນວ່າຄ້ານອີ່ຫຍັງກັບຄວາມຄິດ
ຂອງຜູ້ຕັ້ງກະທູ້ດອກ.

ເຫັນດີນຳ ຍົກເວັ້ນບ່ອນທີ່ເຈົ້າວ່າ "....ຮອດມື້ທີ່ເຮົາເປັນຜູ້ແພ້ຂື້ນມາ ຈະມີແຕ່ຄົນສົມນ້ຳຫນ້າເຮົາ......"  ຜູ້ທີ່ສົມນ້ຳຫນ້ານັ້ນລະ ຈະເປັນຜູ້ແພ້ຕໍ່ໄປ. ເພາະຜຸ້ທີ່ແພ້ນັ້ນ ຈະໄດ້ຮັບບົດຮຽນ ທີ່ຜູ້ບໍ່ເຄີຍແພ້ ບໍ່ເຄີຍໄດ້ຮັບ, ຊຶ່ງຈະເປັນພູມຄຸ້ມກັນທີ່ດີ. ແພ້ມື້ນີ້ ເພື່ອເປັນຜູ້ຊະນະໃນມື້ຫນ້າ. ແລ້ວຈະສົມນ້ຳຫນ້າເຂົາໄປເຮັດຫຍັງ.

ບໍ່ແມ່ນນອນໄປນຳແລ້ວຕອບບໍ່? ລອງອ່ານຄືນດີໆເບີ່ງ ຂ້ອຍໝາຍເຖີງວ່າ
ຖ້າເຮົາຄິດວ່າເຮົາເປັນຜູ້ຊະນະໄປຫາດູຖູກຜູ້ອື່ນຂົ່ມເພີ່ນຍໍຕົນໃນມື້ນີ້ແລ້ວ,
ໃນມື້ຫນ້າທີ່ເຮົາເປັນຜູ້ແພ້ ບໍ່ໄດ້ຮັບການຊ່ອຍເຫຼືອບໍ່ແລ້ວຍັງຊິຖືກ ຜູ້ອື່ນສົມນ້ຳຫນ້າຊ້ຳອີກ ເພາະເຄີຍໄປດູຖູກຜູ້ອື່ນໄວ້.
ຄົນທີ່ເຄີຍລົ້ມລຸກຄຸກຄານກັບຊີວິດມາ ຍ່ອມເຂົ້າໃຈຄວາມຮູ້ສຶກຂອງຄົນທີ່
ທີ່ເຄີຍລົ້ມໄດ້ດີ ຈະບໍ່ຄ່ອຍໄປດູຖູກໃຜດອກ. ຄົນທີ່ເກັ່ງອີ່ຫຼີເຂົາເຈົ້າຈະບໍ່ຂີ້ໂມ້
ແລະໄປຂົ່ມເຫັງຫຼືອວດອົ່ງນຳໃຜດອກເບີ່ງນິໃສຂອງອາຈານຢີ່ປຸ່ນແຕ່ລະຄົນໂລດ
ກົງກັນຂ້າມຊ້ຳແຮງເກັ່ງແຮງມີນ້ຳໃຈແລະອຸທິດເພື່ອສັງຄົມ.

__________________
Anonymous

Date:
Permalink   

Anonymous wrote:

ຄິດວ່າມັນຂື້ນກັບວ່າຊະນະມາດ້ວຍວິທີໃດຫຼາຍກ່ວາ.
ສົມມຸດ ຮ້ອງຄົນທີ່ຮັ່ງວ່າແມ່ນຄົນຊະນະ,​ການທີ່ຈະຮັ່ງ
ມີໄດ້ມັນມີຫຼາຍວິທີ ເຊັ່ນ:​ໂກງຄົນ,ຄ້າເຮໂລອິນ,ຄ້າອາວຸດ
ກໍ່ຮັ່ງໄດ້ແລະໄດ້ໄວ ກ່ວາຄົນຫາກິນດ້ວຍເຮື່ອແຮງຫຼາຍເທົ່າໂຕ.
ຄົນຈຳນວນຫຼາຍເວົ້າຄືນັກປາດແຕ່ເຮັດຄືຄົນໂງ່
ຄົນຈຳນວນຫຼາຍກິນແຮງຜູ້ອື່ນແບບບໍ່ຍຸດຕິທັມ
ເພື່ອໃຫ້ຕົນໄດ້ເປັນຜູ້ຊະນະ ວ່າແຕ່ວ່າຜູ້ຕັ້ງກະທູ້ຢາກເປັນ
ຜູ້ຊະນະປະເພດແນວໃດ?ແບບມີສັກສີ?ຫຼືບໍ່ເລືອກວິທີ?
ຝາກໃຫ້ເປັນຂໍ້ຄິດຊື່ໆເດີ້ ບໍ່ແມ່ນວ່າຄ້ານອີ່ຫຍັງກັບຄວາມຄິດ
ຂອງຜູ້ຕັ້ງກະທູ້ດອກ.

ເລື້ອງຂອງເລື້ອງ, ຂ້ອຍໄປອ່ານເຫັນ (ອັງກິດ) ແລ້ວຮູ້ສຶກວ່າ ມັນເຮັດໃຫ້ຂ້ອຍມີກຳລັງໃຈ ໃນເວລາ ທີ່ຂ້ອຍຮູ້ສຶກທໍ້. ກໍເລີຍເອົາມາລົງໃຫ້ອ່ານກັນ   ແຕ່ກະແລ້ວແຕ່ຜູ້ອ່ານຈະຄິດ ວ່າມັນ ຈະເປັນ ບວກ ຫລື ລົບ. ຖ້າເຫັນວ່າມັນບໍ່ເຫມາະສົມ ຫລື ມັນແທງໃຈດຳໃຜ ກໍຕ້ອງຂໍໂທດນຳ. wink

__________________
-p

Member

Status: Offline
Posts: 6
Date:
Permalink   

ຜູ້ທີ່ກຳລັງຊະນະບາງສິ່ງຢູ່ ອ່ານແລ້ວຮູ້ສຶກຫຶກເຫີມ
ຜູ້ທີ່ກຳລັງແພ້ຢູ່ ອ່ານແລ້ວຮູ້ສຶກທໍ້ຖອຍ ອາດຕຳຫນິໂຕເອງ(ຖ້າລາວຍັງຕັ້ງໃຈບໍ່ໄດ້) ຫລື ອາດມີໃຈຂຶ້ນມາ(ຖ້າລາວເຂັ້ມແຂງພໍ)
ຂ້ອຍເອງບໍ່ໄດ້ຮູ້ສຶກຫຍັງກັບການແພ້ ຫລື ຊະນະ ເພາະຄິດວ່າ ທັງສອງຢ່າງແມ່ນການຮຽນຮູ້ ແລະ ກ້າວຕໍ່ໄປ, ຊີວິດຄົນຜູ້ຫນຶ່ງມີຄ່າຫລາຍກວ່າທີ່ຈະມາຜູກຕິດກັບຄຳຄຳດຽວ.

__________________
Anonymous

Date:
Permalink   

Anonymous wrote:

Anonymous wrote:

ຄິດວ່າມັນຂື້ນກັບວ່າຊະນະມາດ້ວຍວິທີໃດຫຼາຍກ່ວາ.
ສົມມຸດ ຮ້ອງຄົນທີ່ຮັ່ງວ່າແມ່ນຄົນຊະນະ,​ການທີ່ຈະຮັ່ງ
ມີໄດ້ມັນມີຫຼາຍວິທີ ເຊັ່ນ:​ໂກງຄົນ,ຄ້າເຮໂລອິນ,ຄ້າອາວຸດ
ກໍ່ຮັ່ງໄດ້ແລະໄດ້ໄວ ກ່ວາຄົນຫາກິນດ້ວຍເຮື່ອແຮງຫຼາຍເທົ່າໂຕ.
ຄົນຈຳນວນຫຼາຍເວົ້າຄືນັກປາດແຕ່ເຮັດຄືຄົນໂງ່
ຄົນຈຳນວນຫຼາຍກິນແຮງຜູ້ອື່ນແບບບໍ່ຍຸດຕິທັມ
ເພື່ອໃຫ້ຕົນໄດ້ເປັນຜູ້ຊະນະ ວ່າແຕ່ວ່າຜູ້ຕັ້ງກະທູ້ຢາກເປັນ
ຜູ້ຊະນະປະເພດແນວໃດ?ແບບມີສັກສີ?ຫຼືບໍ່ເລືອກວິທີ?
ຝາກໃຫ້ເປັນຂໍ້ຄິດຊື່ໆເດີ້ ບໍ່ແມ່ນວ່າຄ້ານອີ່ຫຍັງກັບຄວາມຄິດ
ຂອງຜູ້ຕັ້ງກະທູ້ດອກ.

ເລື້ອງຂອງເລື້ອງ, ຂ້ອຍໄປອ່ານເຫັນ (ອັງກິດ) ແລ້ວຮູ້ສຶກວ່າ ມັນເຮັດໃຫ້ຂ້ອຍມີກຳລັງໃຈ ໃນເວລາ ທີ່ຂ້ອຍຮູ້ສຶກທໍ້. ກໍເລີຍເອົາມາລົງໃຫ້ອ່ານກັນ   ແຕ່ກະແລ້ວແຕ່ຜູ້ອ່ານຈະຄິດ ວ່າມັນ ຈະເປັນ ບວກ ຫລື ລົບ. ຖ້າເຫັນວ່າມັນບໍ່ເຫມາະສົມ ຫລື ມັນແທງໃຈດຳໃຜ ກໍຕ້ອງຂໍໂທດນຳ. wink

ຄິດວ່າຄືຊິບໍ່ໄດ້ແທງໃຈດຳໃຜດອກ ເພາະເຈົ້າບໍ່ໄດ້ຂຽນຈຸດປະສົງໃຫ້ຮູ້ນຳ
ແລ້ວຂຽນຄຳກອນໃສ່ເລີຍ ອາດຈະມີການເຂົ້າໃຈຜິດວ່າເຈົ້າມາອວດອ້າງວ່າ
ເຈົ້າເປັນຜູ້ຊະນະແລະມາສອນໃຫ້ໝູ່ເຮັດແນວນັ້ນແນວນີ້ຊື່ໆດອກ.
ຖ້າມີສຸພາສິດດີໆກໍ່ເອົາມາຂຽນໃຫ້ຟັງອີກແດ່ເດີ້.

__________________
Anonymous

Date:
Permalink   

1勝するために9敗をする。

ຕ້ອງຂຽນຈູດປະສົງຂອງກອນນຳ ! ? blankstare 

__________________
Anonymous

Date:
Permalink   

Objective of posting it is not really necessary to tell......it depends.
but it is also the rights of readers to interpret what you posted in many different ways....

__________________
Anonymous

Date:
Permalink   

ຕ້ອງຂຽນຈູດປະສົງຂອງກອນນຳ ! ? blankstare 

ມັນຂື້ນກັບເນື້ອໃນທີ່ເອົາມາລົງນຳ ຖ້າເປັນເນື້ອໃນທີ່ຕີລາຄາໄດ້ຫຼາຍແງ່
ເພື່ອບໍ່ໃຫ້ຜູ້ອ່ານເຂົ້າໃຈຜິດໃນເຈດຕະນາໃນທາງທີ່ຜິດຖ້າຂຽນຈຸດປະສົງ
ໄວ້ນຳ ຄວາມເຫັນກໍ່ບໍ່ອອກນອກກອບເປັນຄົນລະເລື່ອງໄປ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard