LSAJ

Members Login
Username 
 
Password 
    Remember Me  
Post Info TOPIC: ຫ້າມນຳໃຊ້ ຫຼື ....ລາວ ມີ 3 ຊົນຊາດ ຫຼື 3ຊົນເຜົ່າ
Anonymous

Date:
ຫ້າມນຳໃຊ້ ຫຼື ....ລາວ ມີ 3 ຊົນຊາດ ຫຼື 3ຊົນເຜົ່າ
Permalink   


ສປປ ລາວ ມີ 49 ຊົນເຜົ່າ ແລະ 4 ໝວດພາສາ (vientianemai.net)
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VI ໄດ້ມີມະຕິຕົກລົງຮັບຮອງເອົາຊື່ເອີນແລະ
ຈຳນວນຊົນເຜົ່າໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີພຽງຊາດດຽວ ເອີ້ນວ່າ: ຊາດລາວ ມີ 49 ຊົນເຜົ່າ
ຊຶ່ງບາງຊົນເຜົ່າຍັງປະກອບມີຫຼາຍແຊງຕື່ມອີກ ແລະ ໄດ້ຈັດຕາມ 4 ໝວດພາສາລາວ-ໄຕ ມີ 8 ຊົນເຜົ່າ ໝວດພາສາມອນ
-ຂະແມ ມີ 32 ຊົນເຜົ່າ ໝວດພາສາມົ້ງ-ອີວມຽນ ມີ 2 ຊົນເຜົ່າ ແລະ ໝວດພາສາຈີນ-ຕີີເບດ ມີ 7 ຊົນເຜົ່າ.
               ໃນຂະນະດຽວກັນ ໃຫ້ລືບລ້າງຊື່ເອີ້ນເດີມ ແລະ ຫ້າມນຳໃຊ້ ຫຼື ເວົ້າຕໍ່ໄປວ່າ: ສປປ ລາວ ມີ 3 ຊົນຊາດ ຫຼື 3
ຊົນເຜົ່າໃຫຍ່ ຄື: ລາວລຸ່ມ ລາວເທິງ ແລະ ລາວສູງ ມີ 68 ຊົນເຜົ່າ ຫ້າມບໍ່ໃຫ້ນຳໃຊ້ ຫຼື ເອີ້ນຊື່ທີ່ມີການເຢາະເຢີ້ຍສຽດສີ ດູ
ຖູກ ແລະ ໝິ່ນປະໝາດໃນລັກສະນະທີ່ເປັນຂ້ອຍຂ້າ ທັງເປັນການແບ່ງແຍກເຊັ່ນ: ຊົນເຜົ່າສ່ວນໃຫຍ່ ຊົນເຜົ່າສ່ວນນ້ອຍ
ແລະ ອື່ນໆ ທີ່ບໍ່ເປັນການດີ ຊຶ່ງປະຫວັດສາດໄດ້ປະໄວ້ ສ່ວນເອກະສານ ກາບກອນ ບົດແພງ ແລະ ອື່ນໆ ທີ່ເວົ້າເຖິງຊື່
ເກົ່ານັ້ນ ໃຫ້ຖືວ່າເປັນສິ່ງທີ່ເກີດຂຶ້ນໃນແຕ່ລະໄລຍະຂອງປະຫວັດຊາດລາວເທົ່ານັ້ນ ສຳລັບການນຳໃຊ້ຕໍ່ໄປນັ້ນ ທຸກເອກະ
ສານ ສະຖິຕິ ຮ່າງປະຫວັດ ແລະ ອື່ນໆ ທີ່ຕ້ອງການຮູ້ຊົນເຜົ່າ ໃຫ້ນຳໃຊ້ ຫຼື ຂຽນຊົນເຜົ່າໃດຊົນເຜົ່ານັ້ນເລີຍ (ໝາຍຄວາມ
ວ່າ ມີຊາດລາວ ສັນຊາດລາວ ແລະ ຊົນເຜົ່າເທົ່ານັ້ນ).
               ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ອອກແຈ້ງການ ແນະນຳໃຫ້ທຸກພາກສ່ວນກ່ຽວຂ້ອງ ເອົາ
ໃຈໃສ່ເຜີຍແຜ່ເຊືອມຊຶມ ເນື້ອໃນເອກະສານກ່ຽວກັບການກຳນົດສັບຊ້ອນຊື່ເອີ້ນ ແລະ ຈຳນວນຊົນເຜົ່າໃນ ສປປ ລາວຢ່າງ
ຕໍ່ເນື່ອງ ແລະ ກວ້າງຂວາງ ເຮັດໃຫ້ພະນັກງານທຸກຂັ້ນ ທຸກຂົງເຂດ ປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນຕ່າງໆ ໃຫ້
ມີຄວາມຮັບຮູ້ເຊື່ອມຊຶມນະໂຍບາຍ ທັດສະນະພື້ນຖານຂອງພັກ-ລັດ ຕໍ່ບັນຫາດັ່ງກ່າວ ໃຫ້ມີການຫັນປ່ຽນຄວາມຮັບຮູ້
ແລະ ເຂົ້າໃຈແຈ້ງກ່ຽວກັບ ວຽກງານຊົນເຜົ່າໃນໄລຍະໃໝ່ ຢ່າງຖືກຕ້ອງກັບຫຼັກການ ຊົນເຜົ່າວິທະຍາ ຈຸດພິເສດ ແລະ ຊື່
ຕົວຈິງຂອງແຕ່ລະຊົນເຜົ່າ ທັງນີ້ກໍເພື່ອກຳຈັດແກ້ໄຂ ແລະ ກ້າວໄປເຖິງການລຶບລ້າງຊື່ຊົນເຜົ່າເດີມ ທີ່ມີຄວາມໝາຍບໍ່ດີ
ພ້ອມນັ້ນ ເປັນການເພີ່ມທະວີຄວາມສາມັກຄີ ຄວາມສະເໝີພາບລະຫວ່າງຊົນເຜົ່າ ສ້າງຈິດສຳນຶກໃຫ້ແຕ່ລະຊົນເຜົ່າ ມີ
ຄວາມພູມໃຈຕໍ່ວົງຄະນາຍາດແຫ່ງຊາດລາວ ປັບປຸງສະຕິຊາດປະເທດຊາດເປັນອັນໜຶ່ງອັນດຽວກັນ ລຶບລ້າງທຸກຮ່ອງຮອຍ
ຂອງຄວາມລະແວງສົງໄສ ລະຫວ່າງຊົນເຜົ່າໃນປະຫວັດສາດ ຕ້ານກົນອຸບາຍແບ່ງແຍກຂອງຄົນບໍ່ຫວັງດີ ພ້ອມກັນປົກປັກ
ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນສີວິໄລ ອີກດ້ານໜຶ່ງແມ່ນເພື່ອອະນຸຮັກ ສົ່ງເສີມຂະນົບທຳນຽມ
ຮີດຄອງປະເພນີ ກໍຄືວັດທະນະທຳອັນດີງາມ ທີ່ເປັນເອກະລັກຂອງແຕ່ລະເຜົ່າ ກຳຈັດແກ້ໄຂ ແລະ ລຶບລ້າງສິ່ງທີ່ບໍ່ດີຕ່າງ
ຕ່າງ ພ້ອມກັນກ້າວໄປຕາມແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.
               ປະເທດລາວ ປະກອບດ້ວຍຫຼາຍຊົນເຜົ່າ ທີ່ດຳລົງຊີວິດຢູ່ຢ່າງສະຫຼັບຊັບຫວ່າງກັນ ແຕ່ເໜືອຮອດໃຕ້ ມູນເຊື້ອ
ສາມັກຄີປອງດອງຊ່ວຍເຫຼືອກັນ ມີພື້ນຖານດ້ານເສດຖະກິດ-ສັງຄົມຮ່ວມກັນ ມີວັດທະນະທຳລາວເປັນວັດທະນະທຳ
ລວມຂອງທຸກຊົນເຜົ່າ ມີພາສາ ແລະ ຕົວໜັງສືລາວເປັນພາສາກາງ ຄຽງຄູ່ກັບການຮັກສາພາສາປາກເວົ້າ ແລະ ຮີດຄອງ
ປະເພນີທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າ ໂດຍອີງໃສ່ຈຸດພິເສດຂອງຊົນເຜົ່່າທີ່ມີຢູ່ໃນລາວນັ້ນ ພັກ-ລັດຖະບານໄດ້ມີທັດ
ສະນະແກ້ໄຂ ໂດຍເນັ້ນຄວາມເປັນເອກະພາບຂອງປະເທດຊາດ ເຮັດໃຫ້ບັນດາຊົນເຜົ່າໄດ້ດຳລົງຄົງຕົວ ແລະ ຂະຫຍາຍ
ຕົວໄປເລື້ອຍໆ ບໍ່ໃຫ້ມີຊົນເຜົ່າໃດສູນຫາຍ ພ້ອມທັງເສີມຂະຫຍາຍສິດເປັນເຈົ້າລວມໝູ່ ບົນພື້ນຖານຄວາມຕື່ນຕົວ ແລະ
ສະໝັກໃຈຂອງທຸກຊົນເຜົ່າ ໃນວົງຄະນາຍາດແຫ່ງຊາດລາວ.

__________________
Anonymous

Date:
Permalink   

who research about this topics?
some japanese students are trying to research about this
if it changed like this maybe they will said laos is unstable with these problems


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard