LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: what do you think about concession!!
Anonymous

Date:
what do you think about concession!!
Permalink   


Please read the following news...

ລັດຖະບານລາວ ໃຫ້ສຳປະທານໂຄງການ ເຂື່ອນໄຟຟ້ານ້ຳຕົກຕາດສະແລນ (vientianemai.net)
  ພິທີເຊັນສັນຍາສຳປະທານໂຄງການ ເຂື່ອນໄຟຟ້ານ້ຳຕົກຕາດສະແລນ ລະຫວ່າງລັດຖະບານລາວກັບບໍລິສັດ
ຕາດສະແລນພາວເວີຈຳກັດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 3 ກຸມພາ 2009 ນີ້ ທີ່ກະຊວງແຜນການ ແລະ ການ
ລົງທຶນການເຊັນສັນຍາຄັ້ງນີ້ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແມ່ນທ່ານ ທອງມີ ພົມວິໄຊ ລັດຖະມົນຕີຊ່ວຍ
ວ່າການກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄຳຈັນ ພາລະຍົກ ຮອງຫົວໜ້າກົມສົ່ງເສີມ ແລະ ພັດທະນາ
ພະລັງງານ ແລະ ຕາງໜ້າບໍລິສັດ ຕາດສະແລນພາວເວີ ໂດຍແມ່ນທ່ານນາງ ອຸນນະດາ ພຶດຕິນະລາກອນ ປະທານບໍລິ
ສັດຕາດສະແລນພາວເວີ ແລະ ທ່ານ ພິສິດ ອົ້ນມາ ຮອງປະທານບໍລິສັດ ໂດຍຊ້ອງໜ້າທ່ານລັດຖະມົນຕີຊ່ວຍວ່າການກະ
ຊວງພະລັງງານ ແລະ ບໍ່ແຮ່ ທ່ານທູດການຄ້າໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.
               ໂຄງການເຂື່ອນໄຟຟ້າຕາດສະແລນພາວເວີ ແມ່ນເປັນເຄື່ອນໄຟຟ້າຂະໜາດນ້ອຍ ເຊິ່ງມີກຳລັງຕິດຕັ້ງ 3,2
MV ເຊິ່ງຄາດຄະເນພະລັງງານທີ່ຈະໄດ້ຮັບ 17 GWh/ປີ ໂຄງການດັ່ງກ່າວ ມີສະຖານທີ່ຕັ້ງຢູ່ເມືອງເຊໂປນ ແຂວງສະ
ຫວັນນະເຂດ ໂດຍແມ່ນການລົງທຶນຂອງນັກທຸລະກິດໄທ 100% ດ້ວຍມູນຄ່າການລົງທຶນທັງໝົດ 255 ລ້ານບາດໄທ.
               ໂຄງການດັ່ງກ່າວ ໄດ້ເລີ່ມສຶກສາຄົ້ນຄ້ວາມາແຕ່ປີ 2005 ເຖິງປັດຈຸບັນ ແລະ ຈະດຳເນີນການປີ 2011 ເຊິ່ງ
ມີອາຍຸການສຳປະທານແມ່ນ 30 ປີ ລວມທັງໄລຍະການກໍ່ສ້າງ 2 ປີ ພາຍຫຼັງການກໍ່ສ້າງສຳເລັດ ແມ່ນຈະຂາຍໃຫ້ບໍລິສັດ
ລັດວິສາຫະກິດໄຟຟ້າລາວ ເພື່ອຮັບໃຊ້ໂຄງການຕ່າງໆ ແລະ ແຈກຢາຍໃຫ້ປະຊາຊົນໃນເຂດດັ່ງກ່າວ.


ແຂວງຄຳມ່ວນ ອະນຸຍາດສຳປະທານເນື້ອທີ່ດິນ ເພື່ອການປຸກສ້າງຟາມໝູ
ພິທີຮ່ວມລົງນາມສຳປະທານເນື້ອທີ່ດິນ ເພື່ອການປຸກສ້າງຟາມໝູພັນ ທີ່ແຂວງຄຳມ່ວນ ໄດ້ຈັດຂຶ້ນເມື່ອບໍ່ດົນ
ມານີ້ທີ່ໂຮງແຮມຣີເວີເຣຍ ລະຫວ່າງທ່ານ ສີໄຄ ຄຳສະຫວັດ ຫົວໜ້າອົງການຄຸ້ມຄອງທີ່ດິນປະຈຳແຂວງ ແລະ ທ່ານ ສົມ
ທັດ ບຸນທະພານ ປະທານບໍລິສັດບຸນທະພານລາວຈຳກັດ ໂດຍຊ້ອງໜ້າທ່ານ ຄຳໃບ ດຳລັດ ເຈົ້າແຂວງໆຄຳມ່ວນ ພ້ອມ
ດ້ວຍພາກ່ວນອົງການຈັດຕັ້ງທີ່ກ່ຽວຂ້ອງຈຳນວນໜຶ່ງ ເຂົ້າຮ່ວມ.
               ໂຄງການດັ່ງກ່າວ ແມ່ນອີງຕາມກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 04/ສພຊ ລົງວັນທີ 21 ຕຸລາ 2003ອີງຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃນປະເທດ ສະບັບເລກທີ 01/ສພຊ ລົງວັນທີ 22/10/2004 ແລະ ອີງ
ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ສະບັບເລກທີ 1245/ຈຂຄມ ລົງວັນທີ 31/12/2008 ວ່າດ້ວຍການອະນຸມັດ
ທີ່ດິນຈຳນວນ 46 ເຮັກຕາ ເພື່ອສ້າງຟາມລ້ຽງແມ່ພັນໝູ ແລະ ຜະລິດລູດໝູອອກຈຳໜ່າຍຢູ່ເຂດບ້ານໂພນ ເມືອງທ່າແຂກ
ແຂວງຄຳມ່ວນ ລະຫວ່າງແຂວງຄຳມ່ວນ ຕາງໜ້າໂດຍອົງການຄຸ້ມຄອງທີ່ດິນປະຈຳແຂວງຄຳມ່ວນ (ເອີ້ນວ່າຜູ້ໃຫ້ສຳປະ
ທານ) ແລະ ບໍລິສັດບຸນທະພານລາວຈຳກັດ (ເອີ້ນວ່າຜູ້ສຳປະທານ) ຈຳນວນເນື້ອທີ່ດິນ 46 ເຮັກຕາ ໃນເຂດບ້ານໂພນ
ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງມີຂອບເຂດທິດເໜືອຕິດກັບດິນນາຂອງປະຊາຊົນ ໄລຍະ 664 ແມັດ ທິດໃຕ້ຕິດກັບບໍລິ
ສັດອຸດສາຫະກຳລາວ ໄລຍະ 778 ແມັດ ແລະ ທິດຕາເວັນຕົກຕິດກັບດິນນາຂອງປະຊາຊົນ ມີໄລຍະ 627 ແມັດ ອາຍຸສັນ
ຍາສະບັບນີ້ ແມ່ນກຳນົດໃຫ້ບໍລິສັດບຸນທະພານລາວຈຳກັດ ເພື່ອສ້າງຕັ້ງຟາມລ້ຽງແມ່ພັນໝູ ແລະ ຜະລິດລູກໝູອອກຈຳ
ໜ່າຍ ເປັນເວລາ 40 ປີ ນັບແຕ່ວັນທີ 3/12/2008 ເຖິງວັນທີ 3/12/2048 ຝ່າຍສຳປະທານຍິນດີ ສຳປະທານເນື້ອທີ່ດິນ
ດັ່ງກ່າວ ໃນອັດຕາ 8 ໂດລາຕໍ່ 1 ເຮັກຕາຕໍ່ປີ ແລະ ຕ້ອງໄດ້ຊຳລະຄ່າສຳປະທານໃນແຕ່ລະປີຈົນໝົດອາຍຸສັນຍາ ໂດຍຖື
ເອົາເດືອນກຸມພາຂອງທຸກໆປີ ເປັນມື້ຊຳລະຄ່າສຳປະທານ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard