LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຮີດ12ູຄອງ14ມີຫຍັງແດ່
someone

Date:
ຮີດ12ູຄອງ14ມີຫຍັງແດ່
Permalink   


ຄິດວ່າຄືຊິມີນັກສຶກສາພວກເຮົາຫຼາຍຄົນອາດຈະຢາກຮູ້ວ່າ ຄຳວ່າ ຮີດ 12 ຄອງ 14 ທີ່
ພວກເຮົາໄດ້ຍິນຜູ້ເຖົ້າເພີ່ນມັກເວົ້າມີຫຍັງແດ່: ເຊີນອ່ານໄດ້ເລີຍ!

ປະຕິບັດຮີດ 12 ຄອງ 14

ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ໃນພາ
ສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະ ຂຽນຄຳວ່າ: "ຮີດຄອງປະເພນີ" (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວ
ຄຳວ່າ "ຂະນົບທຳນຽມ" ແປເອົາໃຈຄວາມແລ້ວ ກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນເອງ.
ຮີດມາຈາກຄຳບາລີ ວ່າ: "ຈາປິດຕະ" ເປັນໄດ້ທັງຄຳນາມ ແລະ ຄຳກິລິຍາ.
ຮີດ 12 ຫມາຍເຖິງປະເພນີ ພິທີກຳ (ຫລືການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າໃນ 12
ເດືອນ ເປັນຕົ້ນແມ່ນ.
1. ເດືອນຈຽງ ຈະມີພິທີລ້ຽງຜີຟ້າຜີແຖນ ນິຍົມພະສົງອົງຄະເຈົ້າເຂົ້າປະລິວາດສະກຳ.
2. ເດືອນຍີ່ ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ ບຸນງະ ບຸນລະປຶມ (ລາວເທິງ ພາກໃຕ້) ບຸນ
ກະເລີ (ລາວເທິງ ພາກເຫນືອ).
3. ເດືອນສາມເພັງ ເຮັດບຸນເຂົ້າຈີ່-ບຸນມາຄະບູຊາ ບຸນວັດພູ ຈຳປາສັກ.
4. ເດືອນສີ່ ເຮັດບຸນພະເວດ ຫລື ບຸນມະຫາຊາດ.
5. ເດືອນຫ້າ ເຮັດບຸນປີໃຫມ່ລາວ ຫລື ບຸນກຸດສົງການ
6. ເດືອນຫົກ ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ.
7. ເດືອນເຈັດ ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງປູ່ຕາ (ກຽມເຮັດໄຮ່ເຮັດນາ).
8. ເດືອນແປດ ເຮັດບຸນເຂົ້າພັນສາ.
9. ເດືອນເກົ້າ ເຮັດບຸນເຂົ້າປະດັບດິນ
10. ເດືອນສິບ ເຮັດບຸນເຂົ້າສະຫລາກ.
11. ເດືອນສິບເອັດ ເຮັດບຸນອອກພັນສາ.
12. ເດືອນສິບສອງ ເຮັດບຸນກະຖິນ ບຸນພຣະທາດຫລວງ (ເຊິ່ງບຸນປະຈຳເດືອນທີ່ກ່າວມານັ້ນ ແມ່ນຖືເອົາ
ຕາມເດືອນລາວ ບໍ່ແມ່ນເດືອນສາກົນ).
+ ວ່າດ້ວຍຄອງ 14 ຢ່າງ ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງສຳລັບພະລາຊາ.
ສຳລັບຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແມ່ນຫນ້າທີ່ຂອງຫມົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ກັນ ເຊັ່ນ: ຄູ່
ຜົວ-ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະ ວັດວາ ສາດສະຫນາ ລາຍລະອຽດຄືລຸ່ມນີ້:
1. ເມື່ອພືດໂພດເຂົ້າກ້າ ຫມາກໄມ້ເປັນຮວງເປັນຫມາກມາແລ້ວ ຕົນຢ່າພ້າວກິນກ່ອນ ໃຫ້ເອົາທຳບຸນໃຫ້
ທານແກ່ທ່ານຜູ້ມີສິນກິນ ກ່ອນແລ້ວຕົນຈຶ່ງກິນເມື່ອພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.
2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ້າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງຕໍ່
ກັນ.
3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະ ເຮືອນແຫ່ງຕົນ ດ້ວຍການປຸກ
ຫໍບູຊາເທວະດາໄວ້ໃນ 4 ແຈເຮືອນ.
4. ເມື່ອຈະຂຶ້ນເຮືອນນັ້ນ ໃຫ້ສ່ວາຍລ້າງຕີນເສຍກ່ອນ ແລ້ວຈຶ່ງຂຶ້ນ.
5. ເມື່ອເຖິງວັນສິນ 7-8-14 15 ຄ່ຳ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກ
ເຊົ້າຄ່ຳວັນຄືນ.
6. ເມື່ອຈະເຂົ້ານອນນັ້ນ ໃຫ້ເອົານ້ຳສ່ວາຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈຶ່ງເຂົ້ານອນ (ຊຶ່ງປັດຈຸບັນບໍ່ນິ
ຍົມໃຊ້ແລ້ວ).
7. ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະ
ສົງຄະເຈົ້າເອົາອຸໂປສົດ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ.
8. ເຖິງວັນສິນດັບສິນເພັງມານັ້ນໃຫ້ນິມົນພະສັງຄະເຈົ້າມາສູດມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.
9. ເມື່ອພິກຂຸ (ພະ) ມາບິນທະບາດນັ້ນ ຢ່າໃຫ້ເພິ່ນຄອຍຖ້າ ເວລາໃສ່ບາດກໍຢ່າໃຫ້ຊູນບາດ ຊູນພິກຂຸສາມະ
ເນນ ແລະ ຍາມໃສ່ບາດນັ້ນກໍຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ເອົາຜ້າປົກຫົວ ອູ້ມຫລານ ແລະ ຖືສາຕາອາວຸດ.
10. ເມື່ອພິກຂຸເຂົ້າປະລິສະກຳ ຊຳລະເນື້ອຕົວນັ້ນ ເວລາອອກປະລິວາສະກຳແລ້ວ ໃຫ້ມີຂັນດອກໄມ້ທູບທຽນ
ແລະ ເຄື່ອງອັດຖະປະລິຂານໄປຖວາຍ.
11. ເມື່ອພິຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈຶ່ງຄ່ອຍເຈລະຈາ.
12. ຢ່າຢຽບເງົາເຈົ້າພິກຂຸສາມະເນນຕົນທີ່ມີສິນບໍລິສຸດ.
13. ຢ່າເອົາອາຫານເງື່ອນ ຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະ ເອົາໄວ້ຄອຍໃຫ້ຜົວກິນ.
14. ຢ່າເສບກາມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃຫມ່.
ທັງຫມົດເຫລົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບ
ນັບຖື ແລະ ປະຕິບັດໃຫ້ຖືກກັບຮີດຄອງປະເພນີອັນດີງາມຂອງຊາດຕະຫລອດມາ.


ບົດຄວາມຈາກໜັງສືພິມວຽງຈັນໃໝ່:

http://www.vientianemai.net/news.php?TopicID=9&NewsID=3501


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard